ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ. Putin ບໍ່ເຫັນດີນໍາ ການລົງໂທດໜັກ ຕໍ່ສະມາຊິກວົງດົນຕີຣອັກຍິງ Pussy Riot


ການສະແດງຂອງຄະນະວົງດົນຕີ Pussy Riot ທີ່ມີແຕ່ຜູ້ຍິງ ຢູ່ທີ່ໂບດໃຫຍ່ຂອງກຸງມົສກູ ແລະຖືກຈັບໃນ ເດືອນກຸມພາ, 2012 ທີ່ຜ່ານມານັ້ນ.
ການສະແດງຂອງຄະນະວົງດົນຕີ Pussy Riot ທີ່ມີແຕ່ຜູ້ຍິງ ຢູ່ທີ່ໂບດໃຫຍ່ຂອງກຸງມົສກູ ແລະຖືກຈັບໃນ ເດືອນກຸມພາ, 2012 ທີ່ຜ່ານມານັ້ນ.

ປະທານາທິບໍດີ Vladimir Putin ເວົ້າວ່າ ທ່ານບໍ່ເຫັນດີນໍາການລົງໂທດຢ່າງໜັກຕໍ່ສະ ມາຊິກຂອງຄະນະວົງດົນຕີ punk rock ຫລືຄະນະນັກຮ້ອງເພງຣັອກ ທີ່ທໍາຕົວແບບ ກວນໆ ໃນການດໍາເນີນຄະດີຢູ່ໃນນະຄອນຫລວງມົສກູ ໃນຂໍ້ຫາວ່າເປັນການກະທໍາ ແບບກໍ່ກວນຄວາມສະຫງົບຂອງພວກແກ້ງ.

ຄໍາເຫັນຂອງທ່ານ ພູຕິນ ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວຣັດເຊຍໃນວັນພະຫັດວານນີ້ ເປັນຖະ
ແຫລງການຄັ້ງທໍາອິດ ກ່ຽວກັບການຈັບກຸມ ແລະການດໍາເນີນຄະດີຕໍ່ສະມາຊິກສາມ ຄົນຂອງຄະນະວົງດົນຕີ Pussy Riot ທີ່ມີແຕ່ຜູ້ຍິງ ໃນເດືອນກຸມພາທີ່ຜ່ານມານັ້ນ.

ພວກຈໍາເລີຍທີ່ຖືກຈໍາຄຸກມາໄດ້ 5 ເດືອນແລ້ວນັ້ນ ແມ່ນໄດ້ຖືກຈັບລຸນຫລັງໄດ້ສະແດງ “ການກ່າວຄໍາໄຫວ້ພະ ທີ່ເປັນການປະທ້ວງ” ຢູ່ທີ່ໂບດໃຫຍ່ຂອງກຸງມົສກູ ໃນເວລາບໍ່ພໍ
ເທົ່າໃດອາທິດ ກ່ອນໜ້າການເລືອກຕັ້ງທີ່ໄດ້ນໍາເອົາທ່ານພູຕິນ ກັບຄືນມາເປັນປະທານາ ທິບໍດີອີກນັ້ນ. ການໄຕ່ສວນຄະດີຂອງພວກເຂົາເຈົ້າ ທີ່ໄດ້ດຶງດູດຄວາມສົນໃຈຂອງປະຊາ ຄົມສາກົນ ໄດ້ໄຂຂຶ້ນໃນວັນຈັນທີ່ຜ່ານມານີ້. ພວກຈໍາເລີຍດັ່ງກ່າວສາມາດຖືກຕິດຄຸກ​ໄດ້ນານ ເຖິງ 7 ປີ ຖ້າຫາກຖືກຕັດສິນວ່າມີຄວາມຜິດ.

ໃນເຊົ້າວັນພະຫັດວານນີ້ ພວກນັກດົນຕີລະດັບນໍາໜ້າຂອງອັງກິດ ຊຶ່ງລວມມີ ທ່ານ Pete Townsend ຂອງວົງ the Who ໄດ້ຮຽກຮ້ອງໃຫ້ຣັດເຊຍປ່ອຍຕົວພວກຈໍາເລີຍ ດັ່ງກ່າວໃຫ້ເປັນອິດສະລະ.

ຢູ່ໃນຈົດໝາຍເປີດຊອງ ທີ່ໄດ້ລົງພິມເຜີຍແຜ່ຢູ່ໃນໜັງສືພິມ The Times of London ພວກນັກດົນຕີໄດ້ພັນລະນາກ່ຽວກັບການກ່າວຫາດັ່ງກ່າວນັ້ນວ່າ “ບ້າ” ແລະໄດ້ເອີ້ນວ່າ ການສະແດງຢູ່ໂບດໃຫຍ່ແມ່ນ “ເປັນການປະທ້ວງທາງການເມືອງທີ່ຖືກຕ້ອງ.”

ຈົດໝາຍດັ່ງກ່າວນີ້ໄດ້ຖືກພິມເຜີຍແຜ່ໃນຂະນະທີ່ທ່ານພູຕິນໄດ້ເດີນທາງໄປເຖິງນະຄອນ ລອນດອນ ເພື່ອພົບປະກັບ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron.

XS
SM
MD
LG