ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍນໍາພາການສ້າງຕັ້ງ “ເຂດຫລຸດ ຜ່ອນການ​ເພີ້ມລະດັບ​ຄວາມ​ຮຸນ​ແຮງ” ໃນຊີເຣຍ


ເຮືອບິນກອງທັບອາກາດ ສະຫະລັດບິນຂຶ້ນຈາກຖານທັບອາກາດ Incirlik ຢູ່ພາກໃຕ້ Turkey.
ເຮືອບິນກອງທັບອາກາດ ສະຫະລັດບິນຂຶ້ນຈາກຖານທັບອາກາດ Incirlik ຢູ່ພາກໃຕ້ Turkey.

ຂໍ້​ຕົກລົງ​ທີ່​ຈະ​ສ້າງຕັ້ງ​ເຂດ “​ຫລຸດຜ່ອນການ​ເພີ້ມລະດັບ​ຄວາມ​ຮຸນ​ແຮງ​” ຢູ່​ໃນ​ຊີ​ເຣຍ ​
ໄດ້ມີ​ຜົນບັງຄັບໃຊ້​ໃນ​ຕອນ​ທ່ຽງຄືນວັນ​ສຸກ​ວານ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ. ຣັດ​ເຊຍ​ກ່າວ​
ວ່າ ​ເຂດ​ດັ່ງ​ກ່າວບັດ​ນີ້​ໄດ້​ປິດບໍ່​ໃຫ້​ເຮືອບິນລົບ​ຈາກກຳລັງ​ປະສົມ​ທີ່​ນຳພາ​ໂດ​ຍສະຫະ
ລັດນັ້ນ ​ເຂົ້າມາ​ໄດ້.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ພັນ​ໂທ Adrian Randine-Gallaway
ກ່າວ​ຕໍ່ ວີ​ໂອເອ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ພວກ​ເຮົາ​ແນ່ນອນ​ຍິນ​ດີຮັບເອົາ​ຄວາມ​ພະຍາ
ຍາມ​ໃດໆ ຄວາມ​ພະຍາຍາມ​ສາກົນ​ໃດໆ ທີ່​ຈະ​ເຮັດ​ໃຫ້​ຄວາມ​ຮຸນ​ແຮງຫລຸດ​ຜ່ອນ​ລົງ
​ເຮັດ​ໃຫ້​ການ​ຊ່ວຍ​ເຫລືອດ້ານ​ມະນຸດສະທຳສມາດ​ເຂົ້າ​ໄປ​ເຖິງ​ເຂດ​ທີ່ມີ​ຄວາມ​ຕ້ອງ
ການຄວາມຊ່ວຍ​ເຫ​ລື​ອ ເຫລົ່ານັ້ນ​ຂອງ​ຊີ​ເຣຍ​ ​ແລະ​ໃນ​ທີ່​ສຸດຈະ​ນໍາ​ໄປ​ສູ່​ການ​ແກ້​ໄຂ
​ບັນຫາວິ​ກິດ​ການ​ທີ່​ກໍາລັງ​ມີ​ຢູ່​ໃນ​ທີ່​ນັ້ນ ດ້ວຍ​ວິທີການທາງ​ການ​ເມືອງ.

ພັນ​ໂທ Rakine-Gallaway ​ໄດ້​ສືບຕໍ່​ເຕືອນ​ວ່າ “ຂ້າພະ​ເຈົ້າຄວນ​ບອກ​ໃຫ້​ຮູ້​ວ່າ ຈະ​
ບໍ່​ມີ​ບ່່ອນ​ລີ້​ຊອນທີ່​ດີ​ແກ່ກຸ່ມ ISIS.” ທ່ານ​ກ່າວ​ວ່າການ​ປະຕິບັດ​ງານ “ກັບ​ບັນດາ​ກຳ​ລັງ
​ທະຫານ​ຂອງເພື່ອນຮ່ວມ​ງານ​ຢູ່ພາກ​ພື້ນ​ດິນ ​ເພື່ອ​ເອົາ​ຊະນະກຸ່ມ ISIS ​ແລະ​ຍຶດ​ເອົາ​
ຄືນ​ອັນ​ທີ່​ຮ້ອງ​ວ່າ ບັນດານະຄອນຫລວງຂອງ​ພວກ​ເຂົາເຈົ້າໃນ​ອີຣັກ ​ແລະ​ຊີ​ເຣຍ ຈະ​
ຍັງ​ສືບຕໍ່​ດໍາ​ເນີນໄປ​ຢ່າງ​ບໍ່​ຫລົດ​ລະ.”

ທ່ານ Alexander Lavrentyev, ຜຸ້ນຳພາການເຈລະຈາກ່ຽວກັບຊີເຣຍໂດຍຈາກຣັດເຊຍ, ທ່ານ Hossein Jaberi Ansari, ຮອງລັດຖະມົນຕີການຕ່າງປະເທດ ອິຣ່ານ, ທ່ານ Kazakh, ລັດຖະມົນຕີການຕ່າງປະເທດ, ທ່ານ Kairat Abdrakhmanov ແລະທ່ານ Staffan de Mistura, ທູດພິເສດຂອງຊີເຣຍປະຈໍາສະຫະປະຊາຊາດ
ທ່ານ Alexander Lavrentyev, ຜຸ້ນຳພາການເຈລະຈາກ່ຽວກັບຊີເຣຍໂດຍຈາກຣັດເຊຍ, ທ່ານ Hossein Jaberi Ansari, ຮອງລັດຖະມົນຕີການຕ່າງປະເທດ ອິຣ່ານ, ທ່ານ Kazakh, ລັດຖະມົນຕີການຕ່າງປະເທດ, ທ່ານ Kairat Abdrakhmanov ແລະທ່ານ Staffan de Mistura, ທູດພິເສດຂອງຊີເຣຍປະຈໍາສະຫະປະຊາຊາດ

​ໃນວັນ​ສຸກ​ວານ​ນີ້​ ທ່ານ Alexander Lavrentyev ທູດ​ພິ​ເສດຣັດ​ເຊຍໃນ​ການ​ເຈລະ
ຈາ​ສັນຕິພາບ​ຢູ່​ໃນ Kazakhstan ກ່າວ​ຢູ່ໃນ​ຄໍາ​ປາ​ໄສ​ຂອງ​ທ່ານທີ່​ລາຍ​ງານ​ໂດຍ​ສື່​
ມວນ​ຊົນຣັດ​ເຊຍ​ວ່າ “ການປະຕິບັດງານທາງເຮືອບິນຢູ່ບັນດາເຂດຫລຸດຜ່ອນການ​ເພີ້ມ
ລະດັບ​ຄວາມ​ຮຸນ​ແຮງ ໂດຍສະເພາະ​ແມ່ນກຳລັງປະສົມນາໆຊາດ ​ແມ່ນ​ວ່າ​ຈະ​ໄດ້​ມີ
ການ​ແຈ້ງ​ການ​ລ່ວງ​ນ໊າ ຫລືບໍ່ມີ​ການ​ແຈ້ງ​ການ​ລ່ວງໜ້າກໍ​ຕາມ ​ແມ່ນບໍ່ຄິດ​ເຫັນ​ຈັກໜ້ອຍ
ເລີຍ​ວ່າ ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ ​ແລະທ່ານໄດ້ກ່າວ “ຄຳຖາມນີ້ໄດ້ຖືກປິດລົງ​ແລ້ວ.”

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan (ຊ້າຍ) ລົມກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຂວາ).
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan (ຊ້າຍ) ລົມກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຂວາ).


ຣັດເຊຍ ເທີກີ ແລະອີຣ່ານ ຕົກລົງຕາມຂໍ້ສະເໜີຂອງມົສກູ ໃນວັນພະຫັດວານນີ້ ທີ່ຈະ
ສ້າງຕັ້ງ ອັນທີ່ຮ້ອງວ່າ ເຂດ “​ຫລຸດຜ່ອນການ​ເພີ້ມລະດັບ​ຄວາມ​ຮຸນ​ແຮງ​” ຢູ່​ໃນ​ຊີ​ເຣຍ
​ເພື່ອ​ພະຍາຍາມ​ເຮັດ​ໃຫ້​ຂໍ້​ຂັດ​ແຍ້​ງທີ່​ດໍ​ເນີນ​ມີ​ໄດ້ ຫົກ​ປີນັ້ນ ຢຸດຕິ​ລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

Russia Turkey Syria
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG