ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍ່ມີຄວາມກ້າວໜ້າ ໃນການເຈລະຈາສັນຕິພາບ ຊີເຣຍ ທີ່ໄກ່ເກ່ຍ ໂດຍຣັດເຊຍ

ທ່ານ Qadri Jamil (ຊາຍ) ອະດີດຮັອງນາຍົກ ລມຕ ຕາງໜ້າ ພັກ Syria's opposition Popular Front of Change and Liberation, ທ່ານ Samir Aita (ກາງ) ສະມາຊິກ ຂອງ ສະພາຊາວຊີເຣຍເພື່ອປະຊາທິປະໄຕ ຫຼື Syrian Democratic Forum, ແລະ ທ່ານ Suleiman Numrud ສະມາຊິກ ພັກຝ່າຍຄ້ານຊີເຣຍ ທີ່ເປັນອິດສະລະ ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ໃນນະຄອນຫລວງມົສກູ ປະເທດຣັດເຊຍ, ວັນທີ 10 ເມສາ 2015.

ບັນດາ​ສະມາຊິກ​ຂອງ​ລັດຖະບານ​ຊີ​ເຣຍ ​ແລະ ກຸ່ມຕໍ່ຕ້ານ
ລັດຖະບານ​ຈຳນວນນຶ່ງ ​ໄດ້​ສິ້ນ​ສຸດ​ການ​ເຈລະຈາ​ ​ໃນ​ວັນ​ສຸກ​ມື້​ນີ້
ຢູ່​ໃນຣັດ​ເຊຍ ຊຶ່ງປາກົດ​ວ່າ ບໍ່​ມີ​ຮ່ອງຮອຍ ​ຂອງ​ຄວາມກ້າວໜ້າ
​ເລີຍ ກ່ຽວ​ກັບ​ວ່າ ຈະ​ຍຸດຕິ​ສົງຄາມ​ການ​ເມືອງ ​ທີ່​ຍືດ​ເຍື້ອມາ​ໄດ້
​ສີ່​ປີ​ແລ້ວນັ້ນ ແບບໃດ.

ນີ້ແມ່ນການ​ເຈລະຈາສັນຕິພາບ ຮອບທີສອງ ທີ່ສ່ວນໃຫຍ່ແລ້ວ
ບໍ່ເກີດດອກອອກຜົນ ​ທີ່ຣັດເຊຍເປັນ​ເຈົ້າພາບ​ໃນ​ປີ​ນີ້ ຊຶ່ງ​ເປັນ
​ພັນທະ​ມິດ ທີ່​ໃກ້ຊິດ​ກັບ​ປະທານາທິບໍດີຊີ​ເຣຍ ທ່ານ Bashar
al-Assad ນັ້ນ.

ຫຼັງຈາ​ກ​ເຈລະຈາກັນ​ແລ້ວ ຜູ້ນຳ​ຝ່າຍ​ຕໍ່ຕ້ານ​ລັດຖະບານ ທ່ານ Qadri Jamil ຜູ້​ນຳກຸ່ມ
ແນວ​ໂຮມ​ປະຊາຊົນເພື່ອ​ການ​ປ່ຽນ​ແປງແລະປົດ​ປ່ອຍຂອງ​ຊີ​ເຣຍ ກ່າວເຖິງຄວາມຕ້ອງ ການໃຫ້​ມີ​ກອງ​ປະຊຸມສັນຕິພາບ​ນາໆຊາດຄັ້ງໃໝ່.

ຜູ້ຕາງໜ້າ​ຝ່າ​ຍຕໍ່ຕ້ານ​ ລັດຖະບານ​ອີກ​ທ່ານນຶ່ງ​ ຄື ທ່ານ Samir Aita ບໍ່​ເຫັນ​ດີ​ດ້ວຍ
ອີງ​ຕາມ​ອົງການ​ຂ່າວ Reuters ຊຶ່ງ​ໄດ້​ອ້າງຄຳ​ເວົ້າ ຂອງ​ທ່ານ​ເອງ​ ທີ່​ກ່າວ​ວ່າ ທ່ານ Assad ​ໄດ້ “ພາດ​ໂອກາດ​ໄປ​ແລ້ວ” ເພື່ອໃຫ້ມີ​ການ​ແກ້​ໄຂບັນຫາ​ທາງ​ການ​ເມືອງ.

​ການ​ເຈລະຈາ ທີ່​ໄກ່​ເກ່ຍ​ໂດຍຣັດ​ເຊຍ ຊຶ່ງ​ມີ​ບັນດາ​ເຈົ້າໜ້າ​ທີ່ Damascus ​ເຂົ້າຮ່​ວມດ້ວຍ
​ນັ້ນ ແຕ່ຫາກ​ວ່າ ​ບໍ່ມີກຸ່ມຕໍ່ຕ້າ​ນລັດຖະບານ​ຊີ​ເຣຍ ທີ່ໃຫຍ່ທີ່ສຸດ ຄື ​ແນວ​ໂຮມຊີ​ເຣຍ​ແຫ່ງ​ຊາດ ຫຼື Syrian National Coalition ທີ່​ໜຸນ​ຫລັງ​ໂດຍ ປະ​ເທດ​ຕາ​ເວັນ​ຕົກ ​ເຂົ້າຮ່ວມ​ນຳ.

ເບິ່ງວີດີໂອກ່ຽວຂ້ອງ:

Syria
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG