ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດເຊຍ ເສຍບ່ອນນັ່ງ ໃນສະພາ ສິດທິມະນຸດ ສະຫະປະຊາຊາດ


ເອກອັກຄະລັດຖະທູດຣັດເຊຍ ປະຈຳອົງການ ສປຊ ທ່ານ Vitaly Churkin.
ເອກອັກຄະລັດຖະທູດຣັດເຊຍ ປະຈຳອົງການ ສປຊ ທ່ານ Vitaly Churkin.

ຣັດ​ເຊຍ ບໍ່​ໄດ້​ຖືກຮັບ​ເລືອກ​ໃຫ້​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກ ຢູ່​ໃນ​ສະພາ​ສິດທິ​ມະນຸດ​ຂອງ​ອົງ ການ​ສະຫະ​ປະຊາ​ຊາດ ​ໃນ​ມື້ວັນ​ສຸກ​ວານ​ນີ້ ​ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ ທີ່​ເບິ່ງ​ກັນ​ວ່າ​ ເປັນ ​ການ​ຕ້ອງ​ຕິຕໍ່ການ​ໃຫ້​ຄວາມ​ສະໜັບສະໜຸນ​ທາງ​ທະຫານ​ຂອງຣັດ​ເຊຍ​ແກ່​ລັດຖະບານ​ຊີ​ເຣຍ.

​ໃນ​ການ​ປ່ອນ​ບັດ​ແບບ​ປິດລັບ​ນັ້ນ ສະມາຊິກ 193 ປະ​ເທດ​ຂອງ​ສະມັດຊາ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເລືອກ​ເອົາ​ສະມາຊິກ 14 ປະ​ເທດເພື່ອ​ເຂົ້າ​ໄປ​ນັ່ງ ຢູ່​ໃນສະພາ​ ທີ່​ມີ​ສະມາ​ຊິກທັງ​ໝົດ 47 ປະ​ເທດຊຶ່ງ​ເປັນ​ພະ​ແນ​ກການ​ທີ່​ສຳຄັນສຸດຂອງ​ສະຫະ​ປະຊາ​ຊາດ ຮັບຜິດຊອບ​ໃນ​ການ​ສົ່ງ​ເສີມ​ແລະ​ປົກ​ປ້ອງ​ຄຸ້ມຄອງ​ສິດທິ​ມະນຸດ.

ຮັງ​ກາຣີ ຊຶ່ງ​ໄດ້​ຮັບຄະນະ 144 ສຽງ ​ແລະ​ໂຄ​ເອ​ເຊຍ ທີ່​ໄດ້​ຮັບ 114 ສຽງ ​ໄດ້​ຊະນະຣັດ​ເຊຍທີ່​ໄດ້​ຮັບ​ຄະ​ແນນ​ແຕ່​ພຽງ 112 ສຽງ. ປະ​ເທດ​ທັງ​ສາມ​ແມ່ນ​ແຂ່ງກັນ​ເອົາ​ສອງ​ບ່ອນ​ ນັ່ງ​ສຳລັບ​ຂົງ​ເຂດ ຢູ່​ໃນ​ສະພາ​ສິດທິ​ມະນຸດ.

​ເອກ​ອັກ​ຄະ​ລັດຖະທູດຣັດ​ເຊຍ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Vitaly Churkin ບໍ່​ໄດ້​ຄວາມ​ສຳຄັນ​ຕໍ່​ການ​ສູນ​ເສຍ​ບ່ອນ​ນັ່ງ​ດັ່ງກ່າວ​ຂອງ​ມົສກູ.

ທ່ານ Churkin ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ມົສກູ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ແຂ່ງຂັນຢ່າງ​ໜັກ ໂດຍ​ເວົ້າວ່າ “ມັນ​ເປັນ​ການ​ລົງ​ຄະ​ແນນ​ສຽງ​ ທີ່​ໃກ້​ຄຽງ​ບກັນ. ​ໂຄຣ​ເອ​ເຊຍ ຮັງ​ກາຣີ ​ເຂົາ​ເຈົ້າ​ໂຊກ​ດີ​ຍ້ອນ​ວ່າ ຂະໜາດ​ຂອງ​ເຂົາ​ເຈົ້າບໍ່​ໄດ້​ຖືກເຜີຍແບ​ໃສ່ກະ​ແສ​ລົມການ​ທູດ​ນາໆ​ຊາດປານ​ໃດ ​ແຕ່ຣັດ​ເຊຍ​ແມ່ນ​ໄດ້​ຖືກ.”

ທ່ານ​ກ່າວ​ຕື່ມວ່າ “ພວກ​ເຮົາ​ໄດ້​ຢູ່​ທີ່​ນັ້ນ ​ເປັນ​ເວລາ​ຫລາຍໆ​ປີ​ມາ​ແລ້ວ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ​ເທື່ອ​ໜ້າ​ພວກ​ເຮົາ​ຈະ​ເຂົ້າ​ໄປ​ຢູ່​ໃນ​ນັ້ນອີກ”. ​ການ​ກຳ​ຕຳ​ແໜ່​ງຂອງຣັດ​ເຊຍ​ຢູ່​ໃນ​ສະພາ​ດັ່ງກ່າວ​ເວລາ​ນີ້ ຈະ​ໝົດ​ອາຍຸ​ລົງ​ໃນ​ວັນ​ທີ​ 31 ທັນວາ​ນີ້.

ມີ​ອົງການ​ຈັດຕັ້ງສິດທິ​ມະນຸດ​ຫລາຍ​ກວ່າ 80 ອົງການ​ໄດ້​ວິ່ງເຕັ້ນ​ໃຫ້​ບັນດາ​ປະ​ເທດ​ສະ ມາຊິກ​ຂອງ​ອົງການ​ສະຫະ​ປະຊາ​ຊາດລົງ​ຄະ​ແນນ​ສຽງ​ປົດ​ຣັດ​ເຊຍ​ອອກຈາກ​ສະພາ​ດັ່ງ ກ່າວ ຍ້ອນ​ໃຫ້ການ​ສະໜັບສະໜຸນ ​ຕໍ່​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ໃນ​ສົງຄາມ​ກາງ​ເມືອງ​ທີ່​ດຳ​ເນີນ​ມາ​ເກືອບ 6 ປີ​ແລ້ວ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG