ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສາຍສຳພັນ ຣັດເຊຍ ກັບ ຍີ່ປຸ່ນ ເຢັນຊາ ເມື່ອທ່ານ ປູຕິນ ໄປຢ້ຽມຢາມຈີນ


Russia-Japan Relations Cool as Putin Visits China for WWII Anniversary
please wait

No media source currently available

0:00 0:02:03 0:00

ໍຊົມວີດີໂອ ລາຍງານນີ້

ດຽວ​ນີ້ ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ​ຢູ່ໃນ
​ປັກ​ກິ່ງ ​ເພື່ອສະ​ເຫຼີມສະຫຼອງ ​ໄຊຊະນະ​ສົງຄາມຂອງ​ຈີນ ​ກັບ​
ຍີ່ປຸ່ນ ຄົບຮອບ 70 ປີ. ໄດ້​ມີ​ການຄາດໝາຍ​ວ່າ ທ່ານ Putin ​
ຈະໄປ​ຢ້ຽມຢາມ ຍີ່ປຸ່ນ​ໃນ​ທ້າຍ​ປີ​ນີ້ ​ແຕ່​ຄວາມ​ເຄັ່ງ​ຕຶງ ລະຫວ່າງ
​ໂຕ​ກຽວ​ ​ກັບ ມົສກູ ກ່ຽວ​ກັບ​ໝູ່​ເກາະ ທີ່​ໄດ້​ຜິດຖຽງ​ກັນ​ມາ ນັບ​ຕັ້ງ
​ແຕ່​ສົງຄາມ ​ແລະ ການວາງ​ມາດ​ຕະການ​ລົງ​ໂທດຕ່າງໆ ກ່ຽວ​ກັບ
ຢູ​ເຄຣນ ອາດ​ເປັນ​ການເທ​ນ້ຳ​ເຢັນ ​ໃສ່​ແຜນການ​ດັ່ງກ່າວ. ຜູ້​ສື່​ຂ່າວ
​ວີ​ໂອ​ເອ Daniel Schearf ລາຍ​ງານ​ຈາກ​ມົສກູ ​ເຊິ່ງ​ໄຊ​ຈະ​ເລີ​ນສຸກ
ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


​ໃນ​ຂະນະ​ທີ່ ສັງ​ເກດ​ເຫັນ​ໄດ້​ວ່າ ນາຍົກລັດຖະມົນ​ຕີ ຍີ່ປຸ່ນ ທ່ານ Shinzo Abe ​ບໍ່​ໄດ້​ໄປຮ່ວມ ​
ໃນ​ພິທີດັ່ງກ່າວ​ນັ້ນ ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ກໍ​ແມ່ນໄດ້ເປັນ​ແຂກ
​ຜູ້​ຊົງ​ກຽດ ​ຂອງ​ຈີນ ​ໃນ​ການສະ​ເຫຼີມສະຫຼອງ ໄຊຊະນະ​ສົງຄາມ​ຂອງ​ຈີນກັບຈັກກະພັດຍີ່​ປຸ່ນ.

ຫຼັງຈາກ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ໄດ້ວາ​ງມາດ​ຕະການ​ລົງ​ໂທດ​ ກ່ຽວ​ກັບ​ຢູເຄຣນ​ແລ້ວ​ ມົສກູ ​ໄດ້ຫັນ​ໄປ​ຫາ​ປະ​ເທດ​ໃນ​ຕາ​ເວັນ​ອອກ ​ແຕ່​ບໍ່​ແມ່ນ​ຍີ່ປຸ່ນ ​ເຊິ່ງ​ໄດ້​ສະໜັບສະໜູນ ການ​ລົງ​ໂທດ​ດັ່ງກ່າວ.

ອະດີດ​ເອກ​ອັກຄະ​ລັດຖະທູດ ຣັດ​ເຊຍ ປະຈຳ​ຍີ່ປຸ່ນ ທ່ານ Alexander Panov ​ເວົ້າວ່າ
“ໜ້າ​ເສຍ​ດາຍ ທີ່ບໍ່ເຫັນຜົນ​ປະ​ໂຫຍ​ດທີ່​ໃຫຍ່ສຳລັບຍີ່ປຸ່ນ ​ໃນ​ດ້ານ​ການ​ເມືອງ​ ​ແລະ
​ເສດຖະກິດຂັ້ນສູງຂອງຣັດ​ເ​ຊຍ ​ເຊັ່ນ​ດຽວ​ກັນ​ກັບ​ທີ່ພວກ​ເຮົາ​ເຫັນຢູ່ໃນ​ຍີ່ປຸ່ນ.”

ຄວາມ​ເຄັ່ງ​ຕຶງ ​ໄດ້ພຸ້ງຂຶ້ນ ເມື່ອ​ເດືອນ​ສິງຫາ ​ໃນ​ເວລາ ນາຍົກລັດຖະມົນຕີ ຣັດ​ເຊຍ ທ່ານ
Dmitry Medvedev ​ເດີນທາງ​ໄປ​ຢ້ຽມຢາມ ​ເກາະ​ແຫ່ງ​ນຶ່ງ​ ທີ່​ເປັນ​ຕ່ອງ​ໂສ້ ​ເປັນບ່ອນຜິດ
​ຖຽງ​ກັນ​ກັບ​ຍີ່ປຸ່ນ ນັບ​ຕັ້ງ​ແຕ່ສົງຄາມ​ໄດ້​ສິ້ນ​ສຸດ​ລົງ​ເປັນຕົ້ນມາ. ຮອງ​ນາຍົກ​ລັດຖະມົນຕີ
ຣັດ​ເຊຍ ​ໄດ້​ເຢາະ​ເຢີ້ຍ ຊາວ​ຍີ່ປຸ່ນ​ຜູ້​ທີ່​ປະ​ທ້ວງ ​ການ​ຢ້ຽມຢາມ​ຂອງ​ທ່ານ ​Medvedev
ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຄວນຈະ​ທຳ​ພິທີການ​ຂ້າ​ຕົວ​ຕາຍ.

ຍີ່ປຸ່ນ ​ໄດ້ເລື່ອນການ​ເດີນທາງໄປ​ຍັງ​ມົສກູອອກ​ ​ຂອງ​ລັດຖະມົນຕີ​ຕ່າງປະ​ເທດ ພ້ອມກັນກັບ
ການ​ເຈລະຈາ​ເລື້ອງ​ການເດີນທາງ​ໄປ​ຍັງ​ໂຕ​ກຽວ ​ທີ່ເປັນ​ການຢ້ຽມຢາມ​ປະ​ເທດ​ຢ່າງ​ເປັນ​
ທາງ​ການ ໂດຍ​ທ່ານ Putin ​ໃນ​ປີ​ນີ້.

ທ່ານ Dmitri Trenin ຜູ້ອຳ​ນວຍ​ການສູນ​ກາງ Carnegie Moscow ​ເວົ້າວ່າ “ທ່ານ ປູ​ຕິນ ​ໄດ້​ເຫັນ​ດີ​ຕົກລົງ ກ່ຽວ​ກັບການ​ຢ້ຽມຢາມໝູ່​ເກາະ ​ໂດຍ​ທ່ານ Medvedev ຊຶ່ງ​ເວົ້າ​ແທ້ໆ​ແລ້ວ​ ແມ່ນ​ເພື່ອ​ສົ່ງ​ສັນຍານ ​ເຖິງ​ໂຕ​ກຽ​ວວ່າ ພວກ​ເຮົາ​ກໍສາມາດເອົາ​ແທ້​ເອົາ​ວ່າ​ເຊັ່ນ​ກັນ. ພວກ​ທ່ານມີ​ມາດ​ຕະການ​ລົງ​ໂທດ ​ຂອງກຸ່ມ​ແນວ​ໂຮມ. ພວກ​ເຮົາ​ແມ່ນ​ມີ​ມູນເຊື້ອ​ ຂອງ​ສົງຄາມ​ໂລກ​ຄັ້ງທີ​ສອງ.”

​ເຈັດ​ທົດ​ສະວັດ​ຜ່ານ​ມາ ການ​ຜິດ​ຖຽງ​ກັນ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ ​ແມ່ນ​ຍັງ​ຄົງ​ເປັນ​ເລື້ອງທີ່​ສະ​ເທືອ​ນຈິດ​ໃຈ ​ເຊິ່ງມັນ​ໄດ້​ກີດ​ກັນຣັດ​ເຊຍ ​ແລະ ຍີ່ປຸ່ນ ບໍ່​ໃຫ້​ລົງ​ນາມ​ໃນ​ສົນທິສັນຍາ​ສັນຕິພາບກັນ ​ຢ່າງ​ເປັນ​ທາງ​ການ.

ທ່ານ Panov ​ເວົ້າວ່າ “​ແລະ​ ​ໃນ​ລະຫວ່າງ​ກອງ​ປະຊຸມ G7 ​ເມື່ອ​ເດືອນ​ພຶດສະພາ​
ຜ່ານ​ມາ ທ່ານ Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່າວ​ວ່າ ທ່ານ​ຢາກ​ຈະ​ເລີ້ມ​ຕົ້ນ​ການ​
ເຈລະຈາ​ກັບ​ຣັດ​ເຊຍ​ພຽງ​ຝ່າຍ​ດຽວ ​ເພາະ ທ່ານຢ້ານ​ວ່າ​ຣັດ​ເຊຍ ​ແລ​ະ ຈີນຈະຮ່ວມ​
ກັນຕໍ່ຕ້ານ​ຍີ່ປຸ່ນ.”

​ແຕ່​ບັນດາ​ນັກວິ​ເຄາະຫຼາຍທ່ານ ບໍ່​ມີ​ຄວາມ​ໝັ້ນ​ໃຈກ່ຽວ​ກັບ​ຄວາມແໜ້ນ​ແຟ້ນ​ດ້ານມິດຕະພາບ
ລະ​ຫວ່າງ​ມົສກູ ​ກັບ ປັກ​ກິ່ງ ​ແລະ ກ່າວ​ວ່າ ​ເຖິງ​ແມ່ນ​ຈະມີເລື້ອງທີ່ຜ່ານມາກໍຕາມ ​ແຕ່ການ
ເຈລະຈາກັບໂຕກຽວນັ້ນ ກໍແມ່ນຈະ​ເປັນຜົນປະໂຫຍດ​ແກ່ໝົດທຸກຄົນ.

Russian President Vladimir Putin is in Beijing for commemorations of the 70th anniversary of China's victory over Japan.Mr. Putin has been expected to visit Japan later this year but tensions between Tokyo and Moscow over islands disputed since the war, and sanctions over Ukraine, could pour cold water on the plan. VOA's Daniel Schearf reports from Moscow.

While Japanese Prime Minister Shinzo Abe was noticeably absent, Russian President Vladimir Putin was an honored guest as China marked 70 years since imperial Japan's defeat.

After Western sanctions over Ukraine, Moscow turned to the East, but not to Japan, which supported the punishment.

(ALEXANDER PANOV, FORMER RUSSIAN AMBASSADOR TO JAPAN)
"Unfortunately, there is no big interest to Japan in Russian political and economic elite. And, the same we see in Japan."

Tensions spiked in August when Russian Prime Minister Dmitry Medvedev visited an island chain disputed with Japan since the war's end. Russia's deputy prime minister mocked Japanese who protested the visit, saying they should commit ritual suicide.

Japan delayed its foreign minister's trip to Moscow as well as talk of a state visit by Mr. Putin to Tokyo this year.

(DMITRI TRENIN, DIRECTOR, CARNEGIE MOSCOW CENTER )
"Mr. Putin okayed the visit by Mr. Medevev to the islands essentially to send a message to Tokyo that we can be tough too. You have your sanctions coalition. We have our legacy of the Second World War."

Seven decades later, the territorial dispute is still so sensitive it has prevented Russia and Japan from signing an official peace treaty.

(ALEXANDER PANOV, FORMER RUSSIAN AMBASSADOR TO JAPAN)
"And (Japanese Prime Minister Shinzo) Abe, during G7 meeting last May, he said that he would like to start negotiations with Russia only because he is afraid that Russia and China will unite against Japan."

But many analysts doubt the strength of a Moscow-Beijing alliance and say, despite the past, dialogue with Tokyo is in everyone's interest.

XS
SM
MD
LG