ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຣັດເຊຍ ສັງຫານ ຫົວໜ້າກຸ່ມລັດອິສລາມ ແລະ ພວກ ຈີຮາດ ອີກ 4 ຄົນ


ກອງກຳລັງ ພິເສດ ຣັດເຊຍ ໃສ່ຊຸດໜ້າກາກ ໃນລະຫວ່າງ ການປະຕິບັດງານຕໍ່ຕ້ານກໍ່ການຮ້າຍ ໃນເມືອງ Makhachkala, ແຂວງ Dagestan, ຣັດເຊຍ, 20 ມັງກອນ, 2014.
ກອງກຳລັງ ພິເສດ ຣັດເຊຍ ໃສ່ຊຸດໜ້າກາກ ໃນລະຫວ່າງ ການປະຕິບັດງານຕໍ່ຕ້ານກໍ່ການຮ້າຍ ໃນເມືອງ Makhachkala, ແຂວງ Dagestan, ຣັດເຊຍ, 20 ມັງກອນ, 2014.

ອົງການຂ່າວ ຣັດເຊຍ ລາຍງານວ່າ ກອງກຳລັງຮັກສາຄວາມປອດໄພໃນພາກພື້ນ Caucasus ເໜືອຂອງ ຣັດເຊຍ ໄດ້ຂ້າຫົວໜ້າກຸ່ມກະບົດທີ່ມີສາຍພົວພັນກັບພວກຫົວຮຸນ ແຮງອິສລາມຄົນໜຶ່ງ.

ອົງການຂ່າວ RIA Novosti ໄດ້ລະບຸຕົວຜູ້ສົງໄສຊື່ວ່າທ້າວ Rustam Aselderov ຫຼື ອີກຊື່ໜຶ່ງວ່າ Abu Muhammad ແລະ ໄດ້ກ່າວວ່າ ລາວແມ່ນໜຶ່ງໃນພວກຫົວຮຸນແຮງ 5 ຄົນທີ່ຖືກຂ້າຕາຍຢູ່ໃກ້ໆກັບເມືອງ Makhachkhala, ເມືອງຫຼວງຂອງສະທາລະນະລັດ Dagestan. ອົງການຂ່າວ Tass ໄດ້ອະທິບາຍກ່ຽວກັບການກວາດລ້າງຄວາມປອດໄພ ຣັດເຊຍ ວ່າດຳເນີນໄປຢ່າງຕໍ່ເນື່ອງ ແລະ ໄດ້ກ່າວວ່າ ມັນຈະຖືກເລີ່ມໃໝ່ໃນຕອນເຊົ້າ ຂອງວັນອາທິດມື້ນີ້.

ໃນຖະແຫຼງການສະບັບໜຶ່ງຈາກອົງການບໍລິການຮັກສາຄວາມປອດໄພລັດຖະບານກາງ ໄດ້ກ່າວວ່າ, ບັນດາເຈົ້າໜ້າທີ່ໄດ້ອະທິບາຍວ່າທ້າວ Aselderov ເປັນຫົວໂປ່ຂອງໜ່ວຍ ປະຕິບັດການລັດອິສລາມສ່ວນພູມີພາກ, ເຊິ່ງຄັ້ງໜຶ່ງເຄີຍເປັນທີ່ຮູ້ຈັກກັນວ່າ KGB ນັ້ນ. ນອກນັ້ນພວກເຂົາເຈົ້າຍັງໄດ້ເຊື່ອມໂຍງກຸ່ມດັ່ງກ່າວໃສ່ ການລະເບີດສະຫຼະຊີບທີ່ເກີດຂຶ້ນ ຕ່າງຫາກສອງຄັ້ງ ໃນເມືອງ Volgograd ຂອງ ຣັດເຊຍ ທີ່ໄດ້ຂ້າຄົນຫຼາຍກວ່າ 30 ຄົນໃນ ເດືອນທັນວາ ປີ 2013.

ການລາຍງານນີ້ ບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມໃດໆ.

ແຜນທີ່ແຂວງ Dagestan
ແຜນທີ່ແຂວງ Dagestan

ກຸ່ມກະບົດ ອິສລາມຈາກ Dagestan ເຊິ່ງຕັ້ງຢູ່ໃກ້ໆກັບພາກຕາເວັນອອກຂອງສະທາລະ ນະລັດແຫ່ງ Chechnya, ຖືກຮັບຮູ້ວ່າໄດ້ເດີນ ທາງໄປເຂົ້າຮ່ວມກັບພວກນັກຮົບ ລັດອິສ ລາມ ໃນ ອີຣັກ ແລະ ຊີເຣຍ. ໃນປີທີ່ຜ່ານມາ ອົງການ ຈີຮາດ ໄດ້ປະກາດວ່າພວກເຂົາ ໄດ້ສ້າງຕັ້ງ “ເຄືອຂ່າຍ” ໃນພາກພື້ນ Caucasus ເໜືອ.

ຣັດເຊຍ ໄດ້ຕໍ່ສູ້ໃນສົງຄາມຍາວ 2 ປີກັບພວກແບ່ງແຍກດິນແດນ ມຸສລິມໃນແຄວ້ນ Chechnya ໃນສອງທົດສະວັດທຳອິດ ຫຼັງຈາກການລົ້ມລະລາຍຂອງ ສະຫະພາບ ໂຊ ວຽດ ໃນປີ 1991. ຄວາມບໍ່ປອດໄພໄດ້ຂະຫຍາຍໄປທົ່ວພາກພື້ນ ນັບຕັ້ງແຕ່ການສິ້ນສຸດ ລົງຂອງຄວາມຂັດແຍ້ງຄັ້ງທີສອງໃນປີ 2009.

ແນວໃດກໍຕາມ, ພວກກໍ່ການຮ້າຍທີ່ເຊື່ອມໂຍງກັບກຸ່ມ Al-Qaida ໄດ້ສືບຕໍ່ຮຽກຮ້ອງໃຫ້ ພວກ ຈີຮາດ ໃນພາກພື້ນ Caucasus ເໜືອທີ່ມີຊາວມຸສລິມ ອາໄສຢູ່ສ່ວນໃຫຍ່ ໂຈມຕີ ເປົ້າໝາຍໃນ ຣັດເຊຍ ເພື່ອຕອບໂຕ້ ການໂຈມຕີຖິ້ມລະເບີດຂອງ ຣັດເຊຍ ໃນສົງຄາມ ກາງເມືອງ ຊີເຣຍ, ເພື່ອສະໜັບສະໜູນປາທານາທິບໍດີທີ່ຖືກໂຈມຕີ ທ່ານ Bashar al-Assad.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG