ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຈົ້າໜ້າທີ່ຣັດເຊຍ ສືບສວນ ຫົວໜ້າເຄື່ອນໄຫວ ຝ່າຍຄ້ານ


ບັນດາ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ພາກັນ​ເລີ້ມ​ສອບ​ສວນ ຄວາມ​ຜິດ
ຕ້ານ ນັກ​ເຄື່ອນ​ໄຫ​ວທີ່​ມີ​ຊື່​ສຽງ ທ່ານ Alexei Navalny ​ໃນ​
ຖານ​ສົງ​ໄສ ຕົ້ວ​ຕົ້ມ ​ແລະ​ຟອກເງິນ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ທ່ານ Navalny ກໍາລັງ​ຖືກ​ສອບ​ສວນ ​ໃນ​ຂໍ້​ຫາ​ລັກ​ເງິນ ຈໍາ​ນວນ 1 ລ້ານ 8 ​ແສນ​ໂດ​ລາ ຈາກ​ບໍລິສັດ​ນຶ່ງຂອງ​ທ່ານ.

ບັນດາ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ​ໄດ້​ເປີດ​ຄະດີ​ນຶ່ງ ​ຂໍ້​ຫາ​ດ້ານການ​ເງິນຕໍ່ ທ່ານ Navalny​ ​ແລ້ວ. ພວກ​ສືບສວນ​ ກ່າວໃນ​ຕົ້ນ​ປີ​ນີ້ວ່າ​ ​ເຂົາ​ເຈົ້າ​ສົງ​ໄສ ທ່ານ Navalny ວ່າມີ​ສ່ວນ​ໃນ​ການ​ລັກ​ສົມບັດ​ຈາກ ບໍລິສັດ​ຕັດ​ໄມ້​ຂອງ​ລັດຖະບານ ຮວມ​ມູນ​ຄ່າ​ ປະມານ 5 ​ແສນ ​ໂດ​ລາ ​ໃນ​ຂະນະ​ທີ່​ທ່ານ​ເປັນ ທີ່​ປືກສາ​ໃຫ້​ແກ່ ຜູ້​ປົກຄອງ​ລັດ​ທ້ອງ​ຖິ່ນ ​ໃນ​ປີ 2009.

ທ່ານ Navalny ​ບໍ່​ຍອມຮັບ​ຕໍ່​ການ​ກ່າວຫາດັ່ງກ່າວ ທີ່ຜູ້ກະທໍາຜິດມີສິດ​ ​ຖືກ​ລົງ​ໂທດ​ຕິດ​ຄຸກ ​ເຖິງ 10 ປີນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG