ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົບສົບຜູ້ໂດຍສານ ໃກ້ຊາກ ເຮືອບິນໂດຍສານຣັດເຊຍ ທີ່ຕົກຢູ່ອິນໂດເນເຊຍ (ວີດີໂອ)


ບໍລິເວນພູ Salak ທີ່ສູງຊັນ ບ່ອນເຮືອບິນໂດຍສານອາຍພົ່ນຂອງຣັດເຊຍປະສົບອຸບັດເຫດຕົກ ຢູ່ທາງພາກໃຕ້ນະຄອນ Jakarta ຂອງອິນໂດເນເຊຍນັ້ນ.
ບໍລິເວນພູ Salak ທີ່ສູງຊັນ ບ່ອນເຮືອບິນໂດຍສານອາຍພົ່ນຂອງຣັດເຊຍປະສົບອຸບັດເຫດຕົກ ຢູ່ທາງພາກໃຕ້ນະຄອນ Jakarta ຂອງອິນໂດເນເຊຍນັ້ນ.

ພວກກູ້​ໄພ​ອິນ​ໂດ​ເນ​ເຊຍ​ກ່່າວວ່າ ເຂົາ​ເຈົ້າ​ໄດ​ຄົ້ນ​ພົບຊາກ​ສົບຈຳນວນ​ນຶ່ງຢູ່ໃກ້ຊາກ​ເຮືອບິນ​ໂດຍສານຂອງຣັດ​ເຊຍ ທີ່​ບິນ​ຕໍາ​ໜ້າ​ຜາ​ສູງຊັນ​ທີ່ຢູ່​ທາງ​ໃຕ້​ນະຄອນຫລວງ Jakarta ​ໃນ​ລະຫວ່າງ​ທີ່ບິນ​ທົດ​ລອງ​ນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ການ​ກູ້​ໄພຈະ​ດໍາ​ເນີນຕໍ່​ໄປ ​ແຕ່​ກໍ​ເຕືອນ​ວ່າ ມີ​ໂອກາດ​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ພົບ​ເຫັນ​ຜູ້​ລອດ​ຊີວິດ ​ໃນ​ຈໍານວນ​ຜູ້​ໂດຍ ສານ​ປະມານ 50 ຄົນທີ່ຢູ່​ເທິງເຮືອບິນ Sukhoi Superjet ຊຶ່ງ​ຫາຍສາບ ​ສູນ​ໄປ​ເມື່ອ​ວັນ​ພຸດ​ວານ​ນີ້.

ທ່ານ Susilo Bambang Yudhoyono ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ເຮືອບິນໂດຍສານ​ທີ່​ປະສົບ​ອຸບັດ​ເຫດລໍາ​ດັ່ງກ່າວ ​ໄດ້​ຖືກ​ພົບ​ເຫັນ ​ໃນວັນ​ພະຫັດ​ມື້​ນີ້ຢູ່​ສົ້ນ​ສູງຊັນຂອງ​ພູ Salak ຊຶ່ງ​ເປັນ​ພູ​ໄຟ​ທີ່​ມິດ​ງຽບ ຫຼືບໍ່​ໄດ້​ລະ​ເບີີດ​ ທາງ​ພາກ​ໃຕ້​ຂອງ​ນະຄອນຫລວງ Jakarta ນັ້ນ.

ບັນດາ​ສະມາຊິກ​ຄອບຄົວ​ຂອງ​ພວກ​ເຄາະ​ຮ້າຍທີ່ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ ​ບິນນະຄອນ​ຈາ​ກາ​ຕ້ານັ້ນ ພາກັນຮ້ອງ​ໄຫ້​ດ້ວຍ​ຄວາມ​ເສົ້າສະຫຼົດ​ໃຈ​ເວລາ ພວກ​ເຂົາ​ເຈົ້າ​ໄດ້​ຍິນ​ວ່າ ​ໄດ້​ຄົ້ນ​ພົບເຮືອບິນ​ໂດຍສານ​ທີ່​ປະສົບ​ອຸບັດເຫດ​ຕົກແລ້ວ.

ສະພາບດິນ​ຟ້າ​ອາກາດ​ປັ່ນ​ປ່ວນ ໃນ​ຂັ້ນຕົ້ນໄດ້​ເປັນ​ອຸບປະສັກ​ໃນ​ການ​ຄົ້ນ ຫາເຮືອບິນລໍາ​ດັ່ງກ່າວທີ່​ແລ່ນ​ຂຶ້ນຈາກ​ສະໜາມ​ບິນ Halim ຂອງ​ນະຄອນ Jakarta ບໍ່​ດົນ​ຫລັງ​ຈາກ​ບ່າຍ​ສອງ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ ເມື່ອວັນ​ພຸດ ຊຶ່ງເຮືອບິນ​ລຳ​ນີ້ມີ​ກໍານົດ​ຈະ​ບິນ​ກັບ​ຄືນ​ມາ​ບໍ່​ເຖິງ​ນຶ່ງ​ຊົ່ວ​ໂມງແຕ່ເຮືອບິນໄດ້​ຫຼຸດລະດັບ​ເພດານ​ບິນ ​ຈາກ 3,000 ​ແມັດ ລົງ​ມາ​ສູ່ 1,800 ແມັດ ​ແລະ​ຂາດ​ການ​ຕິດ​ຕໍ່​ກັບ​ຫໍ​ບັງຄັບ​ການບິນ ​ຂະນະ​ພວມ​ບິນຢູ່​ອ້ອມ​ແອ້ມ​ບໍລິ​ເວນ​ພູ Salak ທີ່​ມີ​ຄວາມ​ສູງ 2,200 ​ແມັດ​ນັ້ນ.

ຣັດ​ເຊຍ​ມີ​ຄວາມ​ຫວັງ​ສູງ​ສໍາລັບເຮືອບິນອາຍພົ່ນ Superjet ຂອງ​ຕົນ ຊຶ່ງຣັດເຊຍ​ເຊື່ອ​ວ່າ​ຈະ​ເປັນເຮືອບິນ​ໂດຍສານ​ທີ່​ມີ​ອິດ​ທິພົນເດັ່ນ​ດັງທີ່​ສຸດລຸ້ນນຶ່ງ​ໃນ​ຕະຫລາດ​ການບິນໂລກ.

XS
SM
MD
LG