ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ HRW ວິຕົກກັງວົນ ໃນການຖອນໂຕ ອອກຈາກ ສານອາຍາສາກົນ ຂອງຣັດເຊຍ


ທິວທັດດ້ານນອກ ສຳນັກງານໃຫຍ່ ຂອງສານອາຍາສາກົນ International Criminal Court ຫຼື ICC ຢູ່ໃນນະຄອນ Hague ຂອງປະເທດ Netherlands, ວັນທີ 12 ມັງກອນ 2016.
ທິວທັດດ້ານນອກ ສຳນັກງານໃຫຍ່ ຂອງສານອາຍາສາກົນ International Criminal Court ຫຼື ICC ຢູ່ໃນນະຄອນ Hague ຂອງປະເທດ Netherlands, ວັນທີ 12 ມັງກອນ 2016.

ບັນດາກຸ່ມປົກປ້ອງສິດທິມະນຸດ ໃນທົ່ວໂລກ ໄດ້ປະນາມ ການຕັດສິນໃຈຂອງຣັດເຊຍ
ທີ່​ຈະຖອນໂຕອອກຈາກ ສານອາຍາສາກົນ ຫຼື ICC ອັນເປັນສັນຍານເຕືອນ ຂອງມົສກູ ເຖິງ “ການຖອຍຄືນ” ຈາກລະບົບຍຸຕິ​ທຳສາກົນ ແລະສະຖາບັນຕ່າງໆ ແລະ ຄວາມບໍ່ ພໍອົກພໍໃຈ ກັບຮ່ອງຮອຍ ​ໃນ​ການ​ເຕືອນ ສຳລັບຊາວຣັດເຊຍທຳ​ມະ​ດາສາມັນ ຜູ້ທີ່ເປັນ ຫ່ວງເປັນໃຍ ກ່ຽວກັບການປົກປ້ອງສິດທິມະນຸດ ຂອງພວກເຂົາເຈົ້າ.

ປະທານາທິບໍດີ ຂອງຣັດເຊຍ ທ່ານ Vladimir Putin ກ່າວຖະແຫລງ ຕໍ່ບັນດານັກຂ່າວຂອງຣັດເຊຍ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ, ວັນທີ 16 ຕຸລາ 2016.
ປະທານາທິບໍດີ ຂອງຣັດເຊຍ ທ່ານ Vladimir Putin ກ່າວຖະແຫລງ ຕໍ່ບັນດານັກຂ່າວຂອງຣັດເຊຍ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ, ວັນທີ 16 ຕຸລາ 2016.

ດຳລັດຂອງວັງ Kremlin ທີ່ໄດ້ປະກາດ ໃນວັນພຸດວານນີ້ ຈະບໍ່ມີຜົນກະທົບຫຍັງເລີຍ ຕໍ່ການປະຕິບັດງານຂອງສານ​ອາຍ​າ ICC ດັ່ງທີ່ ບັນດາຜູ້ພິພາກສາ ສາກົນໄດ້ກ່າວ. ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ລົງນາມ ໃນສົນທິສັນຍາ Rome Statue ຂອງ ສານ ICC ສອງປີ ຫຼັງຈາກທີ່ສານໄດ້ກໍ່ຕັ້ງຂຶ້ ໃນປີ 1998 ແຕ່ສະພາ
ຂອງມົສກູ ບໍ່ເຄີຍຮັບຮອງເອົາສົນທິສັນຍານີ້.

ຫຸ່ນທະຫານ ພາຍປືນ ທີ່ເປັນຕົວແທນ ຂອງ "little green men ຫຼື ພວກຄົນຂຽວນ້ອຍ" ຜູ້ທີ່ຣັດເຊຍ ໄດ້ສົ່ງໄປຊ່ອຍຮວບຮວມເອົາແຫຼມ Crimea ຂອງຢູເຄຣນ. (ພາບມາຈາກວີດີໂອຂອງ VOA)
ຫຸ່ນທະຫານ ພາຍປືນ ທີ່ເປັນຕົວແທນ ຂອງ "little green men ຫຼື ພວກຄົນຂຽວນ້ອຍ" ຜູ້ທີ່ຣັດເຊຍ ໄດ້ສົ່ງໄປຊ່ອຍຮວບຮວມເອົາແຫຼມ Crimea ຂອງຢູເຄຣນ. (ພາບມາຈາກວີດີໂອຂອງ VOA)

ຢ່າງໃດກໍຕາມ ການກະທຳຂອງຣັດເຊຍ ມີຂຶ້ນຫຼັງຈາກທີ່ ຫຼາຍປະເທດ ໃນທະວີບ ອາຟຣິກາ ໄດ້ຕັດສິນໃຈ ຖອນໂຕອອກຈາກສານດັ່ງກ່າວ ເມື່ອບໍ່ດົນມານີ້. ທ່ານນາງ Elizabeth Evenson ຜູ້ອຳນວຍການຮ່ວມ ຮັກສາການດ້ານຕຸລາການສາກົນ ຂອງ
ກຸ່ມ​ປົກ​ປ້ອງສິດທິມະນຸດ Human Rights Watch ຫຼື HRW ໄດ້ກ່າວວ່າ “ພວກເຮົາ ກຳລັງຢູ່ໃນຊ່ວງເວລາ ທີ່ສຳຄັນຍິ່ງ.” ທ່ານນາງ ໄດ້ໂອ້ລົມກັບວີໂອເອ ຈາກນະຄອນ The Hague.

ສານ ICC ເປັນສະຖາບັນດ້ານກົດໝາຍສາກົນ​ແຫ່ງທຳອິດ ທີ່ມີອຳ ນາດສານ ທີ່ຈະ ດຳເນີນຄະດີ ການຂ້າລ້າງ​ເຊື້ອຊາດ ຄະດີອາຊະຍາກຳຕໍ່ຕ້ານມະນຸດຊາດ ແລະ ອາຊະຍາກຳສົງຄາມ ເປັນຕົ້ນ ຊຶ່ງສານ ດັ່ງກ່າວ ໄດ້ເຮັດໃຫ້ວັງ Klemlin ໂກດແຄ້ນ ​ເມື່ອສັບປະດານີ້ ໂດຍການອອກບົດລາຍງານສະບັບໜຶ່ງ ທີ່ສະລຸບວ່າ ຣັດເຊຍ ໄດ້ ປະຕິບັດການທາງດ້ານທະຫານ ໃນບັນຫາຂັດແຍ່ງກັບຢູເຄຣນ ໃນຕົ້ນປີ 2014 ແລະ
ວ່າ ການ​ປະກາດ ​ຮວມເອົາແຫລມ Crimea ຂອງຢູເຄຣນ ໂດຍມົສກູ ນັ້ນ ແມ່ນເປັນ “ການເຂົ້າຍຶດຄອງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG