ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຣັດເຊຍ ເປັນເຈົ້າພາບ ຈັດການພົບປະເຈລະຈາ ສັນຕິພາບ ຂຶ້ນ ສຳລັບພວກຜູ້ຕາງໜ້າຊີເຣຍກຸ່ມຕ່າງໆ


ແຜນທີ່ ເມືອງ Daraa ຂອງ ຊີເຣຍ
ແຜນທີ່ ເມືອງ Daraa ຂອງ ຊີເຣຍ

ຣັດ​ເຊຍ​ເປັນ​ເຈົ້າພາບ​ຈັດການ​ພົບ​ປະກັນ​ສຳລັບ​ບັນດາ​ຜູ້ຕາງ
ໜ້າ​ຊີ​ເຣຍ ​ໃນ​ນະຄອນຫຼວງ​ມົສກູ ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ
​ຂອງ​ການ​ຊຸກຍູ້​ໃຫ້​ມີການ​ເປີດ​ການ​ເຈລະຈາ​ສັນຕິພາບ​ທີ່​ມີ
​ແກ່ນສານຄືນ​ໃໝ່ ​ແລະ​ຊອກ​ຫາ​ທາງ​ແກ້​ໄຂ​ບັນຫາທາງ​ດ້ານ
​ການ​ເມືອງ​ທີ່ປະ​ເທດ​ໄດ້​ປະສົບ​ກັບ​ສົງຄາມ​ກາງ​ເມືອງ​ມາໄດ້
​ເກືອບ 4 ປີ​ແລ້ວ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເປົ້າ​ໝາຍ​ຂອງ​ການ​ພົບ​ປະ​ເຈລະຈາ​
ເປັນ​ເວລາ 4 ມື້ ​ເລີ້ມ​ຕັ້ງ​ແຕ່​ວັນ​ຈັນ​ມື້ນີ້​ເປັນ​ຕົ້ນ​ໄປ ​ແມ່ນ​ເພື່ອ​
ວາງ​ພື້ນຖານ​ສຳລັບ​ກອງ​ປະຊຸມ​ສັນຕິພາບ​ຄັ້ງ​ໃໝ່ ຄື​ກັນ​ກັບ
​ການ​ພົບ​ປະ​ເຈລະຈາກັນ​ສອງ​ຮອບທີ່​ສະຫະ​ປະຊາ​ຊາດ​ເປັນ​
ຜູ້​ໄກ່​ເກ່ຍ​ໃນ​ປີກາຍ​ນີ້​ທີ່​ນະຄອນ Geneva ນັ້ນ ຊຶ່ງ​ກອງ​ປະຊຸມ​ດັ່ງກ່າວ​ບໍ່​ໄດ້​ບັນລຸ​ຄວາມ​ຄືບ​ໜ້າ​ຫຍັງ​ຫຼາຍ.

ຄວາມ​ຄາດ​ຫວັງ​ສຳລັບ​ການ​ພົບ​ປະກັນ​ທີ່​ມົສກູ ​ແມ່ນ​ຢູ່​ໃນ​ລະດັບ​ຕໍ່າ ທ່າມກາງ​ການ​ບໍ່​ມາ​ຮ່ວມ​ນຳ​ຈາກ​ພັກ​ຝ່າຍ​ຄ້ານ​ທີ່​ສຳຄັນ​ທີ່​ໄດ້​ຮັບ​ການ​ໜຸນຫຼັງ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ​ແລະຄຳ​ຖາມ​ຕ່າງໆ​ກ່ຽວ​ກັບ​ວ່າ​ຈະ​ໄກ່​ເກ່ຍຂໍ້​ຕົກລົງ​ກັນ​ໄປ​ແບບ​ໃດ ​ໃນ​ລະຫວ່າງ​ບັນດາ​ກຸ່ມ​ຕ່າງໆ
​ທີ່​ມີ​ຢ່າງ​ຫຼາກ​ຫຼາຍ ທີ່​ກຳລັງ​ພາກັນ​ຕໍ່ສູ້​ກັບ​ຝ່າຍ​ລັດຖະບານ​ຢູ່​ນີ້​.

​ໃນ​ຄຳ​ໃຫ້​ສຳພາດ​ທີ່​ພິມ​ລົງ​ໂດຍ​ໜັງສືພິມ Foreign Affairs ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ໃນສະ
ຫະລັດ​ໃນ​ວັນ​ຈັນ​ມື້​ນີ້ ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ ກ່າວ​ວ່າ ສົງ
ຄາມ​ໃດໆ​ທີ່​ຍຸດຕິ​ລົງ​ດ້ວຍ​ການ​ແກ້​ໄຂ​ກັນ​ດ້ານ​ການ​ເມືອງ”
​ແຕ່​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ຈະ​ຕ້ອງດຳ​ເນີນ​ໄປ​ກັບ​ຝ່າຍ​ຄ້ານ​ແທ້​ໆຂອງ​ຊີ​ເຣຍ ​ແລະ​ບໍ່​ແມ່ນ​ກັບ​ “ຫຸ່ນ”
ທີ່​ຄວບ​ຄຸມ​ໂດຍ Qatar, Saudi Arabia ຫຼືພວກ​ປະ​ເທດ​ຕາ​ເວັນ​ຕົກ.

XS
SM
MD
LG