ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

11 ຄົນ ເສຍຊີວິດ ຍ້ອນນໍ້າຖ້ວມ ຢູ່ເຂດຊາຍແດນ ຣັດເຊຍ ແລະຈີນ (ວີດິໂອ)


ວີດິໂອ-ໄພນໍ້າຖ້ວມ ທີ່ຣັດເຊຍ
please wait

No media source currently available

0:00 0:00:40 0:00

ໄພນໍ້າຖ້ວມ ທີ່ຮ້າຍແຮງທີ່ສຸດ ໃນຮອບຫລາຍກວ່າ 100 ປີ ໄດ້ທໍາລາຍລ້າງຜານ ເຂດຕາເວັນອອກໄກຂອງຣັດເຊຍ

ໄພນໍ້າຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບຫລາຍກວ່າ 100 ປີ ໄດ້ທໍາລາຍລ້າງຜານເຂດຕາເວັນອອກໄກຂອງຣັດເຊຍ ເຮັດໃຫ້ຫລາຍພັນຄົນທີ່ອາໄສຢູ່ໃກ້ແມ່ນໍ້າ Amur ທີ່ເປັນ
ເຂດຊາຍແດນຕິດກັບພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ
ຈີນນັ້ນ ຕ້ອງໄດ້ໜີຈາກບ້ານເຮືອນຂອງຕົນ.

ເຈົ້າໜ້າທີ່ຣັດເຊຍເວົ້າວ່າ 17 ພັນຄົນໄດ້ຖືກຍົກຍ້າຍອອກ
ຈາກ​ໄປໃນວັນເສົາວານນີ້ ແລະໄດ້ເຕືອນວ່າ ຕົວເລກດັ່ງ
ກ່າວອາດຈະຖີບຕົວຂຶນສູງເຖິງນຶ່ງແສນຄົນໃນ​ໄລຍະຫລາຍໆ
ມື້ ຕໍ່ໜ້ານີ້.

ອົງການຂ່າວຊິນຫົວຂອງທາງການຈີນກ່າວໃນວັນສຸກຜ່ານມາວ່າ ໄພນໍ້າຖ້ວມໄດ້ສັງ
ຫານ 11 ຄົນ ແລະໄດ້ເຮັດໃຫ້ຫລາຍກວ່າ 140 ພັນຄົນ ທີ່ອາໄສຢູ່ໃກ້ແຄມແມ່ນໍ້າ Amur ທີ່ເອີ້ນກັນຢູ່ໃນຈີນວ່າ Heilongjiang ນັ້ນ ຕ້ອງພາກັນອົບພະຍົບອອກຈາກ
ບ້ານເຮືອນຂອງຕົນ. ອົງການຂ່າວດັ່ງກ່າວຍັງເວົ້າອີກວ່າ ນໍ້າຖ້ວມໄດ້ທໍາລາຍບ້ານ
ເຮືອນຫລາຍກວ່າ 2,500 ຫລັງ ແລະໄດ້ເຮັດໃຫ້ ການບໍລິການຂອງລົດໄຟຂົນສົ່ງຄົນ
ໂດຍສານ ຕ້ອງຖືກງົດໄວ້ ແລະກໍໄດ້ຖ້ວມເນື້ອທີ່ປູກຝັງ ຢ່າງໜ້ອຍ 1 ລ້ານ 4 ແສນ
ເຮັກຕາ.
XS
SM
MD
LG