ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜົນການເລືອກຕັ້ງ ສະແດງວ່າ ພັກຂອງນາຍົກລັດຖະມົນຕີ Putin ຈະເສຍບ່ອນນັ່ງໃນສະພາ


ພວກພັກຝ່າຍຄ້ານຂອງຣັດເຊຍຂະນະກໍາລັງໂຄສະນາຫາສຽງເລືອກຕັ້ງ
ພວກພັກຝ່າຍຄ້ານຂອງຣັດເຊຍຂະນະກໍາລັງໂຄສະນາຫາສຽງເລືອກຕັ້ງ

ພັກ​ທີ່​ກໍາລັງ​ປົກຄອງ​ປະ​ເທດ​ຂອງ​ນາຍົກລັດຖະມົນຕີ Vladimir Putin ປະສົບ​ກັບ​ຄວາມ​
ຜິດ​ຫວັງ​ຢ່າງ​ບໍ່​ໜ້າ​ເຊື່ອ​ ໃນຜົນ​ການ​ເລືອກ​ຕັ້ງ​ເອົາ​ສະມາ ຊິກສະພາ​ຜູ້​ແທນ ​ໂດຍ​ໄດ້​ສົ່ງ​ຜົນ
ໃຫ້ການມີ​ສຽງສ່ວນຫລາຍ​ໃນ​ສະພາຂອງ ທ່ານ​ພູ​ຕິນທີ່​ຄອບ​ງໍາການ​ເມືອງຣັດ​ເຊຍ​ມາ​ໄດ້
ຫລາຍ​ກວ່າ​ສິບ​ປີ​ນັ້ນ​ແລ້ວ​ນັ້ນ ​ຖືກ​ລົດນ້ອຍລົງ​ຢ່າງ​ຫລວງຫລາຍ.

ຈາກ​ຜົນການ​ນັບ​ບັດຄະ​ແນນໄປ​ແລ້ວ 96 ​ເປີ​ເຊັນ​ແລ້ວ​ ໃນ​ວັນ​ຈັນ​ມື້​ນີ້ ພັກ​ສາມັກ​ຄີຣັດ​ເຊຍ
ແມ່ນຈະ​ໄດ້​ຮັບ 238 ບ່ອນ​ນັ່ງໃນ​ສະພາ​ດູ​ມາ​ຂອງຣັດ​ເຊຍ ທີ່​ມີທັງ​ໝົດ 450 ບ່ອນ​ນັ່ງ​ນັ້ນ.

ພວກ​ຝ່າຍ​ຄ້ານ​ກ່າວ​ວ່າ ​ຈໍານວນ​ທີ່​ວ່າ​ນັ້ນມີ​ໂຕ​ເລກ​ສູງ​ກໍ​ຍ້ອນ​ການ​ສໍ້ໂກງ.

ຜົນ​ການ​ເລືອກ​ຕັ້ງ​ທີ່​ຄາດ​ຄະ​ເນ​ກັນ​ນີ້ ສະ​ແດງໃຫ້​ເຫັນວ່າ​ ພັກ​ຂອງ​ທ່ານ​ພູ​ຕິນ​ໄດ້ສູນ​ເສຍ
ຕໍາ​ແໜ່​ງພັກ​ສຽງ​ສ່ວນ​ຫລາຍ ທີ່​ມີ​ບ່ອນ​ນັ່ງຫລາຍ​ກວ່າ​ນຶ່ງ​ສ່ວນ​ສາມ​ ທີ່​ອໍານວຍ​ໃຫ້​ພັກ
United Russia ສາມາດ​ປ່ຽນ​ແປງລັດຖະ ທໍາ​ມະນູນ ​ໂດຍ​ລໍາພັງຝ່າຍ​ດຽວ​ໄດ້ນັ້ນ.

ພັກ​ຄອມ​ມີ​ວນີສ ພ້ອມ​ກັບ ພັກ Nationalist Liberal Democrats ​ແລະ​ພັກ Just
Russia ຊຶ່ງ​ເປັນ​ພັກ​ສັງຄົມປະຊາທິປັດ ​ ຕ່າງ​ກໍຊະນະ ທີ່​ນັ່ງ​ຫລາຍ​ສົມຄວນ ຊຶ່ງ​ນັ້ນ​ໝາຍ​
ຄວາມ​ວ່າ ພັກ​ຂອງ​ທ່ານ​ພູ​ຕິນຈະ​ຖືກ​ບັງຄັບ​ໃຫ້​ປະຕິບັດ​ງານ ​ກັບ​ຢ່າງ​ໜ້ອຍ​ພັກ​ຝ່າຍ​ຄ້ານ
ບາງ​ພັກ​ ທີ່​ມີ​ອໍານາດ​ໃໝ່ ຂອງ​ປະ​ເທດ.

ຄະນະ​ກໍາມະການ​ເລືອກ​ຕັ້ງ​ກ່າວ​ເມື່ອ​ວັນ​ຈັນ​ມື້​ນີ້​ວ່າ ພັກ United Russia ຫລື​ສາມັກຄີ
ຣັດ​ເຊຍ ​ໄດ້​ຮັບຄະ​ແນນ​ 49.5 ​ເປີ​ເຊັນ ສົມ​ທຽບ​ກັບ 64% ​ໃນ​ປີ 2007. ພັກ​ຄອມ​ມີ​ວ
ນີສຂອງ​ທ່ານ Gennadi Zyuganov ​ໄດ້​ຄະ​ແນນ​ຕາມ​ມາ​ອັນ​ດັບ​ສອງ ຄື​ຕໍ່າ​ກ່ວາ 20 ​ເປີ
ເຊັນໜ້ອຍ​ນຶ່ງ ​ແຕ່​ກໍ​ເພີ່ມ ຂື້ນຈາກ 12 ​ເປີ​ເຊັນ ຂອງ​ຜົນ​ການ​ເລືອກ​ຕັ້ງ​ເມື່ອ​ສີ່​ປີຜ່ານ​ມາ.

XS
SM
MD
LG