ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວຣັດເຊຍເລິ່ມພາກັນ ອອກໄປ ປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາ (ເບິ່ງວີດີໂອກັບສະໄລດ໌)


ຊາວຣັດເຊຍເລິ່ມພາກັນ ອອກໄປ ປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາ (ເບິ່ງວີດີໂອກັບສະໄລດ໌)
ຊາວຣັດເຊຍເລິ່ມພາກັນ ອອກໄປ ປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາ (ເບິ່ງວີດີໂອກັບສະໄລດ໌)

ພວກ​ລົງຄະແນນ​ສຽງ​ຊາວຣັດ​ເຊຍ ພາກັນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງເອົາສະມາຊິກ​ສະພາ​ແຫ່ງ
ຊາດ ທີ່​ຄາດ​ວ່າ​ຈະມອບ​ໄຊຊະນະ​ໃຫ້​ແກ່ພັກ​ United Russia ຫລືສາມັກ​ຄີຣັດ​ເຊຍ ຂອງ​
ນາຍົກລັດຖະມົນຕີ Vladimir Putin.

ບ່ອນ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້ໄຂຂຶ້ນ​ແລ້ວ ​ໃນເຂດ​ຕາ​ເວັນ​ອອກ​ໄກຂອງ​ຣັດ​ເຊຍ.

ການເລືອກ​ຕັ້ງ​ໃນວັນ​ອາທິດ​ມື້​ນີ້ ​ແມ່ນ​ມີ​ຂຶ້ນທ່າມກາງ​ຄໍາ​ກ່າວ​ອ້າງ ວ່າ​ມີ​ການ​ສໍ້​ໂກງ​ການ
ຫາ​ສຽງ​ເລືອກ​ຕັ້ງ ​ແລະ​ການ​ນາບ​ຂູ່​ຮາວີ​ພວກສັງ​ເກດ​ການ​ ການ​ເລືອກ​ຕັ້ງ​ຢ່າງ​ທີ່​ບໍ່​ເຄີຍ​ມີ
ມາ​ກ່ອນ​ນັ້ນ.

ສະມາຊິກກຸ່ມ​ຕິດຕາມ​ການ​ເລືອກຕັ້ງ​ອິດສະຫລະ ​ຊຶ່ງ​ເປັນ​ພຽງ​ກຸ່ມ​ດຽວ​ຂອງຣັດ​ເຊຍ ກ່າວ
ວ່າ ຜູ້​ນໍາ​ຂອງ​ພວກ​ເຂົາ​ເຈົ້າ ທ່ານນາງ Lilya Shiibanova ​ໄດ້​ຖືກ​ກັກ​ຕົວ​ໄວ້​ເປັນ​ເວລາ
12 ຊົ່ວ​ໂມງ​ໃນວັນເສົາ​ວານ​ນີ້ ທີ່​ສະໜາມບິນ​ມອສ​ໂກ.

ພວກ​ເຈົ້າໜ້າ​ທີ່​ກົມ​ພາສີ ​ໄດ້​ກັກ​ຕົວ​ຫົວໜ້າ​ກຸ່ມ​ Golos ​ໄວ້ທີ່​ສະໜາມ​ບິນ Shereme
tyevo ຫລັງ​ຈາກນາງ​ປະຕິ​ເສດ​ບໍ່​ຍອມ​ມອບ​ຄອມ​ພິວ​ເຕີ Labtop ​ໃຫ້​ແກ່​ພວກ​ເຈົ້າໜ້າ​ທີ່
ຮັກສາ​ຄວາມ​ປອດໄພ​ປະ​ຈໍາ​ສະໜາມ​ບິນ ​ທີ່​ກ່າວ​ວ່າ ​ພວກ​ຕົນ​ຢາກກວດ​ຄົ້ນ​ເຄຶ່ອງຄອມ
ພິວ​ເຕີ ​ເພື່ອເບິ່ງ​ວ່າ​ມີ software ທີ່​ຜິດ​ກົດໝາຍຢູ່​ໃນ​ນັ້ນ​ຫລື​ບໍ່. ທ່ານນາງ Shibanova
ໄດ້​ຖືກ ປ່ອຍ​ຕົວ​ໄປ ​ຫລັງ​ຈາກ​ໄດ້​ມອບ​ເຄຶ່ອງຄອມ​ພິວ​ເຕີ​ໃຫ້​ເຈົ້າໜ້າ​ທີ່.

ທ່ານ​ນາງ​ໄດ້​ບອກ​ພວກ​ນັກ​ຂ່າວ​ທີ່​ເມືອງ St. Petersburg ໃນ​ວັນ​ເສົາ​ວານ​ນີ້​ວ່າ ທ່ານ​
ນາງ​ຢ້ານ​ວ່າ​ອົງການ​ຂອງ​ທ່ານ​ນາງ​ຈະ​ບໍ່​ໄດ້​ຮັບ​ອະນຸຍາດ ​ໃຫ້​ຕິດຕາມ​ເບີ່​ງ​ການເລືອກ​ຕັ້ງ​
ໄດ້​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.

XS
SM
MD
LG