ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ປະຕິເສດຂໍ້ກ່າວຫາຂອງສະຫະລັດ ວ່າລັກເຈາະຂໍ້ມູນທາງຄອມພິວເຕີ້


ທ່ານ Sergey Ryabkov, ຮອງລັດຖະມົນຕີການຕ່າງປະເທດ
ຂອງ ຣັດເຊຍ, ກ່າວໃນສຳນັກງານໃຫຍ່ ອົງການສະຫະປະ
ຊາຊາດ, ໃນເດືອນພຶດສະພາ, 2010.
ທ່ານ Sergey Ryabkov, ຮອງລັດຖະມົນຕີການຕ່າງປະເທດ ຂອງ ຣັດເຊຍ, ກ່າວໃນສຳນັກງານໃຫຍ່ ອົງການສະຫະປະ ຊາຊາດ, ໃນເດືອນພຶດສະພາ, 2010.

ທີ່ນະຄອນຫຼວງມົສກູ ຊາວລັດເຊຍໄດ້ພາກັນສະແດງປະຕິກິລິຍາໃນທ່າປ້ອງກັນດ້ວຍ ຄວາມຮູ້ສຶກສຽດສີ ລຸນຫຼັງລັດຖະບານ ສະຫະລັດ ໄດ້ກ່າວຫາ ຣັດເຊຍ ຢ່າງເປັນທາງ ການວ່າ ຄືຈະມີຄວາມຈິງທີ່ສຸດວ່າ ຣັດເຊຍ ສົມຮູ້ຮ່ວມຄິດຢູ່ເບື້ອງຫຼັງຂອງການລັກເຈາະ ຂໍ້ມູນ ຂອງ ອົງການຈັດຕັ້ງຕ່າງໆທາງດ້ານການເມືອງຂອງ ສະຫະລັດ.

ໃນວັນສຸກຜ່ານມານີ້ ສຳນັກງານຜູ້ອຳນວຍການຂອງການສືບລັບແຫ່ງຊາດ ກັບ ກະຊວງ ປ້ອງກັນຄວາມປອດໄພພາຍໃນ ຫຼື DHS ກ່າວວ່າ ພວກຕົນແນ່ໃຈວ່າ ຣັດເຊຍ ຢູ່ເບື້ອງ ຫຼັງການລັກເອົາອີເມລຊຶ່ງຕໍ່ມາກໍຖືກຮົ່ວໄຫຼອອກໄປທາງອອນລາຍນ໌ນັ້ນ.

ທ່ານ ອີວານ ທະນາຍຄວາມ ໄວ 35 ປີ ກ່າວວ່າ “ນີ້ເປັນການໂຄສະນາຊວນເຊື່ອ. ນີ້ບໍ່ ແມ່ນຄວາມຈິງ. ມັນເປັນຂໍ້ກ່າວຫາວ່າໂຈມຕີທີ່ໃສ່ຮ້າຍຂອງຊາວອາເມຣິກັນ. ແຕ່ລະ ຝ່າຍກໍແມ່ນປ້ອງກັນຜົນປະໂຫຍດທາງດ້ານການເມືອງຂອງຕົນເອງຢູ່ໃນໂລກ. ພວກ ເຂົາເຈົ້າພາກັນໂຄສະນາໃສ່ຮ້າຍຊຶ່ງກັນແລະກັນ.”

ສ່ວນທ່ານ ຢູຣີ ຕຳຫຼວດໄວ 37 ປີ ກໍກ່າວວ່າ “ຂ້າພະເຈົ້າຄິດວ່າມັນເປັນການໂຄສະນາ ຊວນເຊື່ອ. ການລັກເຈາະຂໍ້ມູນທາງຄອມພິວເຕີ້ບໍ? ຣັດເຊຍ ບໍ່ຈຳເປັນຕ້ອງເຮັດແນວ ນັ້ນດອກ. ອັນນີ້ມັນເປັນສົງຄາມເຢັນແບບໃໝ່ໂດຍ ສະຫະລັດ. ບໍ່ແມ່ນໂດຍ ຣັດເຊຍ.”

ແຕ່ສ່ວນຄົນອື່ນໆກໍເວົ້າວ່າ ມັນເປັນການຊີງດີຊີງເດັ່ນກັນແບບໃໝ່ລະຫວ່າງສອງປະເທດ ໂດຍການນຳເອົາເລື່ອງການໂຈມຕີລັກຂະໂມຍທາງຄອມພິວເຕີ້ຕໍ່ ສະຫະລັດ ມາເປັນ ເຫດຜົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG