ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ພູຕິນ ປະຕິເສດ ຕໍ່ການກ່າວຫາວ່າ ຣັດເຊຍ ປະພຶດ ແບບລຸກລານ


ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ປະຕິ​ເສດຕໍ່
​ການ​ກ່າວ​ຫາ​ທີ່ວ່າ ປະ​ເທດ​ຂອງ​ທ່ານ “ລຸກ​ລານ” ​ໂດຍຢືນຢັດ
​ວ່າ ຣັດ​ເຊຍ​ພຽງ​ແຕ່ປົກປ້ອງ ຜົນປະໂຫຍດຂອງຕົນ ຢ່າງແຂງ
ຂັນ ແລະ​ໝັ້ນຄົງຂຶ້ນກວ່າເກົ່າ.

ໃນລະຫວ່າງການ​ຕອບຄຳ​ຖາມ ​ທີ່ກອງ​ປະຊຸມ​ເສດຖະກິດ​ສາ
ກົນຢູ່ນະຄອນ St Petersburg ໃນວັນສຸກວານນີ້ ປະທານາ
ທິບໍດີຣັດ​ເຊຍ​ ຕອບ​ໂຕ້​ຕໍ່ອະດີດ​ນາ ຍົກລັດຖະມົນຕີຝຣັ່ງ ທ່ານ
Francois Fillion ​ທີ່​ກ່າວ​ວ່າ ຣັດ​ເຊຍກຳລັງ​ເພີ້​ມ​ການປະພຶດ
ແບບ​ລຸກ​ລານ​ຫລາຍ​ຂື້ນ.

​ເປັນ​ເວລາ​ດົນ​ນານ​ມາແລ້ວ ທ່ານ Putin ​ກ່າວ​ວ່າ ຣັດ​ເຊຍ “​ໄດ້​ສະ​ເໜີແບບງຽບໆ ​ໃຫ້
ທຸກ​ພັກຝ່າຍ​ຮ່ວມມື​ກັນ” ​ແຕ່​ໄດ້​ເພີ້​ມ “ການບີບ​ຄັ້ນ​ ຈົນ​ເຖິງ​ຈຸດ​ທີ່ບໍ່ ສາມາດບີບຄັ້ນອີກ
ຕໍ່ໄປແລ້ວ.”

​ໃນ​ຕົ້ນ​ອາທິດ​ນີ້ ປະທານາທິບໍດີ Putin ​ໄດ້​ປະກາດ​ວ່າ ກອງທັບຣັດ​ເຊຍຈະເພີ້​ມລູກສອນ
ໄຟຂີປະນາວຸດ​ຂ້າມ​ທະ​ວີບຫຼາຍກວ່າ 40 ຊ​ະ​ນິດ ເຂົ້າສົມ​ທົບ ໃສ່ຄັງ​ອາວຸດ​ນິວ​ເຄ​ລຍຂອງ​
ຕົນໃນປີ​ນີ້. ການ​ປະກາດ​ໄດ້​ຖືກ​ຕິຕຽນ​ຢ່າງແຮງ​ຈາກບັນດາ​ຜູ້ນຳ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ
ນວນ​ນຶ່ງ ຮວມທັງ ​ເລຂາທິການ​ໃຫຍ່ ອົງການ NATO ທ່ານ Jens Stoltenberg ​ທີ່​ຮ້ອງ​
ການປະກາດນີ້ວ່າເປັນການ​ຂົ່ມ​ຂູ່​ທີ່​ຈະ​ໃຊ້​ກຳ​ລັງນິວ​ເຄ​ລຍຂອງຣັດ​ເຊຍ ​ ເພື່ອສ້າງ​ຄວາມ
ບໍ່ທຸ່ນທ່ຽງ ​ແລະ “ເປັນ​ອັນຕະລາຍ.

ທ່ານ Putin ຍັງ​ກ່າວລະຫວ່າງ​ການ​ຕອບຄຳຖາມຂອງທ່ານ ທີ່​ມີການອອກອາກາດ​ສົດ​
ໃນ​ວັນ​ສຸກ​ວານ​ນີ້ ໂດຍສະຖານີໂທລະພາບ ຂອງທາງການຣັດ​ເຊຍ Rossiya 24 ວ່າ
ຣັດ​ເຊຍ​ໄດ້​ປ້ອງ​ກັນບໍ່ໃຫ້​ການ​ທົງ​ໂທດ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ ​ກໍ່ໃຫ້ເກີດວິ​ກິດ​ການ​ເສດຖະກິດ​ຢ່າງຮ້າຍແຮງ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ. ທ່ານ​ຍັງ​ໄດ້​ໃຫ້​ເຫ​ດຜົນ ເປັນຍ້ອນ
ອັນທີ່​ຮ້ອງ​ວ່າ “ຄວາມ​ແຂງ​ແຮງ​ຂອງເສດຖະ ກິດ​ພາຍ​ໃນ” ຂອງຣັດ​ເຊຍ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ ສະຫະລັດ ທ່ານ John Kirby ບໍ່​ເຫັນ​ດີ​ກັບການ​ຊັ່ງຊາ
ຂອງ ທ່ານ Putin ​ໂດ​ຍກ່າວ​ວ່າ “ພວກ​ເຮົາ​ຮູ້​ວ່າ ການ​ລົງ​ໂທດແກ່ຣັດ​ເຊຍ​ໄດ້​ເຮັດ​ໃຫ້
​ເສດຖະກິດ​ຂອງ​ປະ​ເທດ​ເສຍ​ຫາຍ.” ທ່ານ​ກ່າວ​ວ່າ ຄວາມເສຍ ຫາຍຈາກ​ການ​ລົງ​ໂທດ
​ນັ້ນ​ແມ່ນສູ​ງຫຼາຍ.

​ໃນ​ຂະນະ​ດຽວກັນ ສະຫະພາບ​ຢູ​ໂຣບ ​ໄດ້​ປະກາດໃນວັນ​ສຸກ​ວານ​ນີ້ວ່າ ຕົນ​ໄດ້​ຕໍ່​ອາຍຸ
ການ​ລົງ​ໂທດ​ຣັດ​ເຊຍ ​ອອກ​ໄປ​ຕື່ມນຶ່ງ​ປີ ຍ້ອນຣັດເຊຍໄດ້ປະກາດຮວມ ເອົາເຂດ
Crimea ເຂົ້າເປັນດິນແດນຂອງຕົນ ໃນ​ເດືອນ​ມີນາ ​ປີ 2014.

ການ​ລົງ​ໂທດ​ແມ່ນຮ​ວມທັງ ການ​ຫ້າມ​ນຳເຂົ້າ​ສິນຄ້າ​ແລະ​ລົງ​ທຶນ​ຢູ່​ໃນ Crimea ​ການສະ
ໜັບສະໜຸນດ້ານການ​ເງິນ ຫລື​ສະໜອງສິນຄ້າແລະເທັກໂນ​ໂລ​ຈີແກ່​ບໍ ລິສັດຕ່າງໆໃນ Crimea ​ແລະ​ການ​ທ່ອງ​ທ່ຽວ​ທີ່ພົວພັນກັບເຂດທະ​ເລດຳ.

Russia Putin
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG