ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍທວງໃຫ້ເທີກີ ຊີ້ແຈງກ່ຽວກັບ ການກັກ ເຮືອບິນຊີເຣຍ (ສະໄລດ໌)


ເຮືອບິນໄອພົນລົບທະຫານຂອງເທີກີ ໄດ້ບັງຄັບໃຫ້ ເຮືອບິນໂດຍສານຂອງຊີເຣຍລົງຈອດ ໃນເມືອງຫຼວງ Ankara ຂອງເທີກີ, ວັນທີ 10 ຕຸລາ 2012.
ເຮືອບິນໄອພົນລົບທະຫານຂອງເທີກີ ໄດ້ບັງຄັບໃຫ້ ເຮືອບິນໂດຍສານຂອງຊີເຣຍລົງຈອດ ໃນເມືອງຫຼວງ Ankara ຂອງເທີກີ, ວັນທີ 10 ຕຸລາ 2012.
ຣັດເຊຍຮຽກຮ້ອງ ໃຫ້ເທີກີອະທິບາຍ ຫຼັງຈາກທີ່ເຮືອບິນໄອພົນ
ທະຫານຂອງເທີກີ ໄດ້ບັງຄັບໃຫ້ເຮືອບິນໂດຍສານລໍານຶ່ງຂອງ
ຊີເຣຍ ລົງຈອດ ໃນນະຄອນຫລວງ Ankara ໃນຂະນະທີ່ເຮືອບິນ
ດັ່ງກ່າວກໍາລັງບິນຈາກກຸງ Moscow ໄປຍັງ ກຸງ Damascus
ໃນວັນພຸດວານນີ້.

ກະຊວງການຕ່າງປະເທດຣັດເຊຍ ກ່າວຢູ່ໃນຄໍາຖະແຫລງ
ສະບັບນຶ່ງໃນວັນພະຫັດມື້ນີ້ ວ່າ ການກະທໍາດັ່ງກ່າວຂອງເທີກີ
ໄດ້ຂົ່ມຂູ່ຕໍ່ຊີວິດແລະຄວາມປອດໄພຂອງພວກຜູ້ໂດຍສານ
ໃນເຮືອບິນ ຊຶ່ງມີຮວມທັງພົນລະເມືອງຣັດເຊຍ 17 ຄົນນັ້ນ.

ເຮືອບິນຂອງສາຍການບິນຊີເຣຍ ທີ່ມີຜູ້ໂດຍສານຫຼາຍກວ່າ 30
ຄົນໃນເຮືອບິນນັ້ນ ໄດ້ ຮັບອະນຸຍາດໃຫ້ເດີນທາງຕໍ່ໄປຍັງຊີເຣຍ
ໃນເຊົ້າວັນພະຫັດມື້ນີ້ ຫຼັງຈາກທີ່ທາງເທີກີ ໄດ້ຍຶດເອົາ ອັນທີ່ຕົນເອີ້ນວ່າ ສິນຄ້າຜິດ
ກົດໝາຍນັ້ນ.

ລັດຖະມົນຕີການຕ່າງປະເທດຂອງເທີກີ ທ່ານ Ahmet Davutoglu ໄດ້ກ່າວໃນວັນພຸດ
ວານນີ້ວ່າ ບັນດາເຈົ້າໜ້າທີ່ສະໜາມບິນ Esenboga ຂອງນະຄອນຫລວງ Ankara
ໄດ້ຍຶດເອົາສິ່ງຂອງ ທີ່ຖືວ່າ ຜິດກົດລະບຽບການບິນພົນລະເຮືອນຂອງນາໆຊາດນັ້ນ.

ຕາໜ່າງໂທລະພາບ NTV ຂອງເທີກີ ລາຍງານວ່າ ສິ່ງຂອງທີ່ຖືກຍຶດນັ້ນ ມີຮວມທັງ
ຊິ້ນສ່ວນຂອງລູກສອນໄຟ. ທາງລັດຖະບານຊີເຣຍ ຍັງບໍ່ທັນໃຫ້ຄວາມຄິດເຫັນໃດໆ
ກ່ຽວກັບເຫດການນີ້ເທື່ອ.

ເຮືອບິນໄອພົນລົບທະຫານຂອງເທີກີ ໄດ້ບັງຄັບໃຫ້ເຮືອບິນໂດຍສານຂອງຊີເຣຍລົງ
ຈອດໃນເມືອງຫຼວງຂອງເທີກີ ໃນຖານສົງໄສວ່າ ໄດ້ລໍາລຽງອາວຸດຍຸດໂທປະກອນ
ຈາກຣັດເຊຍໄປໃຫ້ລັດຖະບານຊີເຣຍ ຂອງປະທານາທິບໍດີ Bashar al-Assad
ທີ່ເປັນພັນທະມິດເກົ່ແກ່ມາຍາວນານຂອງຣັດເຊຍນັ້ນ. ທ່ານ Assad ກໍາລັງຕໍ່ສູ້ຕ້ານ
ຢັນການກະບົດມາເປັນເວລາ 19 ເດືອນ ຂອງກຸ່ມພວກທີ່ເປັນປໍລະປັກຕໍ່ທ່ານ ທີ່ພະຍາ
ຍາມຈະຍຸດຕິການປົກຄອງມາເປັນເວລາ 11 ປີຂອງທ່ານນັ້ນ.

ເບິ່ງສະໄລດ໌ ບັນທຶກສະພາບການຫລ້າສຸດຂອງຊີເຣຍ

XS
SM
MD
LG