ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ລົງໂທດ ຄັ້ງໃໝ່ ຕໍ່ພວກບໍລິສັດ ທີ່​ສຳ​ຄັນໆ ຂອງ ຣັດເຊຍ (ວີດີິໂອ)


US, EU to Impose New Sanctions on Russia Over Ukraine
please wait

No media source currently available

0:00 0:03:05 0:00

ປະທານາທິບໍດີ Vladimir Putin ​ແຫ່ງຣັດ​ເຊຍ ກ່າວ​ວ່າ ການ​ລົງ​
ໂທດ​ຮອບ​ຫຼ້າ​ສຸດ​ຂອງ​ສະຫະລັດຕໍ່ຣັດ​ເຊຍ ຈະເຮັດ​ໃຫ້​ສາຍ​ພົວ
ພັນ​ລະຫວ່າງ​ສອງ​ຝ່າຍ​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ​ແລະ​ສ້າງ​
ຄວາມ​ເສຍຫາຍ​ໃຫ້​ແກ່​ວົງ​ການ​ທຸລະ​ກິດ​ຂອງ​ສະຫະລັດ ​ແລະ​
ຂອງຣັດ​ເຊຍ​ເຊັ່ນ​ກັນ.

ທ່ານ​ພູ​ຕິນ ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ທ່ານ​ຜ່ານ​ທາງ​ໂທລະ
ພາບໃນ​ລະຫວ່າງ​ການ​ຢ້ຽມຢາມ​ປະ​ເທດ Brazil ໃນ​ເວລາ​ພຽງ
​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ປະ
ກາດລົງ​ໂທດ​ຄັ້ງໃໝ່ຕໍ່​ພວກ​ທະນາຄານແລະບໍລິສັດ​ພະລັງງານ
ຕ່າງໆ​ຂອງຣັດ​ເຊຍຍ້ອນມົສກູ​ໃຫ້ການ​ສະໜັບສະໜຸນ​ແກ່​ການ
​ກໍ່ກະບົດ​ຂອງ​ພວກ​ຫົວ​ແບ່ງ​ແຍກ​ທີ່​ນິຍົມຣັດ​ເຊຍ​ໃນ​ຢູ​ເຄຣນນັ້ນ.

ukraine17july14
please wait
Embed

No media source currently available

0:00 0:01:45 0:00


ທ່ານ​ພູ​ຕິນ ກ່າວ​ວ່າ “ການ​ລົງ​ໂທດ​ມີ​ຜົນ​ກະທົບ​ ທີ່​ເປັນ​ອັນຕະລາຍ ​ແລະບໍ່​ມີ​ຂໍ້​
ສົງ​ໄສ​ໃດໆ ທີ່​ວ່າການ​ລົງ​ໂທດ​ນີ້ ຈະ​ຊຸກຍູ້​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສະຫະລັດ ​ແລະຣັດ​ເຊຍ​ໄປ​ສູ່​ສະພາບ​ບໍ່​ໄປ​ບໍ່​ມາ ​ແລະ​ສ້າງຄວາມ​ສາຍ​ຫາຍ​ທີ່​ຮ້າຍ​ແຮງ​
ທີ່​ສຸດ​ແລະ​ຂ້າພະ​ເຈົ້າ​ໝັ້ນ​ໃຈ​ວ່າ ​ເລື້ອງ​ນີ້ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ເຊັ່ນ​ກັນ​ໃຫ້​
ແກ່​ຜົນ​ປະ​ໂຫຍ​ດທາງ​ດ້ານ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ໃນ​ລະຍະ​ຍາວຂອງ​ລັດຖະ
ບານ​ສະຫະລັດ ​ແລະ​ຂອງ​ປະຊາຊົນ​ສະຫະລັດນຳດ້ວຍ.”


ນອກຈາກ​ນີ້ ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ໃນ​ວັນ​ພະຫັດມື້​ນີ້​ວ່າ ຣັດ​ເຊຍ​ຈະ
​ບໍ່​ໂຍະຍານ​ຕໍ່ “ການ​ຂູ່​ເຂັນ​” ຈາກ​ສະຫະລັດ ​ແລະ​ສະ ຫງວນ​ສິດ ​ເພື່ອ​ເອົາ​ມາດ​ຕະ
ການ​ຕອບ​ໂຕ້​ຕ່າງໆ ​ແລະ ພ້ອມ​ດຽວ​ກັນ​ຍັງກ່າວ​ຫາ​ສະຫະພາບ​ຢູ​ໂຣບທີ່​ຖືກ​ກົດ​ດັນ​
ຈາກ​ສະຫະລັດ ໃຫ້​ທຳ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ​ເຊັ່ນ​ກັນ.

ໃນ​ການ​ກ່າວຖະ​ແຫຼ​ງທີ່​ທຳນຽບຂາວ​ໃນ​ວັນ​ພຸດ​ວານ​ນີ້ ທ່ານ​ໂອ​ບາ​ມາ ເວົ້າ​ວ່າ ທ່ານ​ໄດ້​ຮຽກຮ້ອງຊ້ຳ​ແລ້ວ​ຊ້ຳ​ອີກ​ໃຫ້​ມົສກູ​ເອົາ​ບາດກ້າວ​ທີ່​ສຳ ຄັນ​ຕ່າງໆ ​ເພື່ອ​ຜ່ອນ​ຄາຍ​ວິ​ກິດ​
ການ​ນີ້​ລົງ ​ແລະ​ວ່າມາ​ຮອດ​ປັດຈຸບັນ​ນີ້ ຣັດ​ເຊຍ​ບໍ່​ໄດ້​ທຳ​ການ​ເຄື່ອນ​ໄຫວ​ໃດໆ ຕໍ່ຂໍ້​ສະ​
ເໜີ​ແນະ​ຕ່າງໆ​ຂອງ​ສະຫະລັດ​.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຂອງ​ກະຊວງ​ການ​ເງິນສະຫະລັດກ່າວ​ວ່າ ການ​ລົງ​ໂທ​ດຄັ້ງ​ຫຼ້າ​ສຸດ
​ນີ້ ຫ້າມ​ສະຫະລັດ​ໃຫ້​ທຶນ​ໃໝ່​ແກ່​ສອງ​ສະ​ຖາ​ບັນ ທີ່ ​ລັດ​ເປັນ​ເຈົ້າ​ຂອງ​ ຂອງຣັດ​ເຊຍ ຄື ບໍລິສັດ​ຜະລິດ​ແກັ​ສທຳ​ມະ​ຊາດ Novatek ​ແລະ​ບໍລິສັດ​ນ້ຳມັນ Rosneft. ມາດ​ຕະການ​ເຫຼົ່າ​ນີ້ຍັງຈຳກັດ​ ພວກ​ບໍລິສັດ​ເຫຼົ່າ​ນີ້​ ເຂົ້າ​ຫາ​ຕະຫຼາດ​ເງິນ​ທຶນ​ຕ່າງໆ​ອີກດ້ວຍ.

XS
SM
MD
LG