ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ບໍ່ພໍໃຈ ທີ່ NATO ຂະຫຍາຍ ການປະຕິບັດງານ ເຂົ້າໄປໃນ ຢູໂຣບຕາເວັນອອກ


ເຮືອບິນລົບເທິກີ ແລະການາດາ ຮ່ວມປະຕິບັດງານ ກັບ NATO.
ເຮືອບິນລົບເທິກີ ແລະການາດາ ຮ່ວມປະຕິບັດງານ ກັບ NATO.

ລັດຖະມົນຕີຕ່າ​ງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໄດ້
​ພົບ​ປະ​ກັບຫົວ ໜ້າອົງການ NATO ທ່ານ Jens Stoltenberg
​ໃນ​ວັນ​ສຸກ​ມື້​ນີ້ ຫລັງ​ຈາກ ກຸ່ມພັນທະ​ມິດທາງ​ທະຫານ​ຂອງ
​ປະ​ເທດຕາເວັນ​ຕົກ ​ແລະ​ສະຫະລັດ ​ໄດ້​ປະ ກາດແຜນການ ​
ເພື່ອ​ເພີ້ມກຳລັງທະຫານ​ທີ່​ໃຫຍ່​ສຸດ ​ຢູ່​ໃນ​ຢູ​ໂຣບ ນັບ​ແຕ່​ສົງ
ຄາມ​ເຢັນ​ເປັນຕົ້ນມາ.

ສະຫະລັດ ຈະ​ເພີ້ມການ​ໃຊ້​ຈ່າຍ​ທາງ​ທະຫານ ຂຶ້ນສີ່​ເທົ່າ ຢູ່​ໃນ​
ຢູ​ໂຣບ ເປັນ 3 ພັນ 4 ລ້ານ​ໂດ​ລາ​ໃນ​ປີ 2017 ​ໃນ​ຂະນະ​ທີ່ອົງ
ການ NATO ​ເພີ້​ມກຳລັງ​ທະ ຫານ ສຳລັບສັບ​ປ່ຽນ ​ແລະເຝິກ​
ແອບ ​ເພີ້ມການ​ເກັບສະ​ສົມ​ ອາວຸດ​ຍຸດ​ໂທ​ປະ ກອນທາງ​ທະ
ຫານ ​ແລະຈັດ​ຕັ້ງກອງ​ກຳລັງ​ປະຕິບັດ​ງານ​ເພື່ອ​ຮັບ​ມື ​ທີ່ສາມາດ​ເຄື່ອນ​ໄຫວ​ຢ່າງວ່ອງ​ໄວຂຶ້ນ.

ຫົວໜ້າອົງການ NATO ທ່ານ Jens Stoltenberg ກ່າວຕໍ່ບັນດານັກຂ່າວ ຢູ່ກອງບັນຊາການ ທີ່ ນະຄອນ Brussels.
ຫົວໜ້າອົງການ NATO ທ່ານ Jens Stoltenberg ກ່າວຕໍ່ບັນດານັກຂ່າວ ຢູ່ກອງບັນຊາການ ທີ່ ນະຄອນ Brussels.

ຣັດ​ເຊຍ ​ໄດ້​ຮ້ອງ​ການ​ເຄື່ອນ​ໄຫວ​ຂອງອົງການ NATO ວ່າ ​ເປັນ​ການ​ຂົ່ມ​ຂູ່ຕໍ່ ສະຖຽນ​ລະ​
ພາບ​ໃນ​ຢູ​ໂຣບ. ກຸ່ມພັນທະ​ມິດ​ NATO ​ກ່າວ​ວ່າ ແຜນການ​ໃໝ່ນີ້ແມ່ນ​ມີ​ເປົ້າໝາຍແນ​ໃສ່
​ເພື່ອ​ໃຫ້ການຄໍ້າປະກັນ​ ແກ່ພັນທະ​ມິດ​ ໃນຢູ​ໂຮບ​ຕາ​ເວັນ​ອອກ ທີ່​ມີ​ຄວ​າມ​ເປັນ​ຫ່ວງ ກ່ຽວ​
ກັບການຮຸກຮານຂອງຣັດ​ເຊຍ.

ກອງທັບຣັດ​ເຊຍ ​ໄດ້ປະກາດ​ໃຫ້​ຢູ່່​ໃນ​ທ່າ​ກຽມ​ພ້ອມ​ສູງ ​ແລະໄດ້​ຊ້ອມລົບ​ຢູ່​ໃນ​ພາກ​ກາງ
ແລະ​ພາກ​ໃຕ້​ຂອງຣັດ​ເຊຍ ​ໃກ້​ກັບຢູ​ເຄຣນ ​ໃນ​ຂະນະ​ທີ່ບັນດາລັດຖະ ມົນຕີ​ປ້ອງ​ກັນ​ປະ​
ເທດຂອງ​ອົງການ NATO ​ເຕົ້າ​ໂຮມ​ກັນ​ຢູ່ນະຄອນ Brussels ​ໃນອາທິດ​ນີ້ ​ເພື່ອ​ຕົກ​ລັງ
​ກັນ​ກ່ຽວ​ກັບບາດກ້າວຕ່າງໆ ​ເພື່ອ​ປ້ອງ​ກັນ​ເຂດ​ທະ​ເລບາ​ລຕິກ ​ແລະ​ຢູ​ໂຣບຕາ​ເວັນ​ອອກ.

ທະຫານຣັດເຊຍ ກຳລັງຕິດຕັ້ງລູກສອນໄຟໃສ່ເຣືອບິນລົບ Sukhoi Su-25 ລະຫວ່າງການເຝິກຊ້ອມທີ່ເຂດ Stavropol.
ທະຫານຣັດເຊຍ ກຳລັງຕິດຕັ້ງລູກສອນໄຟໃສ່ເຣືອບິນລົບ Sukhoi Su-25 ລະຫວ່າງການເຝິກຊ້ອມທີ່ເຂດ Stavropol.

ທ່ານ Stoltenberg ກ່າວ​ວ່າ “ບັນດາ​ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດ ຂອງ​ອົງການ NATO ​
ເຫັນ​ພ້ອມໃນ​ການ​ເສີມ​ຂະຫຍາຍ​ກຳລັງ ​ຢູ່ໃນ​ເຂດພາກ​ຕາ​ເວັນ​ອອກຂອງພັນທະ​ມິດພວກ
​ເຮົາ. ນີ້​ຈະ​ປະກອບ​ດ້ວຍ​ຫລາຍ​ປະ​ເທດ ​ເພື່ອ​ໃຫ້​ເປັນ​ທີ່​ຈະ​ແຈ້ງວ່າ ການ​ໂຈມ​ຕີ​ພັນທະ​ມິດ
​ປະ​ເທດ​ໃດ​ໜຶ່ງ ແມ່ນເປັນ​ການ​ໂຈມ​ຕີປະ ​ເທດພັນທະ​ມິດ​ທັງ​ໝົດ ​ແລະດັ່ງ​ນັ້ນ ​ພັນທະ​ມິດ​
ທັງ​ໝົດຈະ​ພາກັນ​ຕອບ​ໂຕ້ຄືນ.”

ສື່ມວນ​ຊົນ​ຂອງ​ລັດຖະບານຣັ​ດ​ເຊຍ​ກ່າວ​ເຖິງ​ແຜນການ​ອົງການ NATO ​ວ່າ ເປັນການສະ​
ແດງ​ການ​ຂົ່ມຂູ່​ທາງ​ທະຫານ.

Russia Bristles at NATO Expansion in E. Europe
please wait

No media source currently available

0:00 0:02:17 0:00

XS
SM
MD
LG