ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ຄັດຄ້ານ ຮ່າງຍັດຕິແກ້ໄຂບັນຫາ ການຢຸດຍິງ ໃນເມືອງ Aleppo ໃນຊີເຣຍ ຂອງ UN


ເອກອັກຄະລັດຖະທູດ ຣັດເຊຍ ທ່ານ Vitaly Churkin ຄັດຄ້ານຮ່າງຂໍ້ແກ້ໄຂບັນຫາ ທີ່ໄດ້ຮຽກຮ້ອງໃຫ້ຍຸຕິການໂຈມຕີ ທາງອາກາດ ແລະ ການບິນທາງ ທະຫານຢ່າງກະທັນຫັນ
ຢູ່ເມືອງ Aleppo, ຊີເຣຍ, ທີ່ສຳນັກງານໃຫຍ່ ອົງການ ສະຫະປະຊາຊາດ, ນະຄອນ ນິວຢອກ. 8 ຕຸລາ, 2016.
ເອກອັກຄະລັດຖະທູດ ຣັດເຊຍ ທ່ານ Vitaly Churkin ຄັດຄ້ານຮ່າງຂໍ້ແກ້ໄຂບັນຫາ ທີ່ໄດ້ຮຽກຮ້ອງໃຫ້ຍຸຕິການໂຈມຕີ ທາງອາກາດ ແລະ ການບິນທາງ ທະຫານຢ່າງກະທັນຫັນ ຢູ່ເມືອງ Aleppo, ຊີເຣຍ, ທີ່ສຳນັກງານໃຫຍ່ ອົງການ ສະຫະປະຊາຊາດ, ນະຄອນ ນິວຢອກ. 8 ຕຸລາ, 2016.

ຣັດເຊຍ ໄດ້ລົງຄະແນນສຽງຄັດຄ້ານຮ່າງຂໍ້ແກ້ໄຂບັນຫາສະບັບໜຶ່ງ ຂອງສະພາຄວາມ ໝັ້ນຄົງອົງການສະຫະປະຊາຊາດ ເພື່ອຍຸຕິການຖິ້ມລະເບີດທີ່ີຮ້າຍແຮງໃສ່ເມືອງ Aleppo ຂອງ ຊີເຣຍ ນັ້ນ.

ມັນເປັນຄັ້ງທີ 5 ໃນຮອບ 5 ປີຜ່ານມາທີ່ ມົສກູ ໄດ້ໃຊ້ສິດຄັດຄ້ານຂອງຕົນ ເພື່ອກີດກັ້ນ ການປະຕິບັດການຂອງ UN ທີ່ແນເປົ້າໝາຍໃສ່ການຢຸດຢັ້ງ ສົງຄາມນອງເລືອດນີ້.

ລັດຖະມົນຕີການຕ່າງປະເທດຂອງ ຝຣັ່ງ ທ່ານ Jean Marc Ayrault ຜູ້ທີ່ໄດ້ເດີນທາງ ມານະຄອນ ນິວຢອກ ເພື່ອລົງ ຄະແນນສຽງທີ່ບໍ່ຄ່ອຍມີມາກ່ອນໃນວັນເສົາວານນີ້ກ່າວວ່າ “ລະບອບດັ່ງກ່າວ ແລະ ພວກຜູ້ສະໜັບສະໜູນຂອງພວກຕົນອ້າງວ່າ ມັນເປັນການປະ ຕິບັດການໃນຮູບແບບຂອງການປາບປາມລັດທິກໍ່ການຮ້າຍ.”

ລັດຖະມົນຕີທ່ານນີ້ກ່າວວ່າ “ການກະທຳນີ້ແມ່ນບໍ່ຖືກຕ້ອງຢ່າງສິ້ນເຊີງ ແລະ ຂ້າພະ ເຈົ້າຂໍປະນາມພວກເຂົາເຈົ້າຢ່າງແຮງ. Bashar al-Assad ບໍ່ໄດ້ຕໍ່ສູ້ກັບລັດທິກໍ່ການ ຮ້າຍ. ເຂົາເປັນຄົນເຕີມເຊື້ອໄຟເຂົ້າໃສ່ຕື່ມ.”

ຝຣັ່ງ ແລະ ສເປນ ເປັນຜູ້ຮ່າງເອກະສານສະບັບດັ່ງກ່າວ, ເຊິ່ງໄດ້ຮັບການ ສະໜັບສະ ໜູນຮ່ວມເກືອບ 50 ປະເທດ.

ທ່ານ Ayrault ໄດ້ໃຊ້ເວລາໃນສາມວັນທີ່ຜ່ານມາເພື່ອດຳເນີນການ ເປັນສື່ກາງທາງການ ທູດ, ໂດຍທຳອິດໄດ້ເດີນທາງໄປ ມົສກູ ແລະ ຕໍ່ມາກໍນະຄອນຫຼວງ ວໍຊິງຕັນ, ເພື່ອເບິ່ງວ່າ ທ່ານຈະໄດ້ຮັບການສະໜັບສະໜູນສຳລັບມາດຕະການ ຈາກສອງນະຄອນຫຼວງນັ້ນຫຼືບໍ່, ຫຼັງຈາກ ສະຫະລັດ ໄດ້ຢຸດການຮ່ວມມືສອງຝ່າຍກັບ ຣັດເຊຍ ແລະ ຊີເຣຍ.

ຖ້າບໍ່ມີການຄັດຄ້ານຈາກ ຣັດເຊຍ, ມາດຕະການຍັບຢັ້ງການຖິ້ມລະເບີດນັ້ນກໍຄົງຈະຖືກ ອະນຸມັດ. ຈີນ ແລະ ອັງໂກລາ ໄດ້ງົດອອກສຽງ ແລະ ເວເນຊູເອລາ ໄດ້ຮ່ວມກັບ ຣັດເຊຍ ໃນການລົງຄະແນນສຽງ ຄັດຄ້ານ, ແຕ່ບັນດາສະມາຊິກສະພາຄວາມໝັ້ນຄົງ 11 ປະເທດ ໄດ້ລົງຄະແນນສຽງເພື່ອສະໜັບສະໜູນຮ່າງແກ້ໄຂບັນຫານັ້ນ.

ຮອງເອກອັກຄະລັດຖະທູດ ສະຫະລັດ ປະຈຳ UN ທ່ານ David Pressman ກ່າວວ່າ “ຣັດເຊຍ ແລະ ທ່ານ Assad ຢາກຍຶດເອົາພາກຕາເວັນອອກຂອງເມືອງ Aleppo ເພື່ອສືບຕໍ່ສະໜັບສະໜູນ ລັດຖະບານໃນນະຄອນຫຼວງ ດາມັສກັສ. ສະນັ້ນຈຶ່ງບໍ່ສາ ມາດປ່ອຍໃຫ້ຍັດຕິດັ່ງກ່າວຂັດຂວາງຫົນທາງຂອງຕົນຈ່ຶງຕ້ອງໄດ້ ວີໂຕ້ມັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Russia UN Veto
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG