ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີກ 3 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ທີ່ເມືອງ Volgograd (ສະໄລດ໌/ວີດີໂອ)


스웨덴 팔룬에서 열린 노르딕 스키 세계선수권대회 스키점프 경기에서 노르웨이 선수를 응원하는 관객.
스웨덴 팔룬에서 열린 노르딕 스키 세계선수권대회 스키점프 경기에서 노르웨이 선수를 응원하는 관객.
ພ​ວ​ກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ກ່າວ​ວ່າ ອີກ​ສາມ​ຄົນ​ໄດ້​ເສຍ​ຊີວິດ ອັນ
​ເປັນ​ຜົນ​ເນື່ອງ ມາ​ຈາກ​ການ​ວາງ​ລ​ະ​ເບີດ​ສະລະ​ຊີບ​ສອງເທຶ່ອ
ທີ່​ເມືອງ Volgograd ​ໃນ​ພາກ ​ໃຕ້​ຂອງຣັດ​ເຊຍ ​ເມື່ອວັນ​ອາທິດ​
​ແລະ​ວັນ​ຈັນທີ່​ຜານ​ມາ ເຮັດ​ໃຫ້ໂຕ​ເລກ​ຜູ້ເສຍ​ຊີວິດ​ ​ເພີ້ມຂຶ້ນ​ເປັນ
34 ຄົນ ​ແລະ​ອີກ​ຫລາຍສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຍັງ​ບໍ່​ມີ​ກຸ່ມ​ໃດ ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນການ​ໂຈມ​ຕີດັ່ງກ່າວ.

ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ​ໄດ້​ເພີ້​ມຮັກສາ​ຄວາມ​ປອດ​ໄພຢູ່​ໃນ ​ແລະ ​
ອ້ອມ​ແອ້​ມ​ເມືອງ Volgogradຫລັງ​ຈາກ​ໄດ້​ມີ​ການວາງລະ​ເບີດ​ແລ້ວ.

ການ​ໂຈມຕີ​ໃນ​ວັນ​ຈັນວານ​ນີ້ ລະ​ເບີດ​ໄດ້​ທໍາລາ​ຍພາກ​ສ່ວນ​ລົດ​ເມ
ໂດຍສານ ​ໂດຍ​ໄດ້ສັງຫານ 16ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບອີກ 30
ຄົນ. ນຶ່ງ​ມື້ກ່ອນ​ໜ້າ​ນັ້ນ ຜູ້​ໂຈມ​ຕີ​ສະລະ​ຊີບ​ຄົນ​ນຶ່ງ ​ກໍ​ໄດ້​ບີບຄະ​ນວນ​
ລະ​ເບີດ​ໃຫ້​ແຕກ​ຂຶ້ນຢູ່​ທີ່ປະຕູເຂົ້າ​ ບ່ອນຮັກສາ​ຄວາມ​ປອດໄພຂອງ​
ສະຖານີ​ລົດ​ໄຟ​ໃນ​ເມືອງດັ່ງກ່າວ ໃນ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້ 18 ຄົນ​ເສ​ຍຊີວິດ.



​ໂຄສົກ ອົງການ​ສືບສວນ ຣັດ​ເຊຍ ຄົນ​ນຶ່ງ​ກ່າວ​ວ່າ ລະ​ເບີດ​ທີ່ແຕກ​ໃນ ວັນ​ຈັນນັ້ນ ຄ້າຍຄື​ກັນ​ກັບ
ລະເບີດ​ທີ່​ໃຊ້​ການ​ໂຈມ​ຕີ​ໃນ​ວັນ​ອາທິດ ອັນ​ເປັນການ​ຢືນຢັດກ່ຽວ​ກັບ​ການສົງ​ໄສທີ່​ວ່າມັນ​ອາດ​
ຈະ​ພົວພັນ​ກັນ.

ວັງ Kremlin ກ່່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້
​ອອກ​ຄໍາ​ສັ່ງ​ໃຫ້ ອົງການ​ຕໍ່ຕ້ານພວກ​ກໍ່​ການ​ຮ້າຍຂອງ ປະ​ເທດ ​ເພີ້​ມການຮັກສາ​ຄວາມ​ປອດ​
ໄພ ທີ່​ເມືອງ Volgograd ​ແລະ​ຢູ່ແຫ່ງ​ອຶ່ນໆ​ທົ່ວປະ​ເທດ.

Russia Ramps up Security Near Volgograd
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ
XS
SM
MD
LG