ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດເຊຍທຳການຊ້ອມລົບ ຢູ່ໃກ້ຊາຍແດນ ຢູເຄຣນ ( ວີດີໂອ )


ເຮືອບິນລົບໄອພົ່ນ Sukhoi Su-25 ຂອງຣັດເຊຍ
ເຮືອບິນລົບໄອພົ່ນ Sukhoi Su-25 ຂອງຣັດເຊຍ

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ກ່າວ​ວ່າ ທະຫານ​ຂອງ​ຕົນ​ຈະ​ເລີ້ມ​ທຳ​
ການ​ຊ້ອມ​ລົບ​ໃນ​ວັນ​ຈັນ​ມື​ນີ້ ​ຢູ່ໃນ​ເຂດ​ພາກ​ກາງ​ແລະພາກ​ຕາ​
ເວັນ​ຕົກຂອງ ປະ​ເທດ ຊຶ່ງ​ຈະ​ຮວມທັງ​ຂົງ​ເຂດ​ຊາຍ​ແດນ ​ຕິດ​ກັບ
​ຢູ​ເຄຣນ.

​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ການ​ຊ້ອມ​ລົບ​ດັ່ງກ່າວ​ທີ່ຈະ​ມີ​ພວກ​ເຮືອບິນ​ລົບ​
ໄອ​ພົ່ນ ​ແລະ​ເຮືອບິນ​ເຮ​ລີ​ຄອບ​ເຕີ ຫຼາຍ​ກວ່າ 100 ລຳ​ເຂົ້າປະ
ກອບສ່ວນນຳ ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ສຸກ​ອາທິດ​ນີ້.

ເຖິງ​ແມ່ນ​ຄຳ​ປະກາດ​ບໍ່​ໄດ້​ເວົ້າ​ເຖິງ​ຢູ​ເຄຣນ ​ແຕ່​ການ​ຊ້ອມ​ລົບ​ດັ່ງກ່າວ​ກໍ​ອາດສາມາດ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ້​ມທະວີ​ຂຶ້ນ​ໄດ້ ​ໃນ​ຂົງ​ເຂດ​ທີ່​ສະຖານະ​ການ​ປ່ຽນ​ແປງ​ໄດ້​ງ່າຍໆ​ຢູ່​ແລ້ວ​ນັ້ນ.

​ໃນ​ວັນ​ອາທິດ​ວານ​ນີ້ ການ​ປະ​ທະ​ກັນ​ຫລາຍ​ບັ້ນ​ທີ່​ມີ​ຜູ້​ເສຍ​ຊີວິດ ລະຫວ່າງ​ກຳລັງ​ຂອງ​ຢູ​ເຄຣນ ​ແລະ​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ​ນິຍົມ ຣັດ​ເຊຍ ​ໄດ້ດຳ​ເນີນ​ຕໍ່ໄປ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ​ ທຳ​ການຊອກ​ຄົ້ນ​ຢູ່​ໃນ​ບ່ອນ​ທີ່​ເຮືອບິນ​ມາ​ເລ​ເຊຍ
​ຕົກ​ນັ້ນ ເປັນ​ມື້​ທີ​ສາມ​.

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ໃນ​ເມືອງ Donetsk ກ່າວ​ວ່າ ປະຊາຊົນ 6 ຄົນ​ເສຍ​ຊີວິດ​ຢູ່​ທີ່​
ນັ້ນ ​ໃນ​ການ​ລະດົມ​ຍິງ​ປືນ​ໃຫຍ່ໃສ່​ກັນ​ລະຫວ່າງ​ສອງ​ຝ່າຍ. ອົງການ​ຂ່າວ Reuters ກ່າວ​ວ່າ ປະຊາຊົນ​ມຕື່ມ​ອີກ 3 ຄົນ​ເສຍ​ຊີວິດ ທີ່​ເມືອງ Luhansk.

​ໃນ​ເວລາ​ດຽວ​ກັນ ກໍ​ໄດ້​ມີ​ການຈັດ​ສົ່ງຊາກ​ສົບຕື່ມ​ອີກຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຖ້ຽວ​ບິນ 17 ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ ໄປ​ຍັງ ເມືອງ Kharkiv ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອຕຽມ​ສົ່ງ​ຕໍ່ໄປ​ຍັງ​ປະ​ເທດ Netherlands.

ຫົວໜ້າ​ໜ່ວຍງານ​ຂອງ​ຕຳຫຼວດ Netherlands ທີ່​ປະຕິບັດ​ງານ​ຢູ່​ ບ່ອນ​ເຮືອບິ​ນຕົກ ກ່າວ​ວ່າ ພວກຊອກ​ຄົ້ນໄດ້​ເສັດ​ສິ້ນ​ການ​ຊອກ​ຫາ​ຢູ່​ບ່ອນ​ນຶ່ງ​ໃນ​ຈຳນວນ 5 ບ່ອນ ທີ່​ເຮືອບິນ​ຕົກ​ນັ້ນ​ແລ້ວ ​ແລະ​ວ່າ ການ​ຊອກ​ຄົ້ນ​ ຈະ​ໃຊ້​ເວລາ​ຕື່ມ​ອີກ​ຢ່າງ​ໜ້ອຍ 3 ອາທິດ ​ຈຶ່ງ​ຈະ​ສຳ​ເລັດ.

ukraine4august14
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG