ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ປະກາດ ຢຸດຍິງ ເປັນເວລາ 3 ຊົ່ວ​ໂມງ ໃນແຕ່ລະ​ມື້ ໃນຊີເຣຍ


Syria Russia
please wait
Embed

No media source currently available

0:00 0:01:41 0:00

ກອງ​ທັບຣັດ​ເຊຍມີ​ແຜນການ​ທີ່​ຈະຍຸຕິ​ການ​ປະຕິບັດ​ງານ​ທາງ​ທະຫານເປັນ​ການ​ຊົ່ວຄາວ ໃນ ​ເມືອງ Aleppo ຂອງ​ຊີ​ເຣຍ ເລີ້ມ​ແຕ່ 10 ​ໂມງ ​ເຊົ້າ ຕາມ​ເວລາໃນ​ທ້ອງ​ຖິ່ນ ຂອງ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ທີ່​ຈະ​ອະນຸຍາດ​ໃຫ້ພວກ​ພະນັກງານ​ຊ່ອຍ​ເຫຼືອ​ດ້ານມະນຸດສະທຳ ນຳ​ເ​ອົາ ສຳ​ພາລະ​ແລະ​ເຂົ້າຂອງ​ທີ່​ຈຳ​ເປັນ ​ແຕ່ລາຍ​ງານ​ແຈ້ງ​ວ່າ ການ​ສູ້​ລົບ​ກັນ​ນັ້ນ​ ​ແມ່ນ​ຍັງ​ດຳ​ເນີນ
​ຢູ່ຕໍ່​ມາ​.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນ​ຈະ​ຍຸຕິ​ການ​ໂຈມຕີໃນ​ບໍ
ລິ​ເວນ ອ້ອມ​ແອ້ມ​ເມືອງ Aleppo ເປັນເວລາ 3 ຊົ່ວ​ໂມງ ​ໃນ​ແຕ່​ລະ​ມື້ ​ເພື່ອອຳນວຍ​ໃຫ້ພວກ​ພະນັກງານ​ຊ່ອຍ​ເຫຼືອ​ດ້ານມະນຸດສະທຳ ລຳລຽງ​ສຳ​ພາລະ​ແລະ​ເຂົ້າຂອງ​ທີ່​ຈຳ​ເປັນ​ໄປ​ຍັງ​ເມືອງ​ທີ່​ຖືກທຳລາຍດັ່ງກ່າວ ​ໂດຍ​ກ່າວ​ວ່າ “ການ​ຢຸດ​ຍິງ​ເພື່ອ​ມະນຸດສະທຳ” ຈະ​ເລີ້ມ​ແຕ່​ 10 ​ໂມງ​ເຊົ້າ ຫາ 1 ​ໂມງ ຕອນ​ບ່າຍ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້​ ​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ອົງການ​ຂ່າວ Reuters ລາຍ​ງານ​ວ່າ ການ​ສູ້​ລົບ​ກັນ​ນັ້ນ​ ​ແມ່ນ​ຍັງ​ດຳ​ເນີນ​ຢູ່ຕໍ່​ມາ ນຶ່ງ​ຊົ່ວ​ໂມງກວ່່າໆ ​ຫລັງ​ຈາ​ການຢຸດ​ຍິງ​ຄວນ​ຈະ​ເລີ້ມຂຶ້ນ​ແລ້ວ.

ພວກນັກຕໍ່ສູ້ກອງກຳລັງປະຊາທິປັດ ຊິເຣຍ (SDF) ຢ່າງກັບພວກຜູ້ຄົນ ທີ່ໜີອອກຈາກບ້ານເຮືອນ ຍ້ອນການໂຈມຕີ ຂອງກຸ່ມລັດອິສລາມ ແລະ SDF ສູ່ເຂດ Manbij, ເຂດປົກຄອງເມືອງ Aleppo, ຊີເຣຍ, 7 ສິງຫາ, 2016.
ພວກນັກຕໍ່ສູ້ກອງກຳລັງປະຊາທິປັດ ຊິເຣຍ (SDF) ຢ່າງກັບພວກຜູ້ຄົນ ທີ່ໜີອອກຈາກບ້ານເຮືອນ ຍ້ອນການໂຈມຕີ ຂອງກຸ່ມລັດອິສລາມ ແລະ SDF ສູ່ເຂດ Manbij, ເຂດປົກຄອງເມືອງ Aleppo, ຊີເຣຍ, 7 ສິງຫາ, 2016.

ທ່ານ ​Mohammed Rasheed ​ໂຄສົກ​ຂອງ​ກຸ່ມ​ນຶ່ງ​ ທີ່​ຕໍ່ຕ້ານ​ກັບ​ລັດຖະບານ​ຊີ​ເຣຍ ​ໄດ້​ບອກ​ກັບອົງການ​ຂ່າວ Reuters ວ່າ ການ​ຢຸດ​ຍິງ​ນີ້ ບໍ່​ໄດ້​ມີ​ການ​ເຄົາລົບ ທ່ານ​ໄດ້​ກ່າວ​ວ່າ ​ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ມັນ​ຍັງ​ມີ​ການ “​ເພີ້​ມການ​ປະຕິບັດ​ງານ​ຂອງ​ເຮື​ອບິນ​ລົບຣັດ​ເຊຍ​ຕື່ີມ” ​ແລະ​ກອງ​ກຳລັງ​ລັດຖະບານ​ແມ່ນໄດ້ພະຍາຍາມບຸກຄືບ​ໜ້າ​ຕໍ່​ໄປ ​ເພື່ອ​ຕີ​ເອົາເຂດ Ramousah ຂອງເມືອງ Aleppo.

ຜູ້​ທີ່​ເຫັນ​ເຫດການ​ທ່ານ​ນຶ່ງ ​ໃນເມືອງ Aleppo ​ແລະ ​ເຈົ້າ​ໜ້າ​ທີ່​ຂອງພວກ​ຕໍ່ຕ້ານ​ຄົນ​ນຶ່ງເຫັນ​ພ້ອມກັບ​ການ​ກ່າວ​ອ້າງ​ຂອງ​ທ່ານ Rasheed ຊຶ່ງທາງ​ອົງການ​ຂ່າວ Reuters ​ໄດ້​ລາຍ​ງານໄປ​ນັ້ນ.

ທູດພິເສດຂອງອົງການສະຫະປະຊາຊາດ ສະຫຼັບຊີເຣຍ ທ່ານ Staffan de Mistura ກ່າວໃນກອງປະຊຸມທີ່ Vienna, ອ໊ອສເຕຣຍ, 17 ພຶດສະພາ 2016.
ທູດພິເສດຂອງອົງການສະຫະປະຊາຊາດ ສະຫຼັບຊີເຣຍ ທ່ານ Staffan de Mistura ກ່າວໃນກອງປະຊຸມທີ່ Vienna, ອ໊ອສເຕຣຍ, 17 ພຶດສະພາ 2016.

​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ປະຈຳສັບປະດາ ​ເປັນ​ເວລາ 24 ຫາ 48 ຊົ່ວ​ໂມງ ​ເພື່ອລຳລຽງ​ສຳ​ພາລະ​ແລະ​ເຂົ້າຂອງການ ຊ່ອຍ​ເຫຼືອ​ດ້ານມະນຸດສະທຳ ​ທີ່​ຈຳ​ເປັນ​. ເມື່ອ​ມີ​ການ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ປະກາດ ຂອງຣັດ​ເຊຍ ທ່ານ Stephen O’Brien ຫົວໜ້າ​ມະນຸດສະທຳ ຂອງ​ອົງການສະຫະ​ປະ ຊາ​ຊາດ ​ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ວ່າ “ທ່ານ​ຈະ​ເບິ່ງ​ໄປ​ຍັງ​ທຸກໆ​ເລື້ອງ​ທີ່​ເປັນສາ​ເຫດ​ຂອງ​ການ​ກີດ​ກັນການລຳລຽງ​ ສຳ​ພາລະ​ແລະ​ເຂົ້າຂອງການຊ່ອຍ​ເຫຼືອ​ດ້ານມະນຸດ ສະທຳ ທີ່​ຈຳ​ເປັນ.” ​ແຕ່​ວ່າ ທ່ານ​ຍັງ​ໄດ້​ກ່າວ​ວ່າ ການ​ລຳລຽງ​ສຳ​ພາລະ​ຕ່າງໆ ​ໃນ​ຈຳນວນ​ທີ່​ຫຼວງ​ຫຼາຍ​ນີ້ ​ແມ່ນ​ຕ້ອງ​ໄດ້​ໃຊ້​ເວລາ ທັງ​ໝົດ 48 ຊົ່ວ​ໂມງ ທີ່ເມືອງ Aleppo.

ຄວາມ​ເຫັນ​ຫຼ້າ​ສຸດ​ຂອງທ່ານ O’Brien ​ໄດ້​ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ກ່າວ​ວ່າ ມີ​ຫຼາຍ ກ່ວາ 2 ລ້ານ​ຄົນ ໃນເມືອງ Aleppo ບໍ່​ມີ​ນ້ຳ​ດື່ມ ນ້ຳ​ໃຊ້ທີ່​ສະອາດງ ​ແລະ​ໄຟ​ຟ້າ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG