ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

35 ຄົນເສຍຊີວິດ ໃນເຫດວາງລະເບີດ ຢູ່ສະໜາມບິນຣັດເຊຍ


ຮູບພາບສະໝາມບິນ Domodedovo ຂອງຣັດເຊຍທີ່ກຸງ ມອສກູ
ວັນທີ 24 ມັງກອນ 2011.
ຮູບພາບສະໝາມບິນ Domodedovo ຂອງຣັດເຊຍທີ່ກຸງ ມອສກູ ວັນທີ 24 ມັງກອນ 2011.

ປະທານາທິບໍດີ Dmitry Medvedev ​ແຫ່ງຣັດ​ເຊຍ ​ໄດ້
ສັ່ງ​ໃຫ້​ເອົາ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ຮັດ​ເຄັ່ງ
ເປັນ​ພິ​ເສດ ຢູ່​ສະໜາມ​ບິນແລະ​ສະຖານີ​ລົດ​ໄຟ​ທັງ​ໝົດຂອງ
ຣັດ​ເຊຍ​ ຫລັງ​ຈາກ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ລະ​ເບີດ​
ໂຕ​ຕາຍ​ທີ່​ສະໝາ​ມບິນ​ແຫ່ງ​ໃຫຍ່​ທີ່​ສຸດ​ໃນ​ກຸງ​ມອສກູ​ໃນ​ວັນ
ຈັນ​ວານ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ 35 ຄົນ​ແລະ​
ບາດ​ເຈັບ​ສົ່ງ​ເຂົ້າ​ໂຮງໝໍ​ ຕື່ມ​ອີກ 110 ຄົນ.

ທ່ານ Medvedev ຮຽກຮ້ອງ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ສືບສວນ​
ສອບ​ສວນດໍາ​ເນີນ​ການ​ຢ່າງ ຮີບດ່ວນ ​ໃນ​ຂະນະ​ທີ່​ຮ່ອງ
ຮອຍຕ່າງໆ​ຍັງສົດໆ​ຮ້ອນ​ໆຢູ່ ​ແລະ​ທ່ານ​ເອີ້ນ​ການວາງ​
ລະເບີດ​ນີ້​ວ່າ ​ເປັນ​ພຶດຕິການຂອງ​ຜູ້ກໍ່​ການ​ຮ້າຍ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ມີຊາຍ​ຄົນ​ນຶ່ງ​ຖື​ຫີບ​ຍ່າງ​ເຂົ້າ
ໄປ​ໃນ​ບ່ອນ​ທີ່ພວກ​ຄົນ​ໂດຍສານໄປຮັບ​ເອົາ​ຫີບ​ເດີນທາງ
ຂອງ​ເຂົາ​ເຈົ້າ​ທີ່​ສະໜາມ​ບິນ Domodedovo ທີ່​ອັດ​ແອ​ໄປດ້ວຍ​ຜູ້​ຄົນນັ້ນ ​ແລະ​ອາດ​ຈະ​ເປັນ
ຜູ້​ວາງ​ລະ​ເບີດ​ສະລະ​ຊີບຄັ້ງ​ນີ້​.

ອົງການ​ຂ່າວ RIA Novosti ຂອງ​ລັດ ກໍ​ອ້າງ​ຄໍາ​ເວົ້າ​ຈາກ​ແຫ​ລ່ງຂ່າວຝ່າຍປະຕິບັດກົດ
ໝາຍວ່າ ​ອາດ​ມີແມ່ຍິງ​ຄົນ​ນຶ່ງ​ ຕິດຕາມ​ໄປ​ກັບຊາຍ​ຄົນ​ນີ້​ແລະ​ຊ່ອຍ​ໃນ​ການວາງ​ລະ​ເບີດ
ນັ້ນ ກໍ​ໄດ້.

ເຫດລະ​ເບີດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ສະຖານະ​ການ​ທີ່ນອງໄປ​ດ້ວຍເລືອດ​ແລະ​ສັບສົນ​ວຸ້ນວາຍ
ມີຊິ້ນ​ສ່ວນແລະ​ຊີ້ນຂອງ​ພວກ​ໄດ້​ຮັບ​ເຄາະ ກະຈັດກະຈາຍ​ໄປ​ໃນ​ທົ່ວ​ທຸກ​ແຫ່ງ.

ຍັງ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ຄັ້ງ​ນີ້​ເທື່ອ ​ແຕ່​ອົງການ​ຂ່າວ
Interfax ອ້າງ​ແຫ​ລ່ງຂ່າວ​ຂອງ​ເຈົ້າ​ໜ້າ​ທີ່ປະຕິບັດ​ກົດໝາຍແຫ່ງ​ນຶ່ງວ່າ ​ໄດ້​ພົບ​ເຫັນຫົວ​
ຂອງ​ຜູ້​ວາງ​ລະ​ເບີດ​ ທີ່ຂາດ​ອອກຈາກ​ໂຕ​ນັ້ນ.

ພວກ​ຜູ້​ນໍາ​ໂລກໄດ້ພາກັນ​ປະນາມ​ການວາງ​ລະ​ເບີດ​ຄັ້ງ​ນີ້ ພ້ອມ​ກັບ​ປະທານາທິບໍດີ ​ບາຣັກ​
ໂອ​ບາ​ມາ​ແຫ່ງ​ສະຫະລັດ ທີ່​ໄດ້ເອີ້ນ​ເຫດການ​ດັ່ງກ່າວ​ວ່າ ​ເປັນການ​ກະທໍາ​ທີ່ຊົ່ວ​ຮ້າຍ ​ແລະ
ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ທ່ານ​ມີ​ຄວາມ​ຕື່ນ​ສະທ້ານ​ຕົກ
ໃຈ​ເປັນ​ທີ່​ສຸດ.

XS
SM
MD
LG