ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ກ່າວວ່າ ຕົນແກ້ໄຂ ບັນຫາໄດ້ແລ້ວ ກ່ຽວກັບ ການສົ່ງເຄື່ອງຊ່ວຍເຫຼືອ ໄປຍັງຢູເຄຣນ (ສະໄລດ໌/ວີດີໂອ)


ຈາກຊ້າຍ ລັດຖະມົນຕີ​ການ​ຕ່າງປະ​ເທດ ຝຣັ່ງ ທ່ານ Laurent Fabius, ລມຕ ຢູເຄຣນ ທ່ານ Pavlo Klimkin, ລມຕ ເຢຍຣະມັນ ທ່ານ Frank-Walter Steinmeier ແລະ ລມຕ ຣັດເຊຍ ທ່ານ Sergey Lavrov, ກ່ອນເຂົ້າຮ່ວມກອງປະຊຸມ ຢູ່ທີ່ບ້ານພັກຮັບຮອງແຂກ ຂອງກະຊວງ​ການ​ຕ່າງປະ​ເທດເຢຍລະມັນ Villa Borsig ທີ່ Berlin, ວັນອາທິດ ທີ 17 ສິງຫາ 2014.
ຈາກຊ້າຍ ລັດຖະມົນຕີ​ການ​ຕ່າງປະ​ເທດ ຝຣັ່ງ ທ່ານ Laurent Fabius, ລມຕ ຢູເຄຣນ ທ່ານ Pavlo Klimkin, ລມຕ ເຢຍຣະມັນ ທ່ານ Frank-Walter Steinmeier ແລະ ລມຕ ຣັດເຊຍ ທ່ານ Sergey Lavrov, ກ່ອນເຂົ້າຮ່ວມກອງປະຊຸມ ຢູ່ທີ່ບ້ານພັກຮັບຮອງແຂກ ຂອງກະຊວງ​ການ​ຕ່າງປະ​ເທດເຢຍລະມັນ Villa Borsig ທີ່ Berlin, ວັນອາທິດ ທີ 17 ສິງຫາ 2014.

ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov
ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ ​ໄດ້​ແກ້​ໄຂ​ບັນຫາ​ຕ່າງໆ ກ່ຽວ​ກັບ
ການສົ່ງ​ເຄື່ອງ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ ​ເຂົ້າ​ໄປຍັງ​ຢູ​ເຄຣນ
ນັ້ນ​ແລ້ວ. ​ແຕ່​ທ່ານ ກ່າວໃນ​ວັນ​ຈັນ​ມື້​ນີ້ ຢູ່​ Berlin ​ວ່າ ບໍ່​ມີ​ຄວາມ
​ຄືບ​ໜ້າ​ໃດໆໃນ​ການ​ເຈ​ລາ​ຈາ​ ກັບ​ຄູ່​ຕຳ​ແໜ່​ງ ຈາກ ​ເຢຍຣະມັນ
ຝຣັ່ງ ​ແລະ ຢູ​ເຄຣນ ເພື່ອໃຫ້ ມີການ​ຢຸດ​ຍິງ​ກັນ ຫຼື ຊອກ​ຫາ​ການ
​ແກ້​ໄຂ​ທາງ​ການ​ເມືອງ ​ເພື່ອ​ຍຸດຕິ​ການ​ຕໍ່ສູ້​ກັນ​ ໃນ​ພາກ​ຕາ​ເວັນ​
ອອກ​ຂອງ​ຢູ​ເຄຣນ.

ອົງການ​ຂ່າວ​ Interfax ລາຍ​ງານ​ວ່າ ​ຜູ້​ຕ່າງ​ໜ້າ​ຄະນະກຳມະການ
ສາກົນຂອງສະພາກາ​ແດງ ຈະ​ຕິດຕາມ​ໄປ​ກັບ​ຂະ​ບວນລົດ​ຂົນ​ສົ່ງ
​ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ​ຂອງຣັດ​ເຊຍ ເຂົ້າ​ໄປ​ຍັງ​ຢູ​ເຄຣນ ຫຼັງຈາກ ຂະ​ບວນລົດຜ່ານ​ການ​ກວດກາ​ຂອງ​ໜ່ວຍຍາມ​ຊາຍ​ແດນ ​ແລະສຸລະ​ກາກ​ອນ​ແລ້ວ.

ຫາກ​ແຕ່​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈາກ​ຢູ​ໂຣບທັງ​ສາມທ່ານ ​ພ້ອມ​ກັບທ່ານ Lavrov ບໍ່​ສາມາດ​ຕົງ​ລົງ​ກັນ​ໄດ້ ໃນລະ​ຫວ່າງ​ກອງ​ປະ ຊຸມ​ຮ່ວມ​ກັນ ​ທີ່ Berlin ​ເມື່ອ​ວັນ​ອາທິດ​ວານ​ນີ້ ​ເພື່ອທີ່​ຈະ​ຍຸດຕິ​ການ​ຕໍ່ສູ້​ກັນ​ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ. ທ່ານ Lavrov ກ່າວ​ວ່າ ບໍ່​ມີ “ຜົນ​ໃນ​ທາງ​ບວກ​ໃດໆ​ເລີຍ” ​ ທີ່​ຈະ​ນຳ​ໄປ​ສູ່​ການ​ຢຸດ​ຍິງ ​ແຕ່ວ່າ​ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ​ ຕົກລົງ​ທີ່​ຈະ​ພົບ​ປະກັນ​ອີກ ​ໃນ 2-3 ມື້​ ຕໍ່ໜ້າ​ ເພື່ອ​ແກ້ໄຂ​ກັບ​ບັນຫາ​ຕ່າງໆ​ທັງ​ໝົດນັ້ນ.

UKRAINE SOTVO
please wait
Embed

No media source currently available

0:00 0:02:27 0:00

​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍຣະມັນ ທ່ານ Frank-Walter Steinmeier ກ່າວ​ວ່າ
ການ​ເຈລະຈາ​ກັນນັ້ນ ​ແມ່ນ​ “​ກົງ​ໄປ​ກົງ​ມາ” ​ ແລະວ່າ ພວກ​ທ່ານ ຈະ​ໄປລາ​ຍງານ​ຕໍ່​ລັດຖະ
ບານຂອງ​ຕົນ ​ໃນ​ຂະນະ​ທີ່ພິຈາລະ​ນາ​ບາດກ້າວ ​ຕໍ່​ໄປ​.

Ukrainian Troops Reinforce Positions Reclaimed From Rebels
please wait

No media source currently available

0:00 0:03:02 0:00

ໃນ​ວັນ​ອາທິດ​ວານ​ນີ້ ທາງ​ການຢູ​ເຄຣນ ກ່າວວ່າ ກຳລັງ​ຂອງ​ຕົນ ​ຢຶດໄດ້​ຄືນ ສະຖານີ​
ຕຳຫລວດ​ໃນເຂດ​ເມືອງ Luhansk ຫຼັງຈາກ​ໄດ້​ມີ​ການ​ສູ້​ລົບກັນຢ່າງ​ດຸ​ເດືອດ ກັບ​ພວກ
​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ.

XS
SM
MD
LG