ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

3 ໝື່ນກ່ວາຄົນ ເຂົ້າແຂ່ງຂັນ ແລ່ນມາຣາທອນ ທີ່ບອສຕັນໃນປີນີ້ (ສະໄລດ໌/ວີດີໂອ)


bostonmarathon21april14
please wait

No media source currently available

0:00 0:00:53 0:00

ເບິ່ງວີດີໂອເລື້ອງນີ້

ພວກ​ເຂົ້າ​ແຂ່ງຂັນ​ ທີ່ມີຈຳນວນເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ກຳລັງ​
ກຽມ​ຈະ​ແຂ່ງ​ແລ່ນ ມາຣາທອນ ທີ່​ນະຄອນ Boston ​ໃນ​ວັນ​ຈັນ
ມື້​ນີ້ ນຶ່ງ​ປີ​ຫຼັງ​ຈາກ​ການວາງ​ລະ​ເບີດ​ຊ້ອນ​ກັນ​ສອງ​ຄັ້ງຢູ່ເຂດ​ໃກ້ໆ​
ກັບເສັ້ນ​ໄຊ​ ຂອງ​ການ​ແຂ່ງຂັນ​ແລ່ນ​ທົນ ທີ່ມີ​ຊື່​ສຽງ​ທີ່​ສຸດ​ອັນ​ນຶ່ງ
ຂອງ​ໂລກ.

ໄດ້ມີ​ຜູ້​ຄົນ​ໄປ​ລົງທະບຽນ​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງ​ແລ່ນນີ້ ​ປະມານ
36 ພັນ​ຄົນ ຊຶ່ງເພີ່ມ​ຂຶ້ນ​ຈາກ 27 ພັນ​ຄົນ ​ໃນປີ 2013.

ສຳລັບພວກ​ຜູ້​ຊາຍ​ທີ່​ເຂົ້າ​ແຂ່ງ​ໃນ​ຄັ້ງ​ນີ້ ມີ 5 ຄົນ​ໃນ​ຈຳນວນ 6 ຄົນ
ທີ່ແລ່ນ​ມາ​ຮອດ​ເສ້ນ​ໄຊ​ກ່ອນ ​ໃນປີ​ກາຍ​ນີ້ ຮວມທັງ ນາຍ Lelisa
Desisa ຈາກ Ethiopia ທີ່​ກຳ​ລັງ​ປ້ອງ​ກັນ​ຕຳ​ແໜ່​ງ ແຊ້ມ​ປີ​ກາຍ​ນີ້.

ສຳລັບ​ຝ່າຍ​ຍິງ ນາງ Rita Jebtoo ຈາກ​ເຄັນ​ຢາ ຈະ​ພະຍາ​ຍາມ​ໃຫ້​ໄດ້ເປັນແຊ້ມຄືນ
ອີກ​ໃນ​ປີ​ນີ້ ​ໂດຍ​ທີ່​ມີເພື່ອນ​ຮ່ວມ​ຊາດ ຄື​ນາງ Sharon Cherop ​ແລະ​ນັກແຂ່ງ​ອາ​ເມ
ຣິກັນ ນາງ Shalane Flanagan ກໍ​ກັບ​ຄືນ​ມາ​ຮ່ວມແຂ່ງນຳ​ກັນ ຊຶ່ງ​ທັງ​ສາມ​ແມ່ນ​
ຮວມຢູ່​ໃນ​ ຈຳນວນ​ 4 ຄົນ​ ທຳ​ອິດທີ່ແລ່ນໄປ​ຮອດ​ເສ້ນ​ໄຊ​ກ່ອນໝູ່ ໃນ​ປີ​ແລ້ວນີ້.

ພວກ​ນັກ​ແລ່ນ​ຫຼາຍ​ພັນ​ຄົນ ທີ່​ເລີ້ມ​ເຂົ້າ​ແຂ່ງຂັນ​ໃນ​ປີ​ແລ້ວ​ນີ້ ​ແຕ່​ບໍ່​ສາມາດ​ແລ່ນ​ໄປຮອດ
ເສ້ນ​ໄຊ ກໍ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ກັບ​ຄືນ​ມາ​ຮ່ວມ​ໃນ​ປີນີ້ອີກ.

ທ້າວ Scott Kennedy ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ແລ່ນ Marathon​ໃນ​ເມືອງ Boston ​
ໃນ​ປີ​ແລ້ວ​ນີ້ ​ເປັນ​ຜູ້​ນຶ່ງ​ໃນ​ຈຳນວນ​ຫຼາຍ​ຄົນ​ທີ່ໄດ້ ​ເວົ້າ​ອອກ​ມາ​ໃນ​ວັນ​ອາທິດ​ວານ​ນີ້
ກ່ຽວ​ກັບ​ຄວາມ​ໝາຍຂອງ​ການ​ແລ່ນ​ທົນ​ນີ້ ຕໍ່ທຸກໆ​ຄົນທີ່ຈະ​ເຂົ້າ​ຮ່ວມແຂ່ງ​ແລ່ນ​ ໃນ​
ວັນ​ຈັນ​ມື້​ນີ້​ ຊຶ່ງ​ລາວ​ເວົ່າວ່າ “ພຽງ​ແຕ່​ຢາກ​ສະ​ແດງ​ໃຫ້​ພວກ​ກໍ່​ການ​ຮ້າຍ​ຮູ້ຈັກ​ວ່າ
ພວກ​ເຂົາ​ບໍ່​ສາມາດ​ເອົາ​ຊະນະ​ໄດ້. ຂ້າພະ​ເຈົ້າ​ໄດ້​ເຫັນ​ຮູບອັນ​ນຶ່ງ​ ເມື່ອບໍ່​ເທົ່າ​
ໃດ​ອາທິດ​ຜ່ານ​ມາ​ນີ້ ທີ່​ເວົ້າ​ວ່າ ‘ພວກ​ເຮົາ​ຈຳ​ເປັນ​ຕ້ອງເອົາ​ເສັ້ນໄຊ​ຂອງ​ພວກ​
ເຮົາ​ຄືນ​ມາ’ ​ແລະ ຂ້າພະ​ເຈົ້າ​ຄຶດວ່າ ນັ້ນ​ແມ່ນ​ສິ່ງ​ທີ່ພວກ 36 ພັນ​ຄົນ ທີ່​ຈະ​
ເຂົ້າ​ຮ່ວມ​ໃນ​ມື້​ວັນ​ຈັນ​ຈະ​ເຮັດ ກໍ​ຄື​ນຳ​ເອົາ​ເສັ້ນໄຊ​ຄືນ​ມາ.”


ເບິ່ງລາຍງານວີດີໂອ ກ່ຽວກັບການແຂ່ງແລ່ນ ມາຣາທອນ ຢູ່ບອສຕັນ:
Boston Hosts Marathon One Year After Bombing
please wait

No media source currently available

0:00 0:02:14 0:00
XS
SM
MD
LG