ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດການຜິດພາດ ມອບຕຳແໜ່ງ ນາງງາມຈັກກະວານ ໃຫ້ແກ່ ຮອງນາງງາມຈັກກະວານ ຄົນທີໜຶ່ງ


ອະດີດນາງງາມຈັກກະວານ ນາງສາວ Paulina Vega, ກາງ, ຍົກເອົາມົງກຸດ ຄືນຈາກຫົວຂອງນາງສາວ Ariadna Gutierrez ຈາກໂຄລອມເບຍ, ຊ້າຍ, ກ່ອນທີ່ຈະມອບ ໃຫ້ແກ່ ນາງສາວ Pia Alonzo Wurtzbach, ຂວາ, ຂອງຟີລິບປິນ ຜູ້ໄດ້ເປັນ ນາງງາມຈັກກະວານແທ້ ໃນນະຄອນ Las Vegas, ລັດ Nevada, ວັນທີ 20 ທັນວາ 2015.
ອະດີດນາງງາມຈັກກະວານ ນາງສາວ Paulina Vega, ກາງ, ຍົກເອົາມົງກຸດ ຄືນຈາກຫົວຂອງນາງສາວ Ariadna Gutierrez ຈາກໂຄລອມເບຍ, ຊ້າຍ, ກ່ອນທີ່ຈະມອບ ໃຫ້ແກ່ ນາງສາວ Pia Alonzo Wurtzbach, ຂວາ, ຂອງຟີລິບປິນ ຜູ້ໄດ້ເປັນ ນາງງາມຈັກກະວານແທ້ ໃນນະຄອນ Las Vegas, ລັດ Nevada, ວັນທີ 20 ທັນວາ 2015.

ນາງງາມ ຈາກປະເທດຟີລິບປິນ ໄດ້ຊະນະ ການປະກວດນາງ
ງາມຈັກກະວານ ປະຈຳປີນີ້ ຢູ່ທີ່ນະຄອນ Las Vegas ແຕ່ ການມອບຕຳແໜ່ງໃຫ້ນາງສາວ Pia Alonzo Wurtzbach ນັ້ນ
ແມ່ນໄດ້ຖືກໂຈະໄວ້ຊົ່ວຄາວ ໃນເວລາ ພິທີກອນ ທ່ານ Steve
Harvey ໄດ້ປະກາດຜິດພາດໄປ ວ່າ ຮອງນາງງາມຈັກກະວານ
ຄົນທີ 1 ຄືນາງສາວຈາກໂຄລອມເບຍ ເປັນຜູ້ທີ່ໄດ້ຮັບໄຊຊະນະ.

ນາງສາວ Ariadna Gutierrez Arevalo ໄດ້ຮັບຕຳແໜ່ງສວມ
ມົງກຸດໄປແລ້ວ ແລະ ໄດ້ສົ່ງຮອຍຈູບ ໄປໃຫ້ບັນດາຜູ້ເຂົ້າຊົມ
ເປັນເວລາບໍ່ເທົ່າໃດນາທີ ໃນລະຫວ່າງການຖ່າຍທອດສົດ ທາງ
ໂທລະພາບ ກ່ອນທີ່ທ່ານ Harvey ຈະກັບຄືນເຂົ້າມາໃນເວທີ
ພ້ອມກັບຄຳຂໍອະໄພໂທດ.

ທ່ານ Harvey ໄດ້ກ່າວວ່າ ທ່ານຮັບເອົາຄວາມຮັບຜິດຊອບທັງໝົດ ສຳລັບການອ່ານ
ບັດປະກາດ ຜູ້ຊະນະເລີດ ແລະ ຮອງຜູ້ຊະນະເລີດ ທີ່ຜິດພາດໄປ.

ປາກົດວ່າ ນາງສາວ Wurtzbach ໄດ້ມີອາການງົງໆ ເວລາມີການປະກາດດັ່ງກ່າວ ໃນຂະນະທີ່ ນາງຍາງເຂົ້າໄປຫາ ນາງສາວ Arevalo ຜູ້ທີ່ຍັງໃສ່ມົງກຸດເປັນນາງງາມ
ຈັກກະວານຢູ່ນັ້ນ. ໃນທີ່ສຸດ ນາງສາວ ຈາກປະເທດຟີລິບປິນ ກໍໄດ້ຮັບຕຳແໜ່ງ ສວມ
ມົງກຸດ ເປັນນາງງາມຈັກກະວານ.

ໂດຍການເພີ້ມຄວາມເຈັບຊ້ຳໃສ່ຕື່ມອີກ ທ່ານ Harvey ໄດ້ຂຽນຄຳຂໍອະໄພໂທດ ລົງ
ທາງ Tweeter ທີ່ສະກົດ ຊື່ຂອງທັງສອງປະເທດຜິດ ເຊັ່ນ ໂຄລອມເບຍ ແລະ ຟີລິບປິນ.
ຄວາມຜິດພາດດັ່ງກ່າວໄດ້ຖືກແກ້ໄຂ ໃນເວລາຕໍ່ມາ.

ສ່ວນນາງສາວ ໂອລີເວຍ ຈໍເດິນ ຈາກ ລັດ ໂອກລາໂຮມາ ທາງພາກຕາເວນຕົກຂອງ
ສຫລ ແມ່ນໄດ້ຖືກເລືອກເປັນຮອງນາງງາມຈັກກະວານຜູ້ທີສອງ.

XS
SM
MD
LG