ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ການຄ້າ ສຫລ ກ່າວວ່າ ການເຈລະຈາ ຂໍ້ຕົກລົງ NAFTA ຈະເລີ້ມຂຶ້ນໄວໆນີ້


ລມຕ ກະຊວງການຄ້າ ສະຫະລັດ ທ່ານ Wilbur Ross ຈັດກອງປະຊຸມຖະແຫຼງຂ່າວ ທີ່ກະຊວງການຄ້າ. (10 ມີນາ 2017)​
ລມຕ ກະຊວງການຄ້າ ສະຫະລັດ ທ່ານ Wilbur Ross ຈັດກອງປະຊຸມຖະແຫຼງຂ່າວ ທີ່ກະຊວງການຄ້າ. (10 ມີນາ 2017)​

ລັດຖະມົນຕີ​ກະຊວງ​ການ​ຄ້າ​ສະຫະລັດ ທ່ານ Wilbur Ross ກ່າວ​ວ່າ ທ່ານຫວັງ​ວ່າ
ຈະ​ເປີດ​ການ​ໂອ້​ລົມ​ ຢ່າງ​ເປັນ​ທາງ​ການ ​ເພື່ອ​ເຈລະຈາ​ກັນ​ຄືນ​ໃໝ່ ກ່ຽວກັບ ​ຂໍ້​ຕົກລົງ​
ການ​ຄ້າ​ເສລີ​ໃນ​ອາ​ເມຣິກາ​ເໜືອຫຼື NAFTA ກັບປະ​ເທດ​ເມັກ​ຊິ​ໂກ​ແລະ​ກາ​ນາ​ດາໃນ​
ໄລຍະ 3 ​ເດືອນ​ຕໍ່ໜ້າ​ນີ້.

ທ່ານ Ross ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະຄອນຫລວງວໍ​ຊິງ​ຕັນ ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ
​ເວົ້າວ່າ ທ່ານ​ຫວັງ​ວ່າຈະ​ແຈ້ງ​ໃຫ້​ສະພາ​ຊາບ​ ໃນ​ສອງ​ສາມ​ອາທິດ​ຂ້າງ​ໜ້າ ທີ່​ວ່າ ຈະ
​ມີ​ການ​ນັບຖອ​ຍຫລັງ 90 ມື້ ​ເພື່ອ​ເລີ້ມການ​ເຈລະຈາ. ທ່ານ​ໄດ້​ກ່າວຕໍ່​ກອງ​ປະຊຸມ​ຖະ
​ແຫຼງຂ່າວ​ຮ່ວມກັບ​ລັດຖະມົນຕີ​ເສດຖະກິດເມັກ​ຊິ​ໂກ ທ່ານ Ildefonso Guajardo.

ທ່ານ Ross ມີ​ພັນທະ ​ທີ່​ຈະ​ແຈ້ງ​ໃຫ້​ສະພາບ​ຊາບ ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບແຜນ
ການ​ຂອງ​ທ່ານ ທີ່​ຈະ​ເປີດ​ການ​ເຈລະຈາ​ຄືນ​ໃໝ່ ກ່ຽວ​ກັບ​ຂໍ້ໍຕົກລົງ NAFTA ຊຶ່ງ​ເປັນ​
ຈົດໝາຍ​ທີ່ທ່ານ​ໄດ້​ສົ່ງ​ໄປ​ໃຫ້​ສະພາ ໃນ​ການ​ເລີ້ມຂຶ້ນຕອນ​ດັ່ງກ່າວ. ຖ້າຫາກມີ​ການ
​ດຳເນີນ​ການ​ ຕາມ​ທີ່​ໄດ້​ສັນຍາ​ໄວ້ ການ​ເຈ​ລະ​ຈານີ້ ມີ​ທ່າ​ທາງ​ວ່າ ຈະ​ເລີ້ມຂຶ້ນ​ໃນ​ຕົ້ນ​
ເດືອນ​ກໍລະກົດ.

ທ່ານ Ross ກ່າວ​ວ່າ ການ​ດັດ​ແປງ​ໃດໆ​ກໍ​ຕາມກ່ຽວ​ກັບ​ຂໍ້​ຕົກລົງ NAFTA ຈະ​ຕ້ອງ​
ເປັນ​ຂໍ້​ຕົກລົງ​ສອງ​ຝ່າ​ຍກັບ​ເມັກ​ຊິ​ໂກ​ແລະ​ກາ​ນາ​ດາຫຼືຂໍ້​ຕົກລົງ​ດຽວກັນຂອງ​ທັງ​ສາມ
​ປະ​ເທດ.

ທີ່ກອງປະຊຸມຖະແຫລງຂ່າວໃນວັນສຸກວານນີ້ ທ່ານ Guajard ໄດ້ສະແດງການສະ
ໜັບສະໜຸນ ຕໍ່ຂໍ້ຕົກລົງ 3 ຝ່າຍ ທີ່ຄ້າຍຄືກັນ ກັບຂໍ້ຕົກລົງ NAFTA ຊຶ່ງກຳລັງມີຜົນ ບັງຄັບໃຊ້ຢູ່ໃນເວລານີ້. ແທນທີ່ຈະແມ່ນການຫາລື ແບບແຍກກັນ ລະຫວ່າງສະຫະ ລັດກັບເມັກຊິໂກ ແລະສະຫະລັດກັບການາດາ ທ່ານກ່າວວ່າ ປະເທດທັງສາມຄວນ ເຈລະຈາຮ່ວມກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG