ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພັກຣີພັບບລິກັນ ປະຊຸມກັນເຕັມມື້ ເປັນມື້ທໍາອິດ ຢູ່ກອງປະຊຸມຫຼວງ ໃນມື້ນີ້ (ສະໄລດ໌ກັບວີດີໂອ)


ທ່ານຣອມນີ ພ້ອມດ້ວຍຄະນະ ກໍາລັງ
ມຸ່ງໜ້າໄປເມືອງແທັມປາ ລັດຟລໍຣິດາ.
ທ່ານຣອມນີ ພ້ອມດ້ວຍຄະນະ ກໍາລັງ ມຸ່ງໜ້າໄປເມືອງແທັມປາ ລັດຟລໍຣິດາ.
ພັກຣີພັບບລິກັນຂອງສະຫະລັດ ດໍາເນີນການປະຊຸມເຕັມມື້ ເປັນ
ມື້ທໍາອິດ ໃນວັນອັງຄານມື້ນີ້ ຢູ່ກອງປະຊຸມຫລວງຂອງພັກ ທີ່
ເມືອງແທັມປາ ລັດຟລໍຣິດາ ເພື່ອຈະສະເໜີໂຕທ່ານ ມິດ ຣອມນີ
ເປັນຜູ້ສະມັກເລືອກຕັ້ງປະທານາທິບໍດີຂອງພັກແລະເນ້ນຍໍ້ານະ
ໂຍບາຍຕ່າງໆຂອງພັກໃນ ຂະນະທີ່ພາຍຸໄອຊິກ ຂົ່ມຂູ່ທີ່ຈະບົດ
ບັງບັນຍາກາດສະເຫລີມສະຫລອງ ມ່ວນຊື່ນຂອງກອງປະຊຸມ.

ທ່ານຣອມນີ ມີກໍາໜົດຈະເດີນທາງໄປຮອດເມືອງແທັມປາ ໃນວັນ
ອັງ ຄານມື້ນີ້ ແຕ່ບັນດາຜູ້ຊ່ວຍວຽກຂອງທ່ານບໍ່ໄດ້ບອກວ່າ ທ່ານ
ຈະເຂົ້າຮ່ວມກອງປະຊຸມ ໃນເວລາທີ່ທ່ານນາງ Ann ພັນລະຍາ
ຂອງທ່ານ ຂຶ້ນກ່າວຄໍາປາໄສໃນຕອນແລງມື້ນີ້ ຫລືບໍ່?


ນອກຈາກທ່ານນາງແອນແລະບຸກຄົນອື່ນໆແລ້ວ ຜູ້ປົກຄອງລັດ ນິວ ເຈີຊີ ທ່ານ Chris
Christie ຈະເປັນຄົນກ່າວຄໍາປາໄສອັດທ້າຍກອງປະຊຸມຄືນນີ້. ພັກຣີພັບບລິກັນໄດ້
ໄຂກອງປະຊຸມຫລວງ ເພື່ອແຕ່ງຕັ້ງຜູ້ສະມັກເລືອກ ຕັ້ງປະທານາທິບໍດີຂອງຕົນ ຢ່າງ
ເປັນທາງການໃນວັນຈັນວານນີ້ ແຕ່ໄດ້ເລື່ອນລາຍການສ່ວນໃຫຍ່ ມາໃສ່ມື້ນີ້ ຍ້ອນ
ພາຍຸໄອຊິກ ທີ່ພັດເຂົ້າກະໜໍ່າຊາຍຝັ່ງລັດຟລໍຣິດາ. ພວກພະຍາກອນອາກາດເວົ້າວ່າ
ພາຍຸເຂດຮ້ອນຫົວນີ້ອາດສາມາດເພິ່ມກໍາລັງຂຶ້ນ ເປັນພາຍຸເຮີຣີເຄນກ່ອນຈະພັດເຂົ້າ
ກະໜໍ່າລັດລຸຍຊີອານາ ແຄມອ່າວເມັກຊິໂກ ໃນຄໍ່າວັນອັງຄານມື້ນີ້ ຫລືເຊົ້າວັນພຸດມື້ອື່ນ
ກໍຄືເຊົ້າວັນພຸດແລະຄໍ່າວັນພຸດ ຕາມເວລາໃນປະເທດລາວ.
XS
SM
MD
LG