ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງ ຊຸກຍູ້ ໂຣມາເນຍ ໃຫ້ຍົກເລີກ ດີກາ ການຄໍຣັບຊັນ


El nuevo Ford Mustang Mach-E SUV espera ganar terreno en el mundo de los autos eléctricos con esta versión.
El nuevo Ford Mustang Mach-E SUV espera ganar terreno en el mundo de los autos eléctricos con esta versión.

ລຸນຫຼັງເວລາເກືອບນຶ່ງອາທິດ ທີ່ປະຊາຊົນໄດ້ພາກັນປະທ້ວງຢ່າງໃຫຽ່ ຣັດຖະບານ
ສັງຄົມນິຍົມປະຊາທິປະໄຕຂອງ ໂຣເມເນຍ ກໍໄດ້ລົບລ້າງດີກາ ຂອງຄະນະຣັດຖະບານ
ທີ່ເຮັດຂຶ້ນເພື່ອປົກປ້ອງພວກນັກການເມືອງຫຼາຍຄົນ ບໍ່ໃຫ້ມີການຮ້ອງຟ້ອງ ຍ້ອນ
ການສໍ້ລາດບັງຫຼວງ.

ການເຄື່ອນໄຫວຂອງຣັດຖະບານຂອງ ນາຍົກ Sorin Grindeanu ໄດ້ມີຂຶ້ນເວລາ
ພວກຜູ້ຄົນພາກັນໄປປະທ້ວງອັ່ງແໜ້ນ ຢູ່ຈະຕຸຣັດ ໄຊຊະນະ ຂອງ ນະຄອນ ບູກາແຣັສ
ເປັນຄືນທີຫົກລຽນຕິດນັ້ນ ເຫັນກັນວ່າ ເປັນການປະທ້ວງ ຕໍ່ຕ້ານຣັດຖະບານຄັ້ງໃຫຽ່
ສຸດນັບຕັ້ງແຕ່ປີ 1989 ເປັນຕົ້ນມາ ເວລາ ຜະເດັດການຄອມມິວນິສ Nicolae
Ceausescu ຕົກອຳນາດ.

ໃນຕອນເດິກ ວັນທິດວານນີ້ ຫຼາຍກວ່າ 2 ຮ້ອຍພັນຄົນ ໄດ້ສືບຕໍ່ ໄປອັ່ງແໜ້ນ ຢູ່
ຈະຕຸຣັດດັ່ງກ່າວ ເຖິງແມ່ນວ່າ ຣັດຖະບານ ຈະໄດ້ລົບລ້າງດີການັ້ນ ທີ່ຈະບໍ່ເອົາຜິດ
ພວກກະທຳຜິດນັ້ນແລ້ວກໍຕາມ.

ດີກາດັ່ງກ່າວ ທີ່ເຮັດຂຶ້ນ ໃນກອງປະຊຸມສະພາ ໃນຕອນເດິກວັນອັງຄານຜ່ານມາ
ຈະຍົກເວັ້ນພວກເຈົ້າໜ້າທີ່ ບາງຄົນຈາກຂໍ້ກ່າວຫາສໍ້ລາດບັງຫຼວງ ຖ້າການສໍ້ໂກງ
ຫາກມີຕໍ່າກວ່າ 47,800 ໂດລາ.

ຣັດຖະບານອ້າງວ່າ ມາດຕະການດັ່ງກ່າວມີຄວາມຈຳເປັນ ເພື່ອຫຼີກເວັ້ນຄວາມອັ່ງອໍ
ໃນຄຸກ ຂອງປະເທດໃນຢູຣົບທີ່ສໍ້ໂກງຫຼາຍທີ່ສຸດແຫ່ງນັ້ນ. ຢ່າງໃດກໍດີ ພວກຕ້ອງຕິ
ທີ່ໂມໂຫ ທີ່ຫຼາຍຄົນໄດ້ພາກັນໄປອັ່ງແໜ້ນຢູ່ຖະໜົນສາຍຕ່າງໆ ຂອງນະຄອນ
ບູກາແຣັສ ແລ້ວ ໃນສັບປະດາຜ່ານມາ ກໍມອງເຫັນວ່າ ມາດຕະການດັ່ງກ່າວ ເປັນວິທີ
ທີ່ແປງທາງໃຫ້ພວກນັກການເມືອງ ຫຼີກວັ້ນຈາກການກະທຳຜິດທາງອາຍາ.

Romania Corruption
please wait
Embed

No media source currently available

0:00 0:01:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG