ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີໂຣເມເນຍ ​ລອດພົ້ນ​ຈາກ ການລົງ​ປະຊາມະ​ຕິ ຟ້ອງ​ຮ້ອງທ່ານ


ທ່ານ Traian Basescu ປະທານາທິບໍດີຂອງ Romania
ທ່ານ Traian Basescu ປະທານາທິບໍດີຂອງ Romania

ປະທານາທິບໍດີ ​ໂຣ​ເມເນຍ ທ່ານ Traian Basescu ​ໄດ້​ລອດພົ້ນ​ຈາກການລົງ​ປະຊາ
ມະ​ຕິຟ້ອງ​ຮ້ອງທ່ານ ຫຼັງຈາກ​ທີ່ບໍ່ມີ​ຜູ້​ອອກ​ໄປ​ລົງ​ຄະ​ແນນ​ສຽງ​ຢ່າງ​ພຽງພໍ​.

​ເຈົ້າ​ໜ້າ​ທີ່ເລືອກ​ຕັ້ງກ່າວ​ວ່າ ຈໍານວນ ຜູ້ອອກ​ມາ​ລົງ​ຄະ​ແນນ​ສຽງໃນວັນ​ອາທິດ​ວານ​ນີ້
ແມ່ນ​ເກືອບ​ຮອດ 46% ​ແຕ່​ວ່າ​ບໍ່​ຮອດ 50% ຕາມ​ທີ່​ລະບຸ​ໄວ້​ໃນກົດໝາຍ​ນັ້ນ.

ປະທານາທິບໍດີ Basescu ​ ກ່າວ​ວ່າ ຊາວໂຣ​ເມ​ເນຍ ​ໄດ້ເຮັດ​ໃຫ້ການ​ລົງ​ປະຊາ​ມະຕິ​
ດັ່ງກ່າວ ​ເປັນ​ໂມຄະ​ໄປ ​ໂດຍ​ການ​ບໍ່​ໄປ​ປະກອບສ່ວນ​ນັ້ນ.

ສະພາໂຣ​ເມ​ເນຍໄດ້​ສັ່ງ​ງົດ​ອໍານາດ​ຂອງທ່ານ Basescu ຊົ່ວຄາວ​ໃນ​ຕົ້ນ​ເດືອນ​ນີ້ ຫຼັງ​ຈາກ​
ຝ່າຍ​ທີ່​ຄັດຄ້ານ​ທ່ານ ທີ່​ນໍາ​ໂດຍ​ນາຍົກ​ລົດ​ຖະມົນຕີອ່ຽງ​ຊ້າຍ​ກາງ ທ່ານ Victor Ponta
​ໄດ້​ກ່າວ​ຫາ​ທ່ານ ວ່າ ລະ​ເມີດ​ລັດຖະທໍາ​ມະນູນ. ພັກ​ Social-Liberal Union ຂອງ​ທ່ານ
Ponta ​ໄດ້​ຂຶ້ນ​ກໍາ​ອໍານາດ ​ແລະ​ກໍ​ໄດ້​ເລີ່​ມຕົ້ນ​ຂັ້ນ​ຕອນ ​ເພື່ອ​ປົດປະທານາທິບໍດີ​ອອກ​ຈາກ
​ຕໍາ​ແໜ່​ງໃນ​ທັນທີ. ​

ທ່ານ Basescu ກ່າ​ວວ່າ ການ​ດໍາ​ເນີນ​ການ​ຟ້ອງ​ຮ້ອງ​ທ່ານນັ້ນ ​ແມ່ນເປັນການແກ້​ແຄ້ນ​
ທາງ​ການ​ເມືອງ. ທ່ານຈະ​ເຂົ້າ​ກໍາ​ອໍານາດ​ສືບ​ຕໍ່​ໄປ ​ແລະຈະ​ປະຕິບັດ​ໜ້າ​ທີ່ຂອງ​ທ່ານຈົນ​ເຖິງ
ເວລາ ໝົດ​ສະ​ໄໝ​ຄອງ​ຕໍາແໜ່​ງຂອງ​ທ່ານ ​ໃນ​ປີ 2014.

XS
SM
MD
LG