ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວໂຣມາເນຍ ລົງປະຊາມະຕິ ຟ້ອງຮ້ອງ ປະທານາທິບໍດີ


ປະທານາທິບໍດີໂຣເມເນຍ ທ່ານ Traian Basescu (ຊ້າຍ) ໄດ້ຮັບການຕ້ອນຮັບຈາກຮອງປະທານາທິບໍດີ Joe Biden ຕອນມາຢ້ຽມຢາມທໍານຽບຂາວ. ວັນທີ 13 ກັນຍາ 2011. (AP Photo/Susan Walsh)
ປະທານາທິບໍດີໂຣເມເນຍ ທ່ານ Traian Basescu (ຊ້າຍ) ໄດ້ຮັບການຕ້ອນຮັບຈາກຮອງປະທານາທິບໍດີ Joe Biden ຕອນມາຢ້ຽມຢາມທໍານຽບຂາວ. ວັນທີ 13 ກັນຍາ 2011. (AP Photo/Susan Walsh)

​ຊາວ​ໂຣ​ເມເນຍ ​ພາກັນ​ອອກ​ໄປ​ລົງ​ປະຊາ​ມະຕິ ໃນ​ວັນ​ອາທິດ​ມື້​ນີ້ ເພື່ອ ​ຕັດສິນ​ຫລື​ ລົງ​ຄວາມ​ເຫັນ​ວ່າ​ ຈະ​ຟ້ອງ​ຮ້ອງ​ປະທາ​ນາ​ທິບໍດີ​ຂອງ​ພວກ​ເຂົາ​ເຈົ້າຫຼືບໍ່ ​ໃນ​ການ​ຜິດ​ຖຽງ​ກັນ​ອັນ​ຂື່​ນຂົມ ລະຫວ່າງປະທານາທິບໍດີ Traian Basescu ​ທີ່​ນິຍົມຂວາ​ກາງ​ ກັບນາຍົກລັດ​ຖະມົນຕີ Victor Ponta ​ຄູ່​ແຂ່ງ ​ອ່ຽງ​ຊ້າຍກາງ​ຂອງ​ທ່ານ​.

​ຝ່າຍ​ທີ່​ຄັດຄ້ານ​ປະທານາທິບໍດີ​ ​ໄດ້​ກ່າວ​ຫາທ່ານວ່າ ກ້າວ​ກ່າຍ​ອໍານາດ​ຂອງປະທານາທິບໍດີ ​ແລະ​ລະ​ເມີດ​ລັດຖະທໍາ​ມະນູນ​ຂອງປະ​ເທດ​ຊາດ. ຫຼັງຈາກ​ສະພາ​ແຫ່ງ​ຊາດ​ໂຣ​ເມ​ເນຍ​ໄດ້ງົດອໍານາດຂອງ​ປະທານາທິບໍດີ Basescu ​ໄວ້​ຊົ່ວຄາວ​ໃນ​ຕົ້ນ​ເດືອນ​ນີ້ ພັກສະຫະພາບ​ສັງຄົມ​ເສລີ ຫຼື Social-Liberal Union ຂອງ​ທ່ານ Ponta ກໍ​ໄດ້​ເຂົ້າກໍາ​ອໍານາດ​ແທນ ​ແລະໄດ້​ທໍາການ​ເຄຶ່ອນ​ໄຫວ​ໃນ​ທັນທີ​ ເພື່ອ​ປົດ​ທ່ານ Basescu ອອກ​ຈາກ​ຕໍາແໜ່​ງປະທານາທິບໍດີ.

ທາງທ່ານ Basescu ກ່າວ​ວ່າ ການ​ຟ້ອງ​ຮ້ອງຕົນ​ນັ້ນ ​ແມ່ນ​ການ​ແກ້ແຄ້ນ​ກັນ​ທາງ​ການ​ເມືອງຫຼາຍກວ່າ.

ສະຫະລັດ​ໄດ້​ນໍາພາ​ກຸ່ມ​ປະ​ເທດ​ຕາ​ເວັນ​ຕົກ ​ໃນ​ການສະ​ແດງ​ຄວາມວິຕົກ​ກັງວົນ​ວ່າ ລັດຖະບານປະສົມ​ຂອງ​ທ່ານ Ponta ​ໄດ້​ເຮັດ​ໃຫ້​ສິດ​ເສລີພາບ​ຂອງ​ໂຣ​ເມ​ເນຍ ​ເຊຶ່ອມ​ໂຊມ​ລົງ​ໄປ.

ຖ້າ​ຫາກມີ​ຜູ້​ອອກ​ມາ​ລົງຄະ​ແນນ​ສຽງ​ ຕໍ່າ​ກວ່າ 50 ​ເປີ​ເຊັນ​ແລ້ວ ການ​ລົງປະຊາມະຕິຄັ້ງ​ນີ້ ກໍ​ຈະ​ຖືກ​ປະກາດ​ໃຫ້​ເປັນ​ໂມຄະ ​ແລະ​ທ່ານ Basescu ກໍ​ຈະໄດ້ເຂົ້າຮັບ​ຕໍາ​ແໜ່​ງປະທານາທິບໍດີ​ ຄືນ​ສືບຕໍ່​ໄປ ຈົນກວ່າຈະໝົດສະ​ໄໝ​ຂອງ​ທ່ານ ​ໃນ​ປີ 2014.

XS
SM
MD
LG