ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກສັງຄົມປະຊາທິປັດ ​ຫົວ​ອຽງ​ຊ້າຍ ​ຊະນະ ການ​ເລືອກ​ຕັ້ງໃນໂຣມາ​ເນຍ


Romania Election
please wait
Embed

No media source currently available

0:00 0:01:05 0:00

ພັກສັງຄົມປະຊາທິປັດ PSD ​ຫົວ​ອຽງ​ຊ້າຍ ຂອງ​ໂຣມາ​ເນຍ ​ໄດ້​ຊະນະ ການ​ເລືອກ​ຕັ້ງ​ລັດຖະສະພາ ດ້ວຍ​ຄະແນນສຽງ 46 ​ເປີ​ເຊັນ ຂອງ​ທັງ​ສອງ​ສະພາ.

ຜົນ​ຄະ​ແນນ​ຢ່າງ​ເປັນ​ທາງ​ການ ທີ່​ໄດ້​ນຳ​ອອກ​ມາ​ເປີດ​ເຜີຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ
ພັກ​ການ​ເມືອງ​ກາງ​ອຽງ​ຂົວ ​ເສລີ​ແຫ່ງ​ຊາດ ຫຼື National Liberal Party ​ໄດ້​ຮັບ​ໄຊຊະນະ​ເປັນ​ທີ 2 ຊຶ່ງ​ມີ​ຄະ​ແນນ​ປະມານ 20 ​ເປີ​ເຊັນ. ພັກ Save Romania Union ຊຶ່ງ​ເປັນ​ພັກ​ການ​ເມືອງ​ໃໝ່ ທີ່​ມີ​ອຸດົມ​ການ​ທີ່​ຍຶດ​ເປັນພື້ນຖານ ທີ່​ວ່າ ຕ້ານ​ການສໍ້​ລາດ​ບັງຫຼວງ ​ໄດ້ເປັນ​ທີ ​3 ​ໂດຍມີ​ຄະ​ແນນ 9 ​ເປີ​ເຊັນ.

ການ​ປະກອບ​ສ່ວ​ນ ຈັດ​ສັນ​ປັນ​ສ່ວນ​ຂອງ​ບ່ອນ​ນັ່ງ​ໃນ​ລັດຖະສະພາ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ຂອງ​ວັນ​ອາທິດ​ຜ່ານ​ມາ​ນີ້ ຈະ​ໄດ້​ປະກາດ​ໃຫ້​ຊາບ ​ໃນ​ທ້າ​ຍສັບປະດາ​ນີ້.

ລັດຖະບານ​ທີ່​ຮັກສາ​ການ​ຊົ່​ວຄາວ ພາຍ​ໃຕ້ ນາຍົກລັດຖະມົນຕີ ທ່ານ Dacian Ciolos ອະດີດ​ທີ່​ປຶກສາ​ຂອງ​ສະຫະພັນ​ຢູ​ໂຣບ ​ແມ່ນ​ໄດ້​ເປັນ​ຜູ້​ບໍລິຫານ​ປະ​ເທດ​ໃນ​ຮອບ​ຫຼາຍ​ປີຜ່ານມາ​ນີ້.

ອະດີດ​ນາຍົກລັດຖະມົນຕີທ່ານ Victor Ponta ຂອງ​ພັກ PSD ​ໄດ້​ລາ​ອອກ​ ຫຼັງ​ຈາກ​ທີ່
ໄດ້​ມີ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ ທີ່​ຕິດຕາມ​ມາ​ດ້ວຍ ​ເຫດ​ໄຟ​ໄໝ້​ nightclub ໃນ​ເດືອນ
​ຕຸລາ​ປີ​ກາຍ​ນີ້ ທີ່​ໄດ້​ມີ​ຜູ້​ຄົນ​ເສັຍ​ຊີວິດ 64 ຄົນ​ນັ້ນ.

ປະທານ​ຂອງພັກປະຊາທິປັດ PSD ທ່ານ Liviu Dragnea ​ໄດ້​ຮັບ​ໂທດຈຳ​ຄຸກ​ເປັນ
​ເວລາ 2 ປີ ທີ່​ຖືກໂຈະໄວ້ຍ້ອນ​ລັກຂະ​ໂມ​ຍຄະ​ແນນ​ສຽງ ​ໃນ​ເດືອນ​ເມສາ ທີ່​ເພີ້​ມຈຳນວນ ​
ໃນ​ເດືອນ​ກໍລະກົດ ປີ 2012 ໃນການລົງປະຊາ​ມະຕິ ​ເພື່ອ​ຈະ​ຟ້ອງຮ້ອງ​ທ່ານ Traian Basescu ຊຶ່ງ​ເປັນປະທາ​ນາ​ທິບໍດີຢູ່​ໃນ​ຕອນ​ນັ້ນ.

ປະທາ​ນາ​ທິບໍດີໂຣມາ​ເນຍ ທ່ານ Klaus Lohannis ປະຕິ​ເສດ ທີ່​ຈະ​ແຕ່ງຕັ້ງ​ບຸກ​ຄົນ​ໃດ
​ທີ່​ມີ​ຄະດີ​ທາງ​ກົດໝາຍ ​ເປັນ​ນາຍົກລັດຖະມົນຕີ.

ປະ​ເທດ​ທີ່​ມີປະຊາກອນປະມານ 19 ລ້ານ​ຄົນ ​ຊຶ່ງ​ໂຣມາເນຍເປັນ​ປະ​ເທດ ທີ່​ຍາກຈົນ​ທີ່
​ສຸດ​ໃນ​ບັນດາ​ປະຊາຊາດ​ສະມາຊິກ​ສະຫະພັນ​ຢູ​ໂຣບ ​ຖືກ​ມອງ​ເຫັນ​ວ່າ ​ເປັນ​ປະ​ເທດ​ທີ່
​ມີ​ການ​ສໍ້​ລາດ​ບັງ​ຫຼວງ​ຫຼາຍ​ທີ່​ສຸດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG