ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີປະມານ 500,000 ຄົນ ເຂົ້າຊົມຄອນເຊີດ ຄະນະ Rolling Stones ທີ່ ປະເທດຄິວບາ


ທ່ານ Keith Richards (ຂວາ) ທ່ານ Mick Jagger (ກາງ) ແລະ ທ່ານ Ronnie Wood ຂອງຄະນະ Rolling Stones ສະແດງໃຫ້ເບິ່ງຟຣີ ຢູ່ເດິ່ນຂ້າງນອກ ທີ່ Ciudad Deportiva de la Habana ປະເທດ Cuba ທີ 25 ມີນາ 2016.
ທ່ານ Keith Richards (ຂວາ) ທ່ານ Mick Jagger (ກາງ) ແລະ ທ່ານ Ronnie Wood ຂອງຄະນະ Rolling Stones ສະແດງໃຫ້ເບິ່ງຟຣີ ຢູ່ເດິ່ນຂ້າງນອກ ທີ່ Ciudad Deportiva de la Habana ປະເທດ Cuba ທີ 25 ມີນາ 2016.

ການ​ປ່ຽນ​ແປງ​ຂອງ​ເວລາ​ແມ່ນ​ກ່ຽວ​ກັບ​ທຸກ​ສິ່ງທຸກ​ຢ່າງ.

ແລະ​ຄືດັ່ງ​ເພງ​ຂອງ​ເຂົາ​ເຈົ້າ Time is On My Side ຄະນະ​ດົນ
ຕີ Rolling Stones ​ໃນ​ທີ່​ສຸດ​ກໍ​ປາກົດ​ວ່າມີ​ອາຍຸ​ຍືນພໍ​ທີ່ໄດ້ເຫັນ
​ຄິວ​ບາ​ປ່ຽນແປງທ່າ​ທີ​ຂອງ ຕົນ ກ່ຽວ​ກັບຄະນະ​ດົນຕີ ​ທີ່​ມີ​ຊື່​ສຽງ
ດັ່ງກ່າວ.

ປະ​ເທດ​ເກາະດອນ​ຄອມມິ​ວນິສຄິວ​ບາ ຄັ້ງໜຶ່ງ​ໄດ້​ຫ້າມ​ບໍ່​ໃຫ້ດົນ
ຕີ​ຂອງ​ຄະນະ Rolling Stones ​ເຂົ້າ​ໄປສະ​ແດງ ​ເພາ​ະ​ຄິວ​ບາ​
ເຫັນວ່າ ມີ​ທ່າ​ອຽງ​ແບບ​ລົ້ມລ້າງ ແຕ່ວ່າ​ໃນ​ຕອນ​ແລງ​ວັນ​ສຸກ​ວານ
​ນີ້ ຄະນະ​ດົນຕີ​ດັ່ງກ່າວໄດ້​ສ້າງ​ປະ​ຫວັດ​ສາດ ຈັດຄອນ​ເຊີດ​ໃຫ້
ເບິ່ງ​ແບບ​ບໍ່​ເສຍ​ເງິນ ​ທີ່​ນະຄອນ​ Havana ຕໍ່​ໜ້າຝູງ​ຊົນເຄິ່ງລ້ານ​ຄົນ ທີ່​ພາກັນ​ຕຶ່ນ​ເຕັ້ນ.
ພວກ​ທີ່​ບໍ່​ສາມາດ​ເຂົ້າເບິ່ງ​ຄອນ​ເຊີດດັ່ງກ່າວ​ໄດ້ ກໍພາກັນ​ເບິ່ງ​ຢູ່​ຕາມ​ຫລັງຄາ​ເຮືອນ.

ທ່ານ Mick Jagger ​ໄດ້​ວາງ​ທ່າ​ທາງສະ​ແດງ​ຢູ່​ເທິງ​ເວ​ທີ ​ໃນ​ຂະນະ​ທີຄະ​ນະ​ດົນຕີຂອງ
​ລາວ ​ເລີ້ມ​ຫຼິ້ນເພງ​ທຳ​ອິດ​ຂອງ​ຄ່ຳ​ຄືນ Jumpin’ Jack Flash​.

ບັນດາແຟນໆ ພາກັນເຕົ້າໂຮມກັນຢູ່ Ciudad Deportiva de la Habana ບ່ອນຄະນະດົນຕີ Rolling Stones' ສະແດງຟຣີຄອນເຊີດ.
ບັນດາແຟນໆ ພາກັນເຕົ້າໂຮມກັນຢູ່ Ciudad Deportiva de la Habana ບ່ອນຄະນະດົນຕີ Rolling Stones' ສະແດງຟຣີຄອນເຊີດ.

ຍາມ​ຜູ້​ໜຶ່ງ ຊື່ທ້າວ Joaquin Ortiz ກ່າວ​ວ່າ “ຫລັງ​ຈາກ​ມື້​ນີ້ ຂ້ອຍ​ຕາຍ​ໄດ້.” ຜູ້​ຊາຍ​ອາຍຸ
62 ປີ​ ກ່າວ​ວ່າ ລາວ​ໄດ້ເປັນ​ແຟນທີ່​ຍິ່ງໃຫຍ່​ຂອງວົງ​ດົນຕີ rock ນັບຕັ້ງ​ແຕ່​ລາວ​ຍັງ​ເປັນ
​ໜຸ່ມ​ນ້ອຍ​ໃນ​ປີຊຸມ​ປີ 1960 ​ເວລາລັດຖະບານ​ຄອມ​ມິ​ວ ນິສຄິວ​ບາ ​ໄດ້ຫ້າມບໍ່​ໃຫ້ຟັງຄະ
ນະ​ດົນຕີສະຫະລັດ ​ແລະ​ອັງກິດ ​ແລະ​ລາວຕ້ອງ​ໄດ້ເຊື່ອ​ງ ປົກແຜ່ນສຽງ​ຄະນະ Beatles
​ແລະ Rolling Stones ນັ້ນ​ໄວ້ ທີ່ໄດ້ຢືມ​ມາຈາກກຸ່ມປະຕິວັດ​ຄິວ​ບາ. “ນີ້​ຄື​ກັນກັບຄວາມ​
ປາດ​ຖະໜາ​ອັນ​ສຸດ​ທ້າຍ​ຂອງ​ຂ້ອ​ຍ ທີ່ໄດ້ເຫັນ​ຄະນະ Rolling Stones.”

Cuba Rolling Stones
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG