ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົບພະຍົບ ໂຣຮິງຢາ ຢາກກັບຄືນໄປ ມຽນມາ ທີ່ເປັນບ້ານເກີດ


ພວກຜູ້ຊາຍໂຣຮິງຢາຈຳນວນນຶ່ງ ທີ່ຫາກໍເດີນທາງ ຈາກປະເທດມຽນມາ ໄປເຖິງ ເມືອງ Cox's Bazar ໃນບັງກລາແດັສ .
ພວກຜູ້ຊາຍໂຣຮິງຢາຈຳນວນນຶ່ງ ທີ່ຫາກໍເດີນທາງ ຈາກປະເທດມຽນມາ ໄປເຖິງ ເມືອງ Cox's Bazar ໃນບັງກລາແດັສ .

ຊາວ​ມຸສລິ​ມໂຣຮິງ​ຢາ​ທີ່​ໄປ​ຂໍ້​ລີ້​ໄພ​ຢູ່​ບັງ​ກລາ​ແດັສກ່າວ​ວ່າ ​ເຂົາ​ເຈົ້າບໍ່ຕ້ອງການຢາກ​ດຳລົງ​ຊີວິດແບບ​ອົບ​ພະຍົບ ​ແລະ​ຕ້ອງການ​ຢາກ​ກັບ​ໄປ​ບ້ານ​ເກີດ​ຂອງ​ພວກ​ເຂົາ​ເຈົ້າຢູ່​ມຽນມາ.

ທ່ານ Mohammad Shaker ຜູ້ນຳ​ຂອງ​ຊາວ​ໂຣຮິງ​ຢາ ​ຢູ່ໃນ​ເຂດ​ເມືອງ Cox's Bazar ຂອງ​ບັງ​ກລາ​ແດັສ ກ່າວ​ວ່າ “ຊາວໂຣຮິງ​ຢາ​ໄດ້​ເຂົ້າ​ໄປ​ຂໍ​ລີ້​ໄພ​ເປັນການ​ຊົ່ວຄາວ​ຢູ່​ໃນ​ບັງ​ກລາ​ແດັສ ກໍ​ເພື່ອ​ຊ່ອຍ​ຮັກສາ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ​ເອົາ​ໄວ້ ຈາກ​ສະຖານະ​ການແບບ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ​ຢູ່​ໃນ​ມຽນມາ. ​ເກື​ອບທຸກຄົນ ​ໃນ​ໝູ່​ພວກ​ເຮົາ ການ​ດຳລົງ​ຊີວິດ​ແບບ​ອົບ​ພະຍົບ​ແມ່ນ​ຫຍຸ້ງຍາກ​ຫຼາຍຢູ່​ໃນ​ບັງກລາ​ແດັສ. ອາຣາຄານ​ຫຼືລັດຣາ​ໄຄ​ນ໌ບ່ອ​ນ ທີ່ປະຊາ​ຄົມ​ໂຣຮິງ​ຢາ​ ໄດ້​ດຳ​ລົ​ງຊີວິດມາ​ຫລາຍ​ສັດຕະວັດແມ່ນ​ບ້ານ​ເກີດ​ຂອງ​ບັນພະບຸ ລຸດ​ເຮົາ. ພວກ​ເຮົາ​ຕ້ອງການຢາກ​ຈະ​ກັບ​ໄປ​ລັດ​ອາຣາຄານ​.”

ສ່ວນ​ທ່ານ Nural Islam ນັກ​ເຄື່ອນ​ໄຫວ​ປົກ​ປ້ອງ​ສິດທິ​ຂອງ​ຊາວ​ໂຣຮິງ​ຢາ​ທີ່ມີ​ຫ້ອງການ​ຢູອັງກິດ​ແລະ​ຜູ້ນຳ​ປະຊາ​ຄົມກ່າວ​ວ່າ ​ເວລາ​ດົນ​ທີ່​ຄວາມ​ຮຸນ​ແຮງ​ຕໍ່ຕ້ານ​ຊາວ​ໂຣຮິງ​ຢາລະ​ເບີດ​ຂຶ້ນຢູ່​ໃນ​ມຽນມາປະຊາ​ຄົມນາໆ​ຊາດ ໄດ້​ໃຫ້​ຄວາມ​ສົນ​ໃຈ​ ເພື່ອ​ຢາກ​ໃຫ້​ເຂົາ​ເຈົ້າ​ ​ໄດ້​ເດີນທາງ​ຢ່າງ​ປອດ​ໄພ​ ໄປ​ປະ​ເທດ​ອື່ນ. ​ແຕ່ກໍ​ມີ​ການກ່າວ​ຫາ​ວ່າ ປະ​ເທດ​ມະຫາ​ອຳນາດ​ພາຍ​ນອກ ບໍ່ໄດ້​ຕິດຕາມ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ພວກ​ອົບ​ພະຍົບກັບ​ຄືນ​ໄປ​ບ້ານ​ເກີດ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ Islam ປະທານ​ຂອງ​ອົງການ​ແຫ່ງ​ຊາດ​ ຊາວ​ໂຣຮິງ​ຢາ ​ໃນ​ລັດ​ອາຣາຄານ ກ່າວ​ວ່າ “ເປັນ​ທີ່​ປາກົດ​ວ່າຫລາຍ​ໆ​ປະ​ເທດ​ໃນ​ປະຊາ​ຄົມນາໆ​ຊາດ​ຄິດ​ວ່າຖ້າ​ຫາກ​ວ່າ​ຊາວ​ໂຣຮິງ​ຢາ​ທັງ​ໝົດ​ຫາກ​ຖືກ​ຍົກຍ້າຍ​ອອກ​ຈາກ​ມຽນມາ​ແລ້ວບັນຫາ​ກ່ຽວ​ກັບ​ປະຊາ​ຄົມ​ຂອງ​ພວກ​ເຮົາແມ່ນ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ. ພວກ​ເຂົາ​ເຈົ້າ​ແມ່ນ​ຜິດພາດ. ວິ​ກິດ​ການ​ຊາວ​ໂຣຮິງ​ຢາ ຈະ​ບໍ່​ໄດ້​ຮັບ​ການ​ແກ້​ໄຂຈົນກວ່າ​ວ່າ ສະມາຊິກ​ຂອງ​ປະຊາ​ຄົມ​ພວກ​ເຮົ າສາມາດ​ກັບ​ຄືນ​ໄປ​ຍັງ​ບ້ານ​ເກີດ​ຂອງ​ພວກເຂົາ​ເຈົ້າທີ່​ລັດ​ອາຣາຄານ​ໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG