ລິ້ງ ສຳຫລັບເຂົ້າຫາ

ຊາວໂຣຮິງຢາ ຍັງສືບຕໍ່ ພາກັນອົບພະຍົບ ໜີຈາກມຽນມາ ໃນຈຳນວນຫຼາຍຂຶ້ນ


​ເຖິງ​ແມ່ນ​ມີ​ຮ່ອງຮອຍ​ຕ່າງໆ​ຂອງ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີ
ຜ່ານມາ​ນີ້​ຢູ່ໃນມຽນມາກໍ​ຕາມ ​ແຕ່​ຊີວິດ​ການ​ເປັນ​ຢູ່ກໍ​ບໍ່​ງ່າຍ​ຂຶ້ນ​ສຳລັບ​ຊາວ​ມຸສລິ​ມໂຣຮິງ​ຢາຊຶ່ງເປັນຊົນ​ກຸ່ມ​ນ້ອຍ. ລັດຖະບານ​ມຽນມາ ບໍ່​ຍອມຮັບ​ຮູ້​ເຂົາ​ເຈົ້າ​ໃນ​ຖານະ​ເປັນ​ພົນລະ​ເມືອງ​ຂອງ​ຕົນ. ພວກ​ເຂົາ​ເຈົ້າຖືກ​ພວກ​ອັນທະພານໂຈມ​ຕີ​ຢ່າງ​ຮຸນ​ແຮງ ​ແລະ​ຖືກ​ຂັບ​ໄລ່​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າໃຫ້​ໄປ​ຢູ່​ໃນ​ຄ້າຍ​ອົບ​ພະຍົບທີ່ເປິ​ເປື້ອນ​ແຫ່ງ​ຕ່າງໆ. ຫລາຍ​ຄົນ​ພາກັນ​ມີ​ຄວາມ​ຮູ້ສຶກ​ວ່າ ຄວາມ​ຫວັງ​ດີ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ​ແມ່ນ ອົບ​ພະຍົບໜີ​ໄປ​ອາ​ໄສ​ຢູ່​ໃນ​ພວກ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ຊຶ່ງ​ເປັນ​ການ​ສ່ຽງ​ໄພ​ຢ່າງ​ມະຫາສານ. ນາງ Mahi Ramakrishnan ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາ​ຈາກ​ມາ​ເລ​ເຊຍ ບ່ອນ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ບັນທຶກ​ໄວ້​ວ່າ ມີ​ພວກໂຣຮິງ​ຢາ​ນີ້ ​ເຂົ້າ​ມາ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ​ນັ້ນ. ສິງ​ມີ​ລາຍ
ລະອຽດກ່ຽວກັບ​ເລື້ອງ​ນີ້ ມາສະ​ເໜີ​ທ່ານ​ຕໍ່​ໄປ…

ສະຫະ​ປະຊາ​ຊາດ​ໄດ້​ເອີ້ນ​ພວກ​ມຸສລິ​ມ​ໂຣຮິງ​ຢາ​ນີ້ ​ເປັນ​ຊົນ​ກຸ່ມ​ນ້ອຍ​ທີ່​ຖືກ​ຂົ່ມ​ເຫັງ​ຫຼາຍ​ທີ່​ສຸດ​ຂອງໂລກ.

ການ​ຫຼົບໜີ​ຈາກ​ການ​ຂົ່ມ​ເຫັງ​ກັ່ນ​ແກ້ງ​ໃນ​ມຽນມາ ຊາວ​ໂຣຮິງ​ຢາມ​ອງ​ເຫັນ​ມາ​ເລ​ເຊຍ ​ເປັນ​ປະ​ເທດ​ມຸສລິ​ມ ​ໃນ​ຖານະ​ທີ່ອາດ​ຈະສາມາດ​ເປັນ​ບ່ອນ​ລີ້​ຊ່ອນ​ທີ່​ປອດ​ໄພ​ໄດ້. ​ແຕ່​ມາ​ເລ
ເຊຍບໍ່​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ວ່າດ້ວຍ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ ດັ່ງ​ນີ້ ພວກ​ໂຣ
ຮິງ​ຢາ ​ເຫັນ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ສາມາດ​ທີ່ຈະ​ເຮັດ​ວຽກ​ເຮັດ​ການໄດ້​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ຫຼື​ສົ່ງ​ພວກ​ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ໄປ​ໂຮງຮຽນ​ໄດ້ ​ແມ່ນ​ແຕ່​ພວກ​ເດັກ​ທີ່​ເກີດ​ຢູ່​
ໃນ​ປະ​ເທດ​ນີ້​ກໍ​ຕາມ.

ບັນດາ​ນັກ​ເຄື່ອນ​ໄຫວ ກະ​ປະມານ​ວ່າ ມີ​ຊາວ​ໂຣຮິງ​ຢາ​ຢ່າງ​ໜ້ອຍ 18 ພັນ​ຄົນ​ໄດ້​ເດີນທາງ​ມາ​ຮອດ​ມາ​ເລ​ເຊຍ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້. ພວກ​ບຸກຄົນ​ເຫຼົ່າ​ນີ້​ສ່ວນ​ຫຼາຍ ມີ​ຄວາມ​ຮູ້ສຶກ​ວ່າ ​ເຂົາ​ເຈົ້າ​ບໍ່​ມີ​ທາງ​ເລືອກ​ອື່ນ​ໃດ ນອກຈາກ​ຈະ​ຫລົບໜີ​ເທົ່າ​ນັ້ນ.

ການ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ ​ໄດ້​ເຮັດ​ໃຫ້​ແຂນເບື້ອງ​ຊ້າຍ ​ແລະ​ລຳ​ຄໍ​ຂອງ​ນາງ Ayub Khan ​ເປັນ​ອຳມະພາດ ຊຶ່ງ​ລາວ​ກ່າວ​ວ່າ:

“ຂ້ອຍ​ໄດ້​ພະຍາຍາມ​ແລ່ນ​ໜີ​ຈາກ​ພວກ​ອັນທະພານ ​ແຕ່​ພວກ​ເຂົາ​ແລ່ນ​ທັນຂ້ອຍ ​ແລ້ວ​ກໍຟັນ​ຫຼັງ​ຂ້ອຍ.”

ອັນທະພານ​ຄົນ​ນຶ່ງ​ໄດ້​ເຂັ່ນຂ້າ​ພໍ່​ແມ່​ຂອງ​ພວກ​ເດັກນ້ອຍ​ເຫຼົ່າ​ນີ້ ​ໃນ​ຂະ ນະ​ດຽວ​ກັນ ​ແມ່ຍິງ
ຄົນ​ນີ້ ກ່າວ​ວ່າ ພວກ​ລັກລອບ​ຄ້າຂາຍ​ມະນຸດ ​ໄດ້​ສັງຫານ​ຜົວ​ລາວ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພາ​ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ຫລົບໜີ​ຜ່ານ​ໄທ ມາ​ຍັງ​ມາ​ເລ​ເຊຍ​ນັ້ນ. ​ແມ່ຍິງ​ຄົນ​ນີ້​ກ່າວ​ວ່າ :

“​ໃນ​ປະ​ເທດ​ຂອງ​ຂ້ອຍ ມີ​ການ​ເຂັ່ນຂ້າ​ກັນ​ຢ່າງ​ຫຼວງ​ຫຼາຍ ພ້ອມ​ທັງການ​ທໍລະມານ​ແລະ​ການ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ. ດັ່ງ​ນີ້​ຈຶ່ງ​ບໍ່ມີ​ທາງ​ເລືອກ​ທີ່​ຈະ​ຢູ່ຫັ້ນຕໍ່​ໄປ​ອີກ . ຂ້ອຍ​ຈຳ​ເປັນ​ຕ້ອງ​ອອກ​ຈາກ​ປະ​ເທດ ​ແລະ​ມຸ້ງ​ໜ້າ​ມາ​ຍັງ​ປະ​ເທດ​ໄທ.”
ນາຍ Eman Hossein ອອກ​ຈາກ​ປະ​ເທດ ​ເດີນທາງ​ມາ​ນຳ​ເຮືອ ກັບ​ພວກ​ຄົນ​ອື່ນໆ​ອີກ​ປະມານ 400 ຄົນ ຊຶ່ງ​ລາວ​ກ່າວ​ວ່າ:” ​ເວລາ​ຜູ້​ຄົນ​ຕາຍ ພວກ​ເຂົາ​ພຽງ​ແຕ່​ຖິ້ມ​ສົບລົງ​ໃນ​ມະຫາ​ສະມຸດ ຊຶ່ງຢ່າງ​ໜ້ອຍ​ມີ​ຜູ້​ຄົນ​ເສຍ​ຊີວິດ 50 ຫາ 55 ຄົນ​.”

ມີ​ຊາວ​ໂຣຮິງ​ຢາ​ປະມານ 4 ໝື່ນ​ຄົນ ທີ່​ໄດ້​ລົງທະບຽນ​ກັບ​ອົງການ​ອົບພະຍົບຂອງ​ສະຫະ​ປະຊາ​ຊາດ ຫຼື UNHCR ຊຶ່ງ​ໃຫ້ການ​ປ້ອງ​ກັນ​ແດ່​ເລັກ​ນ້ອຍ​ໃນ​ການ​ຖືກ​ຈັບ​ກຸມ ຫຼື​ຖືກ​ເນລະ​ເທດ​ນັ້ນ. ​ແຕ່​ບັນດາ​ນັກ​ເຄື່ອນ​ໄຫວ ກະ​ປະມານ​ວ່າ ຢ່າງ​ໜ້ອ​ຍກໍ​ມີ​ຈຳນວນ​ເກືອບ​ເທົ່າໆ​ກັນ ທີ່​ຍັງ​ບໍ່​ທັນ​ໄດ້​ໄປ​ລົງທະບຽນ​ນັ້ນ.

ນາງ Najeemah ທີ່​ມາ​ຮອດ​ມາ​ເລ​ເຊຍ​ໃໝ່ໆ ຫວັງ​ວ່າ​ຈະໄດ້ອອກ​ຈາກ​ມະ​ເລ​ເຊຍ​ໄປ
ຊຶ່ງ​ລາວ​ກ່າວ​ວ່າ:

“ຖ້າ​ຂ້ອຍ​ຢູ່​ນີ້ ຂ້ອຍ​ຈະ​ບໍ່​ສາມາດ​ສົ່ງ​ພວກ​ລູກ​ເຕົ້າ​ຂອງ​ຂ້ອຍ​ໄປ​ໂຮງຮຽນ ດັ່ງ​ນີ້ ຂ້ອຍ​ຈຶ່ງ​ຢາກ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ປະ​ເທດ​ອື່ນ.”

ທ່ານ Mohammad Sadek ນັກ​ເຄື່ອນ​ໄຫວ​ໂຣຮິງ​ຢາ ກະ​ປະມານ​ວ່າ ມີ​ຊາວ​ໂຣຮິງ​ຢາ ພຽງ​ປະມານ 1 ພັນ​ຄົນ​ເທົ່າ​ນັ້ນ ​ໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ປະ​ເທດ​ອື່ນ​ມາ​ຮອດ​ປັດຈຸບັນ​ນີ້.

ທ່ານ Mohammad Sadek ກ່າວ​ວ່າ " ພວກ​ອົບ​ພະຍົບຫຼາຍ​ຄົນ​ພາກັນ​ກຳລັງ​ລໍຖ້າ​ມາ​ໄດ້​ດົນ​ກວ່າ ​3 ທົດ​ສະ​ວັດ​ແລ້ວ. ພວກ​ເຂົາ​ເຈົ້າຍັງ​ຄົງ​ຢູ່​ໃນ​ສະພາ​ບເດີມ ​ໂດຍ​ປາສະຈາກຄວາມ​ຫວັງ​ໃດໆ​ຕໍ່​ໄປ. ດັ່ງ​ນີ້ ອົງການ​ອົບ​ພະຍົບສະຫະ​ປະຊາ​ຊາດ ຄວນ​ຈະ​ສົ່ງ​ເຂົາ​ເຈົ້າ​ໄປຕັ້ງ​ຖິ່ນ​ຖານ​ຢູ່ບ່ອນ​ໃໝ່​ໃນ​ເວລາໄວ​ເທົ່າ​ທີ່​ເປັນ​ໄປ​ໄດ້."

ບາງທີ​ກໍ​ມີ​ຄວາມ​ຫວັງ​ຫຼື​ໂອກາດ​ໜ້ອຍ​ນຶ່ງ . ​ແຕ່​ຊີວິດ​ໃນ​ຖານະ​ເປັນ​ອົບ​ພະຍົບຄົນ​ນຶ່ງ​ ທີ່​
ອາ​ໄສ​ຢູ່​ໃນ​ຄວາມ​ທຸກ​ຈົນ ຢູ່​ໃນ​ລະດັບ​ຕໍ່າ ສຸດຂອງ​ສັງຄົມ​ຊາວ​ມາ​ເລ​ເຊຍ ກໍ​ຍັງ​ເປັນ​ຊີວິດ​ອັນ​ນຶ່ງ​ຢູ່ ຊຶ່ງ​ເປັນ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ຫຼາຍ​ຄົນ​ຢູ່​ນີ້ ກ່າວ​ວ່າ ຍັງ​ເປັນ​ການ​ປັບປຸງ​ທີ່​ດີ​ຂຶ້ນກວ່າ
ບ່ອນ​ທີ່​ເຂົາ​ເຈົ້າອົບ​ພະຍົບໜີ​ມາ​ນັ້ນ.

The United Nations has called the Rohingya Muslims one of the world’s most persecuted minority groups.

Fleeing persecution in Myanmar, the Rohingya see Malaysia, a Muslim country, as a potential safe haven. But Malaysia has not signed the U.N. convention on refugees, so the Rohingya find they cannot work legally, or send their children to school — not even those who were born here.

Activists estimate at least 18,000 have arrived in recent months. Most feel they had no option but to flee.

A violent attack left Ayub Khan's arm and neck partially paralyzed. “I tried to run away from the mob, but they caught up to me and slashed me on the shoulder,” he said.

Another refugee, Nayeemah, said human traffickers killed her husband as they fled with their children via Thailand to Malaysia.

“In my country, there’s so much killing, torture and violent attacks, so there was no alternative to stay there," she said. "I had to leave the country and head to Thailand.”

Eman Hossein left on a ship with some 400 others.

“When the people died they just threw them in the ocean," he said. "At least 50 to 55 people died.”

About 40,000 Rohingya in Malaysia are registered with the United Nations refugee agency, UNHCR, giving them some protection from arrest and deportation. But activists estimate at least that many remain unregistered.

New arrival Nayeemah hopes to leave Malaysia.

“If I stay here, I will not be able to send my kids to school, so I want to be resettled to another country,” she said.

Rohingya activist Mohammad Sadek estimates that only about 1,000 Rohingya have been resettled to date.

“Many of the refugees are waiting for more than three decades," he said. "They still remain in the same condition without having any hope. So the UNHCR should resettle them as soon as possible.”

There's a slim chance of that happening, perhaps. But life as a refugee living in poverty on the margins of Malaysian society is still a life — something many here say is an improvement from where they came.

XS
SM
MD
LG