ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກໍານົດວັນພັກເຊົາຊົ່ວຄາວ ຂອງຊາວໂຣຮິງຢາ ໃນໄທ ຈະໝົດອາຍຸເດືອນນີ້ (ວີດິໂອ)


Rohingya Boat People Face Deadline and No Home
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບລາຍງານນີ້.

ກໍານົດເສັ້ນຕາຍໄລຍະຫົກເດືອນ ທີ່ທາງການໄທອະນຸຍາດ
ໃຫ້ພັກເຊົາຢູ່ໃນ ໄທ​ໄດ້ຊົ່ວຄາວນັ້ນ ​ແມ່ນຈະສິ້ນສຸດລົງໃນ
ເດືອນນີ້ແລ້ວ ສໍາລັບສ່ວນໃຫຍ່​ຂອງພວກອົບພະຍົບທາງ​ເຮືອ
ເກືອບ 2.000 ຄົນ ທີ່ອ້າງວ່າເປັນຊາວໂຣຮິງຢາ ທີ່ພາກັນຫຼົບ
ໜີຈາກເຫດການຄວາມຮຸນແຮງລະຫວ່າງຊົນເຜົ່າ ໃນມຽນມາ
ນັ້ນ ພ້ອມດຽວ​ກັນ ກໍມີລາຍງານຫຼາຍກະແສກ່ຽວກັບການປະຕິ
ບັດຕໍ່ພວກເຂົາເຈົ້າ ຢ່າງບໍ່ຖືກບໍ່ຕ້ອງຢູ່ທີ່ສູນກັກຂັງ​ແຫ່ງ​ຕ່າງໆ
ຂອງກົມ ກວດຄົນເຂົ້າເມືອງຂອງໄທ. Steve Sandford ຜູ້ສື່
ຂ່າວວີໂອເອທີ່ປະເທດໄທ ໄດ້ມີໂອກາດໂອ້ລົມກັບຊາວອົບ​ພະ
ຍົບໂຣຮິງຢາບາງຄົນ ກ່ຽວກັບຊະຕາກໍາຂອງພວກເຂົາເຈົ້າ ແລະມີລາຍງານກ່ຽວກັບເລຶ່ອງນີ້ ຊຶ່ງທອງປານຈະນໍາມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ເລິກເຂົ້າໄປໃນເຂດພູດອຍທາງພາກໃຕ້ຂອງໄທນັ້ນ ເປັນທີ່ຮູ້ກັນດີວ່າ ພວກຄົນງານປາດ
ຕົ້ນຢາງທ້ອງຖິ່ນ ​ແມ່ນ​ເປັນພວກທີ່ຕື່ນເດິກລຸກເຊົ້າ.

ແຕ່​ເມື່ອ 4-5 ເດືອນຜ່ານມານີ້ ບໍ່ມີແຕ່ພວກຄົນທ້ອງຖິ່ນ​ເທົ່າ​ນັ້ນ ທີ່ທຽວໄປມາຜ່ານສວນ
ຢາງ ທີ່ຫ່າງໄກຈາກສາຍຕາຂອງຄົນສ່ວນຫຼາຍ.

ເມື່ອຕົ້ນປີນີ້ ນາງອະຣຸນ ສົມ​ພົດ ທີ່ອາໄສຢູ່ທ້ອງຖິ່ນດັ່ງກ່າວ ຕື່ນຂຶ້ນມາ ເຫັນພວກອົບພະ
ຍົບທາງເຮືອຈໍານວນນຶ່ງ ນອນຢາຍ​ກັນຢູ່ເຊຍ ໜ້າ​ເຮືອນ ຂອງລາວ.

ນາງອະຣຸນ ເວົ້າວ່າ: “ເວລາຂ້ອຍເຫັນພວກເຂົາເຈົ້ານອນຢູ່ຫັ້ນ ຂ້ອຍກໍແງ້ມ
ປະຕູສ່ອງເບິ່ງວ່າ
ແມ່ນຄົນພວກໃດ ຂ້ອຍມີຄອບຄົວແລະຍາດພີ່ນ້ອງ ທີ່ພັກ
ຢູ່ບ້ານໃກ້ກັນ. ຂ້ອຍເປີດປະຕູອອກມາ
ແລະເຫັນມີຫຼາຍຄົນເຕີບ ທີ່ນອນຢູ່ຫັ້ນ
ແລະຂ້ອຍຕົກໃຈ ພໍພວກເຂົາເຈົ້າຫຼຽວເຫັນຂ້ອຍ ພວກເຂົາເຈົ້າກໍລຸກຂຶ້ນນັ່ງ
ຂ້ອຍຕົກ​ໃຈ​ກໍເລີຍຮ້ອງ
ອອກມາ.”

ນັບຕັ້ງແຕ່ເດືອນມັງກອນເປັນຕົ້ນມາ ອົບ​ພະຍົບທາງເຮືອເກືອບ 2.000 ຄົນ ທີ່ອ້າງວ່າ
ເປັນຊາວໂຣຮິງຢາ ທີ່ຫຼົບໜີຈາກເຫດການຄວາມຮຸນແຮງ ທາງສາສະໜາໃນມຽນມາ
ໄດ້ຖືກເຈົ້າໜ້າທີ່ໄທຈັບ ແລະກັກຕົວໄວ້.

ຊົນເຜົ່າໂຣຮິງຢາ ທີ່ຖືກປະຕິເສດສັນຊາດຢູ່ໃນມຽນມາ ປະເທດຂອງພວກເຂົາເຈົ້າເອງ
ແລະຢາກພາກັນຫຼົບໜີຈາກການຖືກປະຫັດປະຫານ​ນັ້ນ ຫຼາຍໆຄົນແມ່ນ​ໄດ້ຕົກເປັນ
ເຫຍື່ອຂອງ​ການຖືກສວຍໃຊ້ເພື່ອຜົນປະໂຫຍດ ສ່ວນຕົວຂອງ​ພວກ​ຄ້າ​ມະນຸດ.

ດັ່ງກໍລະນີຂອງທ້າວ Abdul Salaman ຊຶ່ງຜູ້ກ່ຽວຖືກກັກ​ໂຕໄວ້ຢູ່ໃນປ່າດົງໃນໄທພ້ອມ
ກັບຊາວໂຣຮິງຢາຈໍານວນນຶ່ງ ໂດຍພວກລັກລອບຄ້າມະນຸດ ທີ່ພາລາວອອກມາຈາກມຽນ
ມາ. ນາຍອັບດຸນ ຖືກປ່ອຍຕົວໃຫ້​ເປັນອິດສະຫຼະ ຫຼັງຈາກພີ່ນ້ອງຂອງລາວຢູ່​ມາ​ເລ​ເຊຍ
ຈ່າຍເງິນ 1.500 ​ໂດ​ລາ ໃຫ້ພວກ​ທີ່​ກັກ​ໂຕ​ລາວ​ໄວ້.

​ເວລານີ້ ທ້າວອັບດຸນອາ​ໄສຢູ່ບ້ານຫຼັງນຶ່ງທີ່ປອດໄພດີ ​ເຮັດ​ໜ້າ​ທີ່ເປັນຜູ້ຄົວຢູ່ຄົວກິນໃຫ້
ພວກ​ອົບ​ພະຍົບທາງ​ເຮືອ ຫຼາຍຮ້ອຍຄົນ ທີ່ຖືກກັກຂັງຢູ່ທີ່ສູນກັກຂັງຫຼາຍໆແຫ່ງ ທີ່ອັ່ງອໍ
ກັນທີ່ສຸດ ຂອງ​ກົມ​ກວດ​ຄົ້ນ​ເຂົ້າ​ເມືອ​ງຂອງ​ໄທ.

ທ້າວອັບດຸນເວົ້າວ່າ: “ຂ້ອຍລໍາບາກຫຼາຍທີ່ສຸດໃນອະດີດຜ່ານມາ ແລະບັດນີ້
ຂ້ອຍມີອິດສະຫຼະແລ້ວ ໝູ່ເພື່ອນຂ້ອຍຫຼາຍໆຄົນຍັງປະເຊີນກັບສະພາບການ
ທີ່ຮ້າຍຂາດ ແລະບໍ່ມີອາຫານການກິນພຽງພໍ. ດຽວນີ້ ຂ້ອຍບໍ່ມີວຽກເຮັດງານທໍາ
ຂ້ອຍກໍເລີຍມາຄົວກິນໃຫ້ພວກເຂົາເຈົ້າກິນ.”


ເຖິງແມ່ນຈະຖືກປະນາມຢ່າງໃຫຍ່ ຈາກບັນດາກຸ່ມສິດທິມະນຸດ ຫຼັງຈາກພາບສູນ​ກັກ​ຂັງ​
ທີ່ມີ​ລັກສະນະຄື​ກັນ​ກັບ​ຄອກ​ສັດ ​ເຕັມ​ໄປ​ດ້ວຍ​ອົບ​ພະຍົບທາງ​ເຮືອ ​ທີ່​ອັດແອ​ແຫຍ້​ກັນ​ຢູ່
ໄດ້ຖືກ​ເຜີຍ​ແຜ່ອອກອາກາດໄປແລ້ວກໍຕາມ ແຕ່ສະພາບການສໍາລັບຊາຍພວກນັ້ນ ກໍຍັງ
ຄື​ເກົ່າ ບໍ່​ມີ​ຫຍັງ​ດີ​ຂຶ້ນ​ເລີຍ.

ແຕ່ລາຍງານຂອງສື່ມວນຊົນທີ່ມີ​ອອກ​ມາ​ຫຼາຍຂຶ້ນ​ເລື້ອຍໆ ທີ່​ຊີ້​ແນະວ່າ ເຈົ້າໜ້າທີ່ຮັກສາ
ຄວາມປອດໄພຂອງໄທ ມີສ່ວນຮ່ວມກັບການລັກລອບຄ້າຊາວໂຣຮິງຢາບາງຄົນນັ້ນ ປະກົດ
ວ່າໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກເຈົ້າໜ້າທີ່ຂັ້ນສູງຂອງໄທ.

ພົນໂທ ພະຣາດອນ Pattanatabu ແຫ່ງສະພາຄວາມໝັ້ນຄົງແຫ່ງຊາດຂອງໄທ ເວົ້າວ່າ:
“ກໍ​ຕ້ອງ​ຂໍ​ບອກ​ວ່າ ສູນກັກ​ກັນເຫຼົ່ານີ້ອັ່ງອໍກັນທີ່ສຸດ ຍ້ອນເຫດນີ້ ພວກເຮົາຈຶ່ງຈະ
ສ້າງສູນແຫ່ງໃໝ່ຂຶ້ນມາຕື່ມອີກ ເພື່ອໃຫ້ພວກເຂົາເຈົ້າໄດ້ພັກເຊົາ. ສູນແຫ່ງໃໝ່
ຈະສ້າງເປັນແບບ ສູນສໍາລັບ​ລໍຖ້າ ຫຼາຍກວ່າ. ພວກເຮົາຈະມີໝໍແລະຢຸກຢາ ຕຽມພ້ອມເພື່ອຮັກສາປິ່ນປົວ ດູ​ແລພວກເຂົາເຈົ້າ​ໄດ້​ຢ່າງ​ເຕັມທີ່.”


ໃນຂະນະທີ່ກໍານົດວັນເສັ້ນຕາຍ 6 ​ເດືອນ ຍັບໃກ້ເຂົ້າມາ ສໍາລັບສິ່ງທີ່ເອີ້ນວ່າ ການພັກເຊົາ
ຊົ່ວຄາວຢູ່ໃນໄທນັ້ນ ຄໍາຖາມກ່ຽວກັບວ່າ ຊະຕາກໍາຂອງຊາວໂຣຮິງຢາພວກ​ນີ້ ຈະ​ເປັນ​
ແນວ​ໃດ ຫຼືວ່າ ​ເຂົາ​ເຈົ້າຈະໄປຕົກຢູ່ຖິ່ນແດນ ໃດຫຼັງຈາກ​ນັ້ນ ກໍຍັງບໍ່ມີໃຜຕອບໄດ້.
XS
SM
MD
LG