ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ Dennis Rodman ​ເດີນທາງ​ໄປ ເກົາຫລີເໜືອ ອີກ ​ເປັນ​ເທື່ອ​ທີ 3 ​ໃນ​ປີ​ນີ້ (ວີດີໂອ/ສະໄລດ໌)


Rodman Back in North Korea to Train National Basketball Team
please wait

No media source currently available

0:00 0:01:38 0:00
ລິງໂດຍກົງ

​ເບິ່ງ​ວີ​ດີ​ໂອ ກ່ຽວ​ກັບ​ຂ່າວ​ນີ້.

ອ​ະດີດ ດາຣາ ນັກ​ກິລາສະມາຄົມບານບ້ວງ​ ຫລື​
ບາສ​ເກັດ​ບອລແຫ່ງ​ຊາດສະຫະລັດ ທ້າວ Dennis Rodman
ກໍາລັງ​ຢູ່​ປະ​ເທດ​ເກົາຫລີ​ເໜືອ ​ເພື່ອ​ເຝິກ​ຫັດນັກກິລາບາສ​ເກັດ
​ບອລ ຂອງປະ​ເທດທີ່​ມີອາວຸດ​ນິວ​ເຄລຍ​ແຫ່ງ​ນັ້ນ ເພື່ອການສະ
​ແດງຫລິ້ນ​ກິລາ​ດັ່ງກ່າວ ​ສ​ະຫລອງ​ວັນ​ເກີດ​ຜູ້​ນໍາ Kim Jong Un.

​ໃນ​ຂະນະ​ທີ່​ພວກ​ວິພາກ​ວິຈານ ກ່າວ​ວ່າ ທ້າວ Rodman ກໍາລັງ​
ຖືກ​ໃຊ້​ເປັນເຄື່ອງມື​ໃນການໂຄສະນາ​ຊວນ​ເຊື່ອ ​ແລະ​ສ້າງ​ຄວາມ
​ໂດ່​ງດັງນັ້ນ ​ໂຕ​ລາວ​ເອງແລະ​ບັນດາ​ຜູ້​ສະໜັບສະໜູນ ກ່າວ​ວ່າ
ການແລກປ່ຽນດ້ານກິລາ​ດັ່ງກ່າ​ວນີ້ ​ອາດ​ເປັນ​ໂອກາດ​ເປີດ​ປະຕູ ຢູ່​ໃນ​ປະ​ເທດ​ທີ່​ລັບ​ລີ້ແຫ່ງນັ້ນ.

ທ້າວ Rodman ກ່າວ​ວ່າ ການສະ​ແດງຫລີ້ນ​ແຂ່ງ​ກັນ​ໃນ​ເດືອນ​ມັງກອນ ຈະມີຮວມ​ທັງ
ອະ​ດີດ​ນັກ​ກິລາບາສ​ເກັດ​ບອນ​ແຫ່ງ​ຊາດສະຫະລັດ ຫລື NBA ອີກ 12 ຄົນ ຜູ້​ທີ່ລາວຫວັງ​
ວ່າ ບາດ​ແລ້ວ ຈະ​ເຫັນ​ພາບພົດ​ຂອງ​ເກົາຫລີ​ເໜືອ ທີ່ລາວ​ເວົ້າ​ວ່າ ບໍ່ໄດ້ຂີ້ຮ້າຍ​ເໜືອ​ນ​ດັ່ງ​
ສື່ມວນ​ຊົນລາຍ​ງານ​ກັນ.

ການ​ເດີນ​ທາງ​ຂອງ Rodman ມີ​ຂື້ນ​ພຽງ​ນຶ່ງ​ອາທິດ ຫລັງ​ຈາກຜູ້​ນໍາ Kim Jong Un ​ໄດ້​
ປະຫານ​ຊີວິດ​ ອາວຂອງ​ລາວ ຜູ້​ທີ່​ມີ​ອໍານາດສູງ​ອັນ​ດັບສອງ​ ​ໃນ​ປະ​ເທດ.

ການ​ກວດ​ລ້າງ​ທາງ​ການ​ເມືອງດັ່ງກ່າວ ​ໄດ້​ເຮັດ​ໃຫ້ເກີດ​ຄວາມ​ເປັນ​ຫ່ວງ ກ່ຽ​ວກັບສະຖຽນ
ລະ​ພາບ​ໃນ​ເກົາຫລີ​ເໜືອ ທີ່​ເປັນປະ​ເທດ​ທີ່ຝ່າຝືນສິດທິ​ມະນຸ​ດລາຍ​ໃຫຍ່ ​ແລະ​ສ່ຽງ​ຕໍ່ການ
​ພາ​ໃຫ້​ມີ​ການກໍ່ກວນ ​ແລະ​ເກາ​ະຜິດ​ຈາກ​ປະ​ເທດ​ນັ້ນ.

​ແຕ່ໃນ​ຕອນໄປ​ເຖິງ​ພຽງ​ຢາງ ທ້າວ Rodman ກ່າວ​ວ່າ ລາວ​ບໍ່​ສົນ​ໃຈເລື້ອງ​ການ​ເມືອງ ​
ແລະ​ຍັງ​ຄົ​ງ​ເປັນ​ເພື່ອນທີ່ໃກ້ຊິດ​ກັບ ທ່ານ Kim Jong Un ຢູ່.

XS
SM
MD
LG