ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສະໝັກ ໃນທ້ອງຖິ່ນຮົງກົງ ທີ່ໄດ້ຮັບ ໄຊຊະນະການເລືອກຕັ້ງ ເປັນການສ້າງບັນຫາ ໃຫ້ແກ່ ສຫລ

People walk under cherry blossom trees as the sun rises at the Tidal Basin in Washington, D.C.
People walk under cherry blossom trees as the sun rises at the Tidal Basin in Washington, D.C.

ການເລືອກຕັ້ງຂອງຮົງກົງ ທີ່ໄດ້ຖືກມອງເຫັນກັນວ່າ ເປັນໄຊຊະນະທີ່ບໍ່ເຄີຍມີມາກ່ອນ ໂດຍພວກນັກເຄື່ອນໄຫວ ຢູ່ໃນ “ທ້ອງຖິ່ນ” ຜູ້ທີ່ຢາກຈະຕັດສິນໃຈດ້ວຍຕົວເອງ ເພື່ອ ເຂດປົກຄອງດ້ວຍຕົນເອງຂອງຈີນ ນັ້ນ ໄດ້ເຮັດໃຫ້ເປັນບັນຫາຫຍຸ້ງຍາກ ສຳລັບ ສະຫະລັດ.

ບັນດາຜູ້ສະໜັບສະໜູນ ທ່ານ Zhang Dejiang, ປະທານ ສະພາ ປະຊາຊົນ ແຫ່ງຊາດຂອງຈີນ ຜູ້ທີ່ກຳລັງຢ້ຽມຢາມຮົງກົງ, ໄດ້ຖືປ້າຍຕ່າງໆນາໆ ຊຶ່ງອ່ານວ່າ "ຕ້ອງການດຳລົງຊີວິດ ຕ້ອງການສະຖຽນລະພາບ" ຢູ່ໃນຮົງກົງ ເມື່ອວັນທີ 18 ພຶດສະພາ 2016.

ຕາມປົກກະຕິ ວໍຊິງຕັນ ແມ່ນສົ່ງເສີມ ຂະບວນການປະຊາທິປະໄຕ ໃນທົ່ວໂລກ ແຕ່ຕົນ ຍັງໄດ້ຍອມຮັບ ວ່າ ຮົງກົງ ເປັນຂົງເຂດປົກຄອງທີ່ພິເສດຂອງຈີນ ນັບຕັ້ງແຕ່ອັງກິດ ໄດ້ ສົ່ງຮົງກົງຄືນແກ່ ການປົກຄອງຂອງຈີນ ໃນປີ 1997.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ມີປະຕິກິລິຍາ ຢ່າງລະມັດລະວັງ ຕໍ່ໄຊຊະນະ ຄັ້ງທຳອິດ ຂອງຜູ້ທີ່ຢູ່ໃນທ້ອງຖິ່ນ 6 ທ່ານ ໃນການເລືອກຕັ້ງຂອງ ຮົງກົງ ເມື່ອວັນທີ 4 ກັນຍາ ຜ່ານມາ ສຳລັບ 70 ທີ່ນັ່ງໃນສະພານິຕິບັນຍັດ ຫຼື Legco.ພວກທ້ອງຖິ່ນດັ່ງກ່າວ ຈະເຂົ້າຮ່ວມນຳ ອີກສອງຄົນທີ່ນິຍົມການປະຕິຮູບຢ່າງໜັກແໜ້ນ ແລະ 22 ຄົນ ທີ່ນິຍົມ ແນວທາງປານກາງ ອັນເປັນສ່ວນໜຶ່ງ ຂອງ ກຸ່ມທີ່ເປັນສະມາຊິກສະພາ “ຝ່າຍຄ້ານ” ທີ່ມີສະມາຊິກລວມທັງໝົດ 30 ຄົນ ຜູ້ທີ່ຕໍ່ສູ້ເພື່ອໃຫ້ມີປະຊາທິປະໄຕ ຫຼາຍຂຶ້ນ ສຳລັບ ຮົງກົງ.

ຢູ່ໃນຖະແຫລງການສະບັບໜຶ່ງ ຕໍ່ວີໂອເອ ໂຄສົກຂອງກະຊວງການຕ່າງປະເທດ ພະແນກເອເຊຍຕາເວັນອອກ ແລະ ປາຊີຟິກ ທ່ານນາງ Anna Richey-Allen ໄດ້ຍິນດີນຳ ການມີຜູ້ຄົນອອກມາໃຊ້ສິດອອກສຽງ ເປັນປະວັດການຂອງຮົງກົງ ນັ້ນ ອັນເປັນການ “ຢືນຢັນຂອງຄວາມໝາຍໝັ້ນ ຂອງປະຊາຊົນຮົງກົງ ທີ່ຈະເຂົ້າຮ່ວມ ໃນຂະບວນການປະຊາທິປະໄຕ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG