ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢ່າງນ້ອຍ 27 ຄົນ​ ​ເສຍ​ຊີວິດ ​ໃນການ​ຈະລາຈົນ ທີ່ແຂວງ Xinjiang ຂອງຈີນ


ແຜນທີ່ໃນເຂດ Shanshan, ແຂວງ Xinjiang
ແຜນທີ່ໃນເຂດ Shanshan, ແຂວງ Xinjiang
ສື່​ຂອງລັດ ​ໃນ​ປະ​ເທດ​ຈີນ ກ່າວ​ວ່າ​ ມີ 27 ຄົນ​ ​ເສຍ​ຊີວິດ​
ໃນ​ການກໍ່ຈະລາຈົນ ຢູ່ໃນ​ເຂດ ຊົນ​ເຜົາທີ່​ແບ່ງ​ແຍກກັນ ​
ໃນ​ແຂວງ​Xinjiang ທາງ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງ
​ປະ​ເທດ ອັນ​ເປັນເຫດການກໍ່​ຄວາມ​ຮຸນ​ແຮງ ທີ່​ຮ້າຍ​ແຮງ
ສຸດ ຢູ່​ໃນ​ເຂດທີ່​ວຸ້ນ​ວາຍດັ່ງກ່າວ ​ໃນ​ຮອບ​ເກືອບ​ສີ່​ປີ.

ອົງການ​ຂ່າວຊິນ​ຫົວ ກ່າວ​ວ່າ ການ​ຈະລາຈົນໄດ້​ເລີ່​ມຂຶ້ນ​ໃນ
ເຊົ້າວັນພຸດ​ມື້​ນີ້ ເວລາ​ຝຸງ​ຊົນທີ່​ຖື​ມີດ ພາກັນ​ໂຈມ​ຕີ​ສະຖານີ
ຕໍາຫຼວດຫຼາຍ​ແຫ່ງ ອາຄານ​ລັດ​ຖະບານ​ທ້ອງ​ຖິ່ນຫລັງ​ນຶ່ງ ​
ແລະ​ເຂດ​ກໍ່ສ້າງແຫ່ງ​ນຶ່ງ ໃນເມືອງ Lukqun ​ທີ່​ຫ່າງໄກ​ຂອງ​
ເຂດ Shanshan.

ລາຍ​ງານກ່າວວ່າ ພວກ​ກໍ່​ຈະລາຈົນ​ໄດ້​ແທງຜູ້​ຄົນ​ແລະ​ຈຸດ​ໄຟ​ເຜົາ​ລົດ​
ຕໍາຫຼວດ​ຫຼາຍ​ຄັນ​ ​ໂດຍ​ໄດ້ສັງຫານ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ 9
ຄົນ ​ແລະພົນລະ​ເຮືອນ​ອີກ 8 ຄົນ ກ່ອນ​ທີ່​ຕໍາຫຼວດ​ຈະ​ຍິງເຂົ້າ​ໃສ່ພວກ
ເຂົາ ຊຶ່ງ​ໄດ້​ສັງຫານຜູ້​ຕ້ອງ​ສົງ​ໄສ 10 ຄົນ.

ລາຍ​ງານ​ຍັງ​ກ່າວ​ອີກ​ວ່າ ທາງ​ຕໍາຫຼວດ​ໄດ້​ຈັບກຸມພວກ​ກໍ່​ຈະລາຈົນ
3 ຄົນ​ໄວ້​ ແລະກໍາລັງ​ຊອກ​ຄົ້ນ​ຫາ​ພວກອື່ນໆ​ອີກ ທີ່​ບໍ່​ຮູ້​ຈໍານວນ.

ລາຍ​ງານບໍ່​ໄດ້​ໃຫ້ລາຍ​ລະອຽດ​ ​ກ່ຽວ​ກັບ​ສາ​ເຫດ​ຂອງ​ການ​ຈະລາຈົນ​ຄັ້ງ​ນີ້ ​
ແລະ​ກໍ​ບໍ່​ໄດ້ເວົ້າເຖິງ​ວ່າ ມີ​ຊົນເຜົາໃດ​ກ່ຽວຂ້ອງແດ່.

ແຂວງ​ Xinjiang ​ໄດ້​ເຫັນ​ການ​ປະ​ທະ​ກັນຢ່າງ​ຮຸນ​ແຮງ​ມາ​ເປັນ​ປະ​ຈໍາ ​
ລະຫວ່າງ​ຊາວ​ມຸສລິ​ມ Uighurs ທີ່​ເປັນຊົນ​ເຜົ່ານ້ອຍ​ຢູ່​ໃນ​ເຂດ​ນັ້ນ ​
ແລະ​ຊາວຈີນ​ເຜົ່າ Han ທີ່​ເປັນ​ຊົນ​ກຸ່ມ​ໃຫຍ່. ຊາວ​ Uighurs ຫລາຍໆ​
ຄົນ ຖີ້ມ​ໂທດ​ຄວາມ​ວຸ້ນວາຍຕ່າງໆ ​ໃສ່​ການ​ຈໍາ​ແນ​ກກິດ​ກັນ​ດ້ານ​ສາສະ
ໜາ​ແລະວັດທະນະນໍາ ທີ່​ສືບ​ເນື່ອງ​ມາ​ຈາກ​ການ​ທີ່ຊາວ Han ​ໄດ້​ພາ
ກັນ​ເຂົ້າໄປອາ​ໄສ​ຢູ່​ຢ່າງ​ຫຼວງ​ຫຼາຍ.
XS
SM
MD
LG