ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກແລ່ນດາວເດັ່ນ Usain Bolt ອາດຈະ ທຳລາຍ ສະຖິຕິໂລກ

ທ້າວ Usain Bolt ຈາກຈາໄມກາ ຊະນະແລ່ນ 200 ແມັດ ຮອບຮອງຊະນະເລີດ ໃນລະຫວ່າງ ການແຂ່ງຂັນກິລາ ໂອລິມປິກ ລະດູຮ້ອນ ປີ 2016 ຢູ່ທີ່ສະໜາມກິລາໂອລິມປິກ ໃນນະຄອນ Rio de Janeiro, ປະເທດ Brazil, ວັນທີ 17 ສິງຫາ 2016.
ທ້າວ Usain Bolt ຈາກຈາໄມກາ ຊະນະແລ່ນ 200 ແມັດ ຮອບຮອງຊະນະເລີດ ໃນລະຫວ່າງ ການແຂ່ງຂັນກິລາ ໂອລິມປິກ ລະດູຮ້ອນ ປີ 2016 ຢູ່ທີ່ສະໜາມກິລາໂອລິມປິກ ໃນນະຄອນ Rio de Janeiro, ປະເທດ Brazil, ວັນທີ 17 ສິງຫາ 2016.

ນັກແລ່ນຂອງຈາໄມກາ ທ້າວ Usain Bolt ແມ່ນຈະກັບຄືນມາແຂ່ງ ໃນວັນພະຫັດມື້ນີ້ ເພື່ອປ້ອງກັນຕຳແໜ່ງ ທີ່ບໍ່ເປັນທາງການ ຂອງ “ນັກແລ່ນ ໄວທີ່ສຸດ ທີ່ມີຊີວິດຢູ່” ໃນ ຂະນະທີ່ ລາວຈະລົງແຂ່ງໃນການແລ່ນ 200 ແມັດ.

ທ້າວ Bolt ໄດ້ຮັບໄຊຊະນະ ການແຂ່ງຂັນ ຢູ່ໃນນະຄອນ London ໃນປີ 2012 ແລະ ໄດ້ຮັບໄຊຊະນະການແຂ່ງຂັນແລ່ນ 100 ແມັດ ມາແລ້ວ ໃນປີນີ້. ແຕ່ລາວ ບໍ່ພຽງແຕ່ ຢາກຊະນະການແຂ່ງຂັນເທົ່ານັ້ນ ທ້າວ Bolt ຄິດວ່າ ລາວ ມີໂອກາດດີ ທີ່ຈະທຳລາຍ ສະຖິຕິໂລກໄດ້ ຊຶ່ງລາວເອງເປັນຜູ້ຄອງມັນໃນປັດຈຸບັນ ແລະກາຍເປັນຜູ້ທຳອິດ ທີ່​ໃຊ້​ເວລາຕ່ຳກວ່າ 19 ວິນາທີ ໃນ​ໄລຍະ 200 ແມັດ.

“ຂ້າພະເຈົ້າ ຄິດແທ້ໆວ່າ ຂ້າພະເຈົ້າຈະພະຍາຍາມ ໃຫ້ໄດ້ ສະຖິຕິໂລກ ຂ້າພະເຈົ້າ ຮູ້ສຶກໝັ້ນໃຈເຊັ່ນນັ້ນ” ທ້າວ Bolt ໄດ້ເວົ້າ ຫຼັງຈາກ ການແຂ່ງຂັນຮອບຮອງຊະນະເລີດ ໃນຕອນຄ່ຳ ວັນພຸດວານນີ້. ລາວເວົ້າອີກວ່າ “ຂ້າພະເຈົ້າ ຕ້ອງແລ່ນ ຢ່າງມີປະສິດ ທິພາບ ແລະ ​ແລ່ນໃຫ້ຊື່ ແລະ ແລ່ນ​ໃຫ້​ດີ​ທີ່​ສຸດ.”

ລາວກ່າວຕື່ມວ່າ ລາວຄິດວ່າ ລາວມີໂອກາດດີທີ່ສຸດ ທີ່ຈະ​ໃຊ້​ເວລາຕ່ຳກວ່າ 19 ວິນາທີ ຖ້າລາວ ຖືກຈັດຢູ່ໃນເສັ້ນນອກສຸດ ເພາະລາວເວົ້າວ່າ “ຖ້າຂ້ອຍໄດ້ເສັ້ນໃນສຸດ ມັນ ຍາກສຳລັບຂ້ອຍ ທີ່ຈະແລ່ນເຂົ້າທາງໂຄ້ງ ໃນເວລາມັນເປັນວົງແຄບເກີນໄປ.”

ນາງ Dalilah Muhammad ຂອງທີມສະຫະລັດ ແມ່ນພວມ​ຫາ​ທາງ​ຈະ​ຄວ້າ​ເອົາຫຼຽນທຳອິດຂອງນາງ ໃນການແຂ່ງຂັນໂອລິມປິກ ປີ 2016 ໃນຂະນະທີ່ ນາງແຂ່ງແລ່ນຂ້າມສິ່ງກີດຂວາງ 400 ແມັດ ຢູ່ທີ່ສະໜາມກິລາໂອລິມປິກ ໃນນະຄອນ Rio de Janeiro, ປະເທດ Brazil, ວັນທີ 17 ສິງຫາ 2016.

ໃນການແຂ່ງຂັນອື່ນໆນັ້ນ ນາງ Dalilah Muhammad ຂອງທີມສະຫະລັດ ແມ່ນພວມ​ຫາ​ທາງ​ຈະ​ຄວ້າ​ເອົາຫຼຽນທຳອິດຂອງນາງ ໃນການແຂ່ງຂັນໂອລິມປິກ ປີ 2016 ໃນ ຂະນະທີ່ ນາງແຂ່ງແລ່ນຂ້າມສິ່ງກີດຂວາງ 400 ແມັດ. ນາງ Muhammad ແລ່ນກາຍ ພວກຄູູ່ແຂ່ງທັງຫຼາຍ ໃນຮອບຮອງຊະນະເລີດ ໂດຍເອົາຊະນະ ຄູ່ແຂ່ງທີ່ໃກ້ຄຽງທີ່ສຸດ ດ້ວຍ​ເວລາເກືອບເຕັມວິນາທີໜຶ່ງ.

ໃນຂະນະດຽວກັນ ນາງ Muhammad ແມ່ນເປັນໂຕເກງທີ່ຈະໄດ້ຮັບຫຼຽນຄຳ ນາງຈະ ປະເຊີນໜ້າກັບ ຄູ່ແຂ່ງທີ່ແຂງຂັນ ບໍ່ຫຼາຍ ໃນການແຂ່ງຮອບສຸດທ້າຍ ໂດຍມີ ນາງ Zuzana Hejnova ຈາກ ສາທາລະນະລັດ Czech ແລະ ນາງ Sara Petersen ຈາກ Denmark. ການແຂ່ງຂັນຈະສະລຸບລົງ ດ້ວຍ 10 ກິລາປະເພດຊາຍ ໃນຂະນະທີ່ ທ້າວ Ashton Eaton ນັກ​ກິລາ​ອາ​ເມຣິກັນ ຫາທາງທີ່ຈະຮັກສາຕຳແໜ່ງ ທີ່ລາວໄດ້ທຳໄວ້ ໃນວັນພຸດວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

In Photos: Day 12 of Rio Olympics
please wait

No media source currently available

0:00 0:01:13 0:00

XS
SM
MD
LG