ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການເອົາຊ້າງສະແດງເປັນຄັ້ງສຸດທ້າຍ ຂອງ ບໍລິສັດ ລະຄອນສັດ Ringling Brothers


ການເອົາຊ້າງຈາກເອເຊຍສະແດງໃນລະຫວ່າງ ການເຄົາລົບທຸງຊາດ ເປັນຄັ້ງສຸດທ້າຍ ຂອງບໍລິສັດ ລະຄອນສັດ Ringling Brothers and Barnum & Bailey Circus, ວັນທີ 1 ພຶດສະພາ 2016, ໃນນະຄອນ Providence ຂອງລັດ Rhode Island.
ການເອົາຊ້າງຈາກເອເຊຍສະແດງໃນລະຫວ່າງ ການເຄົາລົບທຸງຊາດ ເປັນຄັ້ງສຸດທ້າຍ ຂອງບໍລິສັດ ລະຄອນສັດ Ringling Brothers and Barnum & Bailey Circus, ວັນທີ 1 ພຶດສະພາ 2016, ໃນນະຄອນ Providence ຂອງລັດ Rhode Island.

ນັບວ່າເປັນ ຄັ້ງສຸດທ້າຍ ສຳລັບພວກຊ້າງ ທີ່ຈະໄດ້ທຳການສະແດງ ຢູ່ກັບ ບໍລິສັດ ລະຄອນສັດ Ringling Brothers and Barnum and Bailey Circus ທີ່ໄດ້ຂະນານ ນາມວ່າ ເປັນ “ການສະແດງ ທີ່ຍິ່ງໃຫຍ່ທີ່ສຸດໃນໂລກ.”

ໃນຂະນະທີ່ ນັກສະແດງຂີ່ຊ້າງຈາກເອເຊຍ ໂບກທຸງຊາດຂອງອາເມຣິກາ ຊຶ່ງເປັນ ການ ເປີດລາຍການ ຂອງການສະແດງຄັ້ງສຸດທ້າຍຂອງຊ້າງ ຢູ່ໃນສະໜາມເວທີ ທີ່ນະຄອນ Providence ລັດ Rhode Island ທາງພາກຕາເວັນອອກສຽງເໜືອ ຂອງ ສະຫະລັດ. ນີ້ຈະເປັນການສິ້ນສຸດ ທຳນຽມ ການໃຫ້ຄວາມບັນເທີງແກ່ພວກຜູ້ຊົມທັງຫຼາຍ ນັບຕັ້ງແຕ່ ພວກລະຄອນສັດ ໄດ້ເລີ້ມຕົ້ນຂຶ້ນ ຢູ່ໃນສະຫະລັດ ໃນສອງສັດຕະວັດຜ່ານມາ ແຕ່ໃນ ໄລຍະສອງສາມປີບໍ່ດົນມານີ້ ມັນໄດ້ປະເຊີນກັບການທ້າທາຍ ໂດຍພວກນັກເຄື່ອນໄຫວ ເພື່ອສິດທິສັດ.

ພວກຊ້າງຈາກເອເຊຍ ສະແດງເປັນເທື່ອສຸດທ້າຍ ໃຫ້ແກ່ບໍລິສັດ ລະຄອນສັດ Ringling Brothers and Barnum & Bailey Circus, ວັນທີ 1 ພຶດສະພາ 2016, ໃນນະຄອນ Providence ຂອງລັດ Rhode Island.
ພວກຊ້າງຈາກເອເຊຍ ສະແດງເປັນເທື່ອສຸດທ້າຍ ໃຫ້ແກ່ບໍລິສັດ ລະຄອນສັດ Ringling Brothers and Barnum & Bailey Circus, ວັນທີ 1 ພຶດສະພາ 2016, ໃນນະຄອນ Providence ຂອງລັດ Rhode Island.

ຊ້າງຈາກເອເຊຍ 6 ໂຕ ໄດ້ເດີນເປັນຂະບວນອ້ອມວົງເວທີ ໃນລະຫວ່າງການສະແດງ ຊຶ່ງແຕ່ລະໂຕໃຊ້ງວງຂອງມັນຈັບຫາງຂອງໂຕທີ່ຢູ່ຂ້າງໜ້າ. ພວກສັດດັ່ງກ່າວຈະກະສຽນ ໄປຢູ່ສູນອະນຸລັກສຳລັບຊ້າງ ຂອງບໍລິສັດ Ringling Brothers ໃນເນື້ອທີ່ 80 ເຮັກຕາ ຢູ່ໃນພາກໃຕ້ຂອງລັດ Florida. ທ່ານນາງ Alana Feld ຮອງປະທານຜູ້ຈັດການ ຂອງ ບໍລິສັດ Feld Entertainmentຊຶ່ງເປັນເຈົ້າຂອງ ລະຄອນສັດ ກ່າວວ່າ ສູນດັ່ງກ່າວ ມີຝຸງ ຊ້າງຈາກເອເຊຍ 40 ໂຕ ທີ່ໃຫຍ່ທີ່ສຸດ ໃນທະວີບ ອາເມຣິກາເໜືອ.

ການສະແດງຄັ້ງສຸດທ້າຍ ຂອງພວກຊ້າງນັ້ນ ໄດ້ຖືກທ່າຍທອດສົດອອກທາງ Facebook ແລະ ທາງເວັບໄຊ້ ຂອງລະຄອນສັດນຳດ້ວຍ.

ພວກຊ້າງໄດ້ຖືກນຳໃຊ້ເຂົ້າໃນການສະແດງ ຂອງລະຄອນສັດ ຢູ່ໃນ ອາເມຣິກາ ເປັນ ເວລາ ຫຼາຍກວ່າ 200 ປີມາແລ້ວ.

ອົງການສັງຄົມສົງເຄາະເພື່ອສັດ ກ່າວວ່າ ລະຄອນສັດຫຼາຍກວ່າ 10 ບໍລິສັດ ຢູ່ໃນ ສະຫະລັດ ຍັງສືບຕໍ່ນຳໃຊ້ຊ້າງຢູ່. ແຕ່ບໍ່ມີລະຄອນສັດໃດ ທ່ອງທ່ຽວທຳການສະແດງ ຢ່າງກວ້າງຂວາງ ຫຼື ມີຊື່ສຽງໂດ່ງດັ່ງ ຄືກັບ Ringling Bros. ມັນກໍຍັງເປັນການຫຍຸ້ງ ຍາກຫຼາຍຂຶ້ນ ສຳລັບ ການທ່ອງທ່ຽວ ເພື່ອນຳເອົາພວກຊ້າງໄປສະແດງນຳດ້ວຍ. ຫຼາຍ ສິບເມືອງ ໄດ້ຫ້າມ ການໃຊ້ຂໍເກາະ ຊຶ່ງໃຊ້ໂດຍພວກເຝິກແອບຊ້າງ ຫຼື ຄວນຊ້າງ. ແລະບາງລັດຂອງສະຫະລັດ ກໍກຳລັງພິຈາລະນາ ໃຊ້ກົດໝາຍ ເຊັ່ນນັ້ນຄືກັນ.

ຊົມວີດີໂອ ກ່ຽວກັບເລື່ອງນີ້

US Last Circus Elephants
please wait

No media source currently available

0:00 0:02:29 0:00

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG