ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະຄອນສັດ Ringling Brothers ຍຸຕິ ລົງ “ການສະແດງ ທີ່ຍິ່ງໃຫຍ່ທີ່ສຸດຂອງໂລກ”


ຕົວຕະຫລົກ ຖືໂທລະສັບຂອງລາວຂຶ້ນ ເພື່ອບັນທຶກ ວີດີໂອ ການສະແດງຄັ້ງສຸດທ້າຍ ຂອງ ລະຄອນສັດ Ringling Bros. and Barnum & Bailey, ວັນທີ 21 ພຶດສະພາ 2017.
ຕົວຕະຫລົກ ຖືໂທລະສັບຂອງລາວຂຶ້ນ ເພື່ອບັນທຶກ ວີດີໂອ ການສະແດງຄັ້ງສຸດທ້າຍ ຂອງ ລະຄອນສັດ Ringling Bros. and Barnum & Bailey, ວັນທີ 21 ພຶດສະພາ 2017.

ລະຄອນສັດ ທີ່ເອີ້ນວ່າ ເປັນ “ການສະແດງທີ່ຍິ່ງໃຫຍ່ທີ່ສຸດໃນໂລກ” ໄດ້ສິ້ນສຸດລົງ
ຫຼັງຈາກທີ່ໄດ້ສະແດງມາເປັນເວລາ 146 ປີ.

ບໍລິສັດ Ringling Brothers and Barnum and Bailey Circus ໄດ້ທຳການ
ສະແດງ ເປັນຄັ້ງສຸດທ້າຍ ໃນວັນອາທິດວານນີ້ ໃນເມືອງ Uniondale ລັດ New
York ຫ່າງຈາກນະຄອນ New York City ໄປທາງກ້ຳຕາເວັນອອກ 50 ກິໂລແມັດ.

ບໍລິສັດ ລະຄອນສັດ Ringling Brothers ໄດ້ມີຕົ້ນກຳເນີດ ໃນສັດຕະວັນທີ 19
ໂດຍມີ ນັກສະແດງ ທ່ານ P.T. Barnum ເຂົ້າຮ່ວມ.

ບັນດາເຈົ້າໜ້າທີ່ບໍລິຫານ ບໍລິສັດ ລະຄອນສັດນີ້ ກ່າວວ່າ ພວກສັດປ່າ ພວກນັກ
ກາຍຍະກຳ ພວກຕົວຕະຫລົກ ແລະ ພວກນັກສະແດງຄົນອື່ນໆ ທີ່ໄດ້ມອບຄວາມ
ບັນເທີງ ໃຫ້ແກ່ພວກຜູ້ຊົມ ມາໄດ້ນຶ່ງທົດສະວັດ ບໍ່ສາມາດທົນທານ ຕໍ່ການແຂ່ງຂັນ
ຂອງ ໂທລະສັບ iPhone ອິນເຕີເນັດ ແລະ ວີດີໂອເກມ ໃນສັດຕະຫວັດທີ 21 ໄດ້.

ການຕົກຕ່ຳໃນການຈຳໜ່າຍປີ້ ແມ່ນມີຫຼາຍຂຶ້ນ ໃນເວລາ ລາຍການສະແດງຂອງ
ພວກຊ້າງ ໄດ້ຖືກຖອນອອກຈາກລະຄອນສັດ ໃນເດືອນພຶດສະພາ ປີ 2016 ຫຼັງ ຈາກມີການປະທ້ວງຫຼາຍປີຜ່ານມາ ຈາກກຸ່ມພວກນັກເຄື່ອນໄຫວເພື່ອສິດທິຂອງ
ສັດ ຜູ້ທີ່ໄດ້ກ່າວວ່າ ການບັງຄັບພວກສັດໃຫ້ທຳການສະແດງ ແລະ ການຂົນສົ່ງ
ພວກມັນ ໄປທົ່ວປະເທດນັ້ນ ຖືວ່າເປັນການລ່ວງລະເມີດ.

ໃນເດືອນມັງກອນຜ່ານມາ ບໍລິສັດ Feld Entertainment ທີ່ເປັນບໍລິສັດແມ່
ຂອງ Ringling Brothers ໄດ້ປະກາດ ອັນທີ່ບໍ່ຄາດຄິດເລີຍ ວ່າ ລະຄອນສັດ
ຈະປິດລົງ.

ໃນຄ່ຳຄືນວັນອາທິດວານນີ້ ລະຄອນສັດດັ່ງກ່າວ ໄດ້ຮັບການຢືນຕົບມື ໂດຍ
ເຮັດໃຫ້ ຜູ້ຄວບຄຸມການສະແດງ ທ່ານ Jonathan Lee Iverson ກ່າວອອກ
ມາວ່າ “ຂ້າພະເຈົ້າ ຄິດວ່າ ລະຄອນສັດ ໄດ້ກາຍເປັນສິ່ງທີ່ເກົ່າແກ່ໄປແລ້ວບໍ?
ພວກທ່ານໝາຍຄວາມວ່າ ທ່ານມັກລະຄອນສັດ ຫວະ?”
ທ່ານໄດ້ນຳພາພວກ
ນັກສະແດງ ລະຄອນສັດ ພວກສະມາຊິກທີມງານ ແລະ ພວກຜູ້ຊົມ ຮ້ອງເພງ
Auld Lang Syne ຫຼື ເພງສັ່ງລາ ຮ່ວມກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG