ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີການຮຽກຮ້ອງ​ ໃຫ້ທ່ານ Kerry ໂອ້ລົມ ເລຶ່ອງສິດທິມະນຸດ ກັບຈີນ


ບັນດາກຸ່ມປົກ​ປ້ອງ​ສິດທິ​ມະນຸດ ​ຮຽກຮ້ອງ​ໃຫ້ ລັດຖະມົນ​ຕີ​ຕ່າງ
ປະ​ເທດສະຫະລັດ ທ່ານ John Kerry ໂອ້ລົມກັບຈີນ ກ່ຽວກັບ ສິດທິມະນຸດ.
ບັນດາກຸ່ມປົກ​ປ້ອງ​ສິດທິ​ມະນຸດ ​ຮຽກຮ້ອງ​ໃຫ້ ລັດຖະມົນ​ຕີ​ຕ່າງ ປະ​ເທດສະຫະລັດ ທ່ານ John Kerry ໂອ້ລົມກັບຈີນ ກ່ຽວກັບ ສິດທິມະນຸດ.
ບັນດາກຸ່ມປົກ​ປ້ອງ​ສິດທິ​ມະນຸດ ກໍາ​ລັງ​ພາກັນ​ຮຽກຮ້ອງ​ໃຫ້ລັດ
ຖະມົນ​ຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ຍົກ​ເອົາ​
ເລື່ອງ​ການ​ປະຕິ ບັດ​ຕໍ່​ພວກ​ຄັດຄ້ານ​ລັດຖະບານ ​ແລະເລື່ອງ​
ຄວາມ​ກັງວົນ​ກ່ຽວ​ກັບ​ສິດທິ ມະນຸດອື່ນໆ​ ຂຶ້ນມາ​ໂອ້​ລົມ ​ໃນ​ລະ
ຫວ່າງ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ ຄັ້ງຈະ​ມາຊຶ່ງຄາດ​ວ່າ ຈະ
​ຄອບ​ງຳ​ໂດຍ​ການ​ເຈລະຈາ​ຫາລື​ກ່ຽວ​ກັບ​ເລື່ອງ ເກົາຫລີນັ້ນ.

ຫລາຍ​ໆກຸ່ມ ຮວມ​ທັງ ອົງການນິລະໂທດກຳສາກົນ ​ແລະ​ອົງ
ການນັກ​ຂ່າວບໍ່​ມີ​ພົມ​ແດນ ກ່າວ​ຢູ່​ໃນໜັງສືທີ່​ສົ່ງ​ຫາ​ເຖິງ​ທ່ານ
Kerry ​ໃນອາທິດ​ນີ້​ວ່າ ​ເຂົາ​ເຈົ້າ​ຢ້ານ​ກົວ​ວ່າ ຄວາມ​ເປັນ​ຫ່ວງ​
ດ້ານ​ສິດທິ​ມະ​ນຸດ​ຈະ​ບໍ່​ຖືກ​ຍົກ​ຂຶ້ນມາ​ໂອ້​ລົມ​ກັນ ​ໃນ​ຂະນະ​ທີ່
ວໍ​ຊິງ​ຕັນ ຊອກສະ​ແຫວ​ງຫາ​ໂອກາດທາງດ້ານ​ເສດຖະກິດ​ຢູ່ໃນຈີນແລະ ຢາກ​ໃຫ້ປັກ​ກິ່ງ ​ສະໜັບສະໜຸນ​ກ່ຽວ​ກັບ​ເລື່ອງເກົາຫລີ​ເໜືອແລະ​ຄວາມ​ເປັນ​ຫ່ວງ​ອຶ່ນໆຂອງ​ນາໆ​ຊາດ.

ໜັງສື​ສະບັບ​ນີ້ກ່າວ​ວ່າ ​ເຖິງ​ແມ່ນ​ວ່າຈີນໄດ້ຕ້ານ​ຢັນຄວາມ​ກົດ​ດັນ​ຈາກພາຍ​ນອກ ​ເພື່ອ​ໃຫ້​ປັບ​ປຸງ​ປະຫວັດ​ໃນ​ການ​ນັບຖື​ສິດທິ​ມະນຸດ​ຂອງຕົນກໍ​ຈິງ ​ແຕ່ກໍ​ປະກົດ​ວ່າ ປັກ​ກິ່ງໄດ້​ສະໜອງຕອບ​ຕໍ່​ຄວາມກົດ​ດັນ​ດັ່ງກ່າວ.

ໜັງ​ສື​ສະບັບ​ນີ້​ໄດ້​ກ່າວ​ຫາລັດຖະບານ​ຈີນວ່າ ​ເພີ້​ມການ​ຮາວີ​ລົບ​ກວນ​ຕໍ່​ພວກ​ຕຳໜິຕິຕຽນ
​ພາຍ​ໃນ ສືບ​ຕໍ່​ນະ​ໂຍບາຍປາບ​ປາມ​ຢ່າງ​ຮ້າຍ​ແຮງ​ໃນທິ​ເບ​ດ ​ແລະ​ເຂດ Xinjiang ​ແລະ​
ຈຳກັດ​ຮັດ​ແຄບ​ ຕໍ່​ກຸ່ມ​ສັງຄົມ​ພົນລະ​ເມຶ​ອງ ສິດເສລີ​ພາບໃນການ ປາກ​ເວົ້າ​ ​ແລະການຊົມ
​ໃຊ້ລະບົບ​ອິນ​ເຕີ​ແນັດ​.

ໜັງ​ສື​ສະບັບ​ນີ້ຍັງກ່າວ​ວ່າ ການ​ຢ້ຽມຢາມ​ຂອງ ທ່ານ Kerry ໄດ້ "ເປັນ​ເວລາ​ອັນສໍາຄັນທີ່
​ສຸດ ​ເພື່ອ​ສົ່ງ​ສັນຍານໃຫ້ແກ່​ຈີນວ່າ ຄຸນຄ່າ​ຂອງຄວາມສໍາພັນ​ ລະຫວ່າງສະຫະລັດກັບຈີນ
ສ່ວນ​ນຶ່ງ​ແລ້ວ ​ແມ່ນຈະ​ຂື້ນ​ຢູ່​ກັບວ່າຈີນປະຕິບັດ​ຕາມ​ຫຼັກ ການສິດທິມະນຸດທີ່​ຮັບຮູ້​ໂດຍ
​ສາກົນ​ຫຼືບໍ່ ​ໃນ​ນະ​ໂຍບາຍ​ພາຍ​ໃນ ​ແລະ​ນະ​ໂຍບາຍ​ຕ່າງປະ​ເທດ ຂອງຕົນນັ້ນ.”
XS
SM
MD
LG