ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມ ດິ້ນຮົນ ເພື່ອຈະໄດ້ເປັນ ສະມາຊິກ ສະພາ ສິດທິມະນຸດ ​ສ​ປ​ຊ


ໝູ່ເພື່ອນ ແລະຜູ້ສະໜັບສະໜຸນ ພາກັນປະທ້ວງ ເພື່ອໃຫ້ປ່ອຍຕົວ ທະນາຍຄວາມຊື່ດັງ ຂອງຫວຽດນາມ ທ່ານ Le Quoc Quan
ໝູ່ເພື່ອນ ແລະຜູ້ສະໜັບສະໜຸນ ພາກັນປະທ້ວງ ເພື່ອໃຫ້ປ່ອຍຕົວ ທະນາຍຄວາມຊື່ດັງ ຂອງຫວຽດນາມ ທ່ານ Le Quoc Quan
ໃນ​ຂະນະ​ທີ່​ຫວຽດນາມ ກໍາລັງ​ແຂ່ງຂັນ ເພື່ອ​ຈະ​ໄດ້​ເປັນສະມາ
ຊີກ​ຂອງ​ສະພາສິດ​ທິມະນຸດ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ ກຸ່ມ
ປົກ​ປ້ອງສິດ​ທິ​ມະນຸດ​ຕ່າງໆ​ໄດ້​ຮຽກຮ້ອງ​ໃຫ້​ຫວຽດນາມຈົ່ງ​ສວຍ
ເອົາໂອກາດນີ້ ​ເພື່ອ​ປ່ອຍ​ຕົວ​ພວກ​ທີ່​ຄັດ​ຄ້ານ​ລັດຖະບານ ຢ່າງ​
ສັນຕິ ທີ່​ມີ​ຈໍານວນ​ເພີ່ມ​ຂຶ້ນນັບ​ມື້​ນັ້ນ. Marianne Brown ຜູ້​ສື່​
ຂ່າວ​ວີ​ໂອ​ເອ ລາຍ​ງານ​ເ​ລື່ອງນີ້ ​ຈາກຮາ​ໂນ່ຍ. ຊຶ່ງ​ທອງ​ປານ ຈະ​
ນໍາ​ມາສະ​ເໜີ​ທ່ານ ​ໃນ​ອັນດັບ​ຕໍ່​ໄປ.


ກຸ່ມປົກ​ປ້ອງ​ສິດທິມະ​ນຸດນາໆ​ຊາດ ​ໄດ້ເພີ່ມ​ການ​ຕໍາ​ໜິຕິຕຽນ ການຈໍາ​ກັດ​ຮັດ​ແຄບ ທີ່​ເພີ່ມທະ​ວີ​ຂຶ້ນນັບ​ມື້​ຂອງ​ຫວຽດ​ນາມຕໍ່​ເສລີພາບ​ໃນ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ​ແລະການ​ຈັບ​ກຸມ​ຄຸມ​ຂັງ​ພວກ​ທີ່​ບໍ່ພໍ​ໃຈນຳ​ລັດຖະ ບານ ໃນຈໍານວນ​ຫຼາຍ​ຂຶ້ນເຂົ້າຄຸກ. ຄວາມ​ຈົ່ມ​ທຸກ​ເຫຼົ່າ​ນັ້ນ ​ບໍ່​ຊົງ​ວ່າ​ຈະເຮັດ ​ໃຫ້​ຫວຽດນາມ​ຖືກຄັດ​ເລືອກ​ໃຫ້​ເ​ເປັນ​ປະ​ເທດ​ທີ່​ຈະ​ໃນົ່ງ​ເຂົ້າ​ຢູ່​ໃນ​ກຸ່ມປະ​ເທດ​ທີ່​ຊຸກຍູ້ສົ່ງ​ເສີມ​ສິດທິ​ມະນຸດ​ໃນຖາ​ນະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ສໍາລັບ​ປີ 2014 ຫາ 2016 ນັ້ນ​ແຕ່​ຢ່າງ​ໃດ.

​ແຕ່ ທ່ານ Luong Thanh Nghi ໂຄສົກ​ກະຊວງ​ຕ່າງປະ​ເທດຫວຽດນາມ ບອກ ພວກ​ນັກ​ຂ່າວ​ເມື່ອ​ວັນ​ພະຫັດ​ ອາທິດ​ຜ່ານ​ມາ​ນີ້​ວ່າ ລັດຖະບານ​ຫວຽດນາມ​ ເຊື່ອ​ໝັ້ນ​ວ່າ ​ຫວຽດນາມຈະ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ທີ່​ປະສົບ​ຜົນ​ສໍາ​ເລັດ​ຢ່າງ​ເຕັມ​ສ່ວນ​.

​ໂຄສົກ Nghi ​ເວົ້າ​ວ່າ ຫວຽດນາມ​ໄດ້​ບັນລຸ​ຜົນ​ສໍາ​ເລັດ​ຫຼາຍໆ​ດ້ານ ໃນ​ບໍ່ເທົ່າ​ໃດ​ປີຜ່ານ ມາ​ດ້ວຍ​ການ​ໃຫ້ການ​ຮັບປະກັນ​ສິດທິ​ມະນຸດ​ໃນໝົດ​ທຸກ​ດ້ານ ຊຶ່ງໄດ້​ຖືກ​ຮັບ​ຮູ້​ໂດຍ​ປະ ຊາ​ຄົມນາ​ໆ​ຊາດ​ແລ້ວ​. ​ໂຄສົກ​ເວົ້າ​ຕື່ມ​ວ່າ ການ​ຊຸກ ຍູ້ສົ່ງ​ເສີມ​ສິດທິ​ມະນຸດ ຖືເປັນ​ປັດ​ໄຈ​ສໍາຄັນ​ປະການ​ນຶ່ງຂອງ​ການຮັບປະກັນ ຂັ້ນ​ຕອນ​ການ​ປະຕິ​ຮູບ​ໃນ​ຫວຽດນາມ. ​ການ​ ໃຫ້ຄໍາ​ເຫັນ​ດັ່ງກ່າວ​ຂອງ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຫວຽດນາມ​ນີ້ ມີ​ຂຶ້ນ​ເພື່ອການ​ຕອບ​ໂຕ້​ຕໍ່​ລາຍ​ງານ​ສະບັບ​ນຶ່ງ​ ທີ່​ພິມ​ເຜີຍ​ແຜ່ໂດຍ​ອົງການ​ນິລະ​ໂທດ​ກໍາ​ສາກົນ​ໃນ​ມື້ດຽວ​ກັນ ຊຶ່ງ​ລາຍ​ງານ​ເວົ້າ​ວ່າ ຫວຽດນາມ​ບໍ່​ໄດ້​ເຄົາ ລົບ​ຕໍ່ຄວາມ​ໝັ້ນ​ໝາຍ​ຂອງ​ຕົນ​ດ້ານສິດທິ​ມະ ນຸດ​ແຕ່​ຢ່າງ​ໃດ ຕາມ​ທີ່ໄດ້​ບົ່ງ​ໄວ້ໂດຍຂໍ້​ຕົກລົງ ວ່າ​ດ້ວຍ​ສິດທິພົນລະ​ເຮືອນ​ແລະ​ສິດ​ທິ​ທາງ​ການ​ເມືອງນາໆ​ຊາດຫຼື ICCPR ທີ່​ຫວຽດນາມ​ກໍ​ເປັນ​ຜູ້​ລົງ​ນາມ​ຜູ້​ນຶ່ງ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ທີ່​ມີ​ສໍານັກງານ​ຢູ່​ກຸງ​ລອນ​ດອນ ປ​ະ​ເທດ​ອັງກິດ ​ເວົ້າ​ວ່າ ມີ ພວກ​ຄັດ​ຄ້ານ​ລັດຖະບານ​ຢ່າງ​ສັນຕິ​ຈໍານວນ​ຢ່າງ​ໜ້ອຍ 65 ຄົນ ຖືກ​ຕັດສິນ​ຈໍາ​ຄຸກ​ເປັນ​ເວລາ​ດົນ​ນານນັບ​ຕັ້ງ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ ​ແລະ ​ການດໍາ​ເນີນ​ຄະດີ ກໍ​ບໍ່​ໄດ້​ເປັນ​ໄປ​ຕາມ​ມາດຕະຖານ​ສາກົນ.

ທ່ານ Rupert Abbott ນັກ​ຄົ້ນຄວ້າ​ກ່ຽວ​ກັບ​ຫວຽດນາມ ປະ​ຈໍາ​ອົງການນິ ລະ​ໂທດ​ກໍາ​ສາກົນ ​ໃຫ້​ຄວາມ​ເຫັນ​ວ່າ:

ທ່ານ Abbott ​ເວົ້າ​ວ່າ “ໃນ​ຂະ​ນະ​ທີ່ເຮົາ​ເຫັນ​ ຕົວ​ຢ່າງທ່າ​ອຽງ​ຢ່າງ​ນຶ່ງ​ ຢູ່​ໃນ ມຽນມາ ​ກໍ​ຄື​ການ​ປ່ອຍ​ຕົວ​ພວກ​ນັກ​ໂທດຈິດ​ສໍານຶກ ນັກ​ໂທດ​ການ​ເມືອງ ແຕ່ ໃນ​ຫວຽດນາມ ພວກ​ເຮົາ​ເຫັນ​ມີ​ການກວດ​ລ້າງປາບ​ປາມເພີ່ມ​ຂຶ້ນ​ ຕໍ່​ສິດ ເສລີ ພາບ​ໃນການສ​ະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ​ໃນ​ຈໍານວນ​ນັ້ນ​ແມ່ນ​ຖືກ​ຈໍາ​ຄຸກ.”

ອົງການ​ນີລະ​ໂທດກໍາ​ສາກົນ​ເວົ້າ​ວ່າ ຫວຽດນາມ ໜ້າ​ຈະ​ສວຍ​ເອົາ​ໂອກາດ ນີ້ ​ເພື່ອ​ສະ​ແດງ​ໃຫ້​ໂລກ​ຮູ້​ວ່າ​ຕົນ​ມີ​ຄວາມ​ໝັ້ນ​ໝາຍ​ດ້ານ​ສິດທິ​ມະນຸດ ​ໂດຍ ການ​ກໍານົດ​ສິດທິ​ດັ່ງ​ກ່າວອອກ​ມາ​ຢ່າງ​ແຈ້ງ​ຂາວ ພາຍ​ໃຕ້​ລັດຖະທໍ​າມະນູ​ນ

​ໃນ​ຕົ້ນ​ອາທິດ​ຜ່ານ​ມາ​ນີ້ ກຸ່ມສິ້ງ​ຊອມ​ສິດ​ທິມະນຸດ Human Rights Watch ທີ່​ມີ​ສໍານັກງານ​ຢູ່​ນີວຢ໊ອກ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຫວຽດ ນາມສະ​ແດງ​ໃຫ້​ເຫັນ​ວ່າ ​ຕົນ​ສົມຄວນພໍ​ທີ່​ຈະ​ໄດ້​ກາຍເປັນ​ສະມາຊິກ​ປະ​ເທດ​ນຶ່ງ​ ຂອງ​ສະພາ​ສິດທິ​ມະນຸດ ດ້ວຍ​ການ​ປ່ອຍຕົວ​ນັກ​ໂທດ​ການ​ເມືອງ​ຈັກ​ສິບ ຄົນ​.

ທ່ານ Abbott ​ເວົ້າ​ອີກ​ວ່າ ທ່ານ​ຄິດ​ວ່າ ຫວຽດນາມ ອາດ​ຈະປະ​ສົບ​ຄວາມ ສຳ​ເລັດ​ໃນ​ການ​ໄດ້​ບ່ອນ​ນັ່ງ ຢູ່ໃນ​ສະພານີ້ ຍ້ອນວ່າມີ​ສະມາຊິກ​ຫລາຍ​ປະ​ ເທດໃນ​ອະດີດ​ຜ່ານ​ມາ ບໍ່​ມີ​ປະຫວັດ​ດີ​ເດັ່ນ ດ້ານ​ສິດທິ​ມະນຸດ​ເລີຍ.

ທ່ານ Abbott ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ໄດ້ເວົ້າວ່າ​ ຫວຽດນາມ ບໍ່​ຄວນ​ຈະ​ໄດ້​ບ່ອນ ນັ່ງ​ ໃນ​ສະພາ​ສິດທິ​ມະນຸດ ​ແຕ່​ພວກ​ເຮົາ​ເວົ້າ​ວ່າ ສະຖານະ​ການ​ໃນ​ຫວຽດ ນາມ​ແມ່ນ​ແຕກ​ຕ່າງ​ກັນ​ຫຼາຍ ​ໃນ​ສິ່ງ​ທີ່​ຫວຽດນາມພະຍາຍາມ​ສະ​ແດງ​ໃຫ້ເຫັນ ຖ້າ​ຫາກ​ຫວຽດນາມ​ຕ້ອງການ​ຢາກ​ມີບົດບາດເພື່ອ​ຊຸກຍູ້​ສົ່ງ​ເສີມ​ສິດ ທິມະນຸດ​ລະດັບ​ນານາ​ຊາດ​ແທ້​ແລ້ວ ຫວຽດນາມ​ກໍ​ຄວນ​ຈະສຶກສາ​ຕິດຕາມ​ເບິ່ງສະພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ​ຕົນ​ຢ່າງ​ໃກ້ຊິດ ​ແລະ​ແກ້​ໄຂ​ສະຖານະ​ການ ​ຢູ່​ພາຍ​ໃນ​ປະ​ເທດ.”

ໃນ​ລາຍ​ງານ​ຂອງ​ຕົນ​ນັ້ນ ອົງການ​ນີລະ​ໂທດກໍາ​ສາກົນ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ພາຍ​ໃຕ້​ຂໍ້​ຕົກ ລົງ​ວ່າ​ດ້ວຍສິດທິດ້ານ​ພົນລະ​ເຮືອນ​ແລະ​ສິດ​ທິ​ທາງ​ການ​ເມືອງ​ນາໆ​ຊາດນັ້ນ ຫວຽດ ນາມ ຍັງ​ມີ​ພັນທະໃຫ້​ການ​ເຄົາລົບ​ຕໍ່ສິດທິ​ກ່ຽວ​ກັບ​ການ​ຈັບ​ກຸມ ​ແລະການ​ດໍາ​ເນີນ​ຄະດີ​ທີ່​ເປັນ​ທໍາ.

ທ່ານ Le Quoc Quyet ນ້ອງ​ຊາຍ​ຂອງ​ນັກ​ເຄຶ່ອນ​ໄຫວ​ເພື່ອ​ປະຊາທິປະ ​ໄຕທີ່​ມີ​ຊື່​ສຽງ Le Quoc Quan ​ເວົ້າ​ວ່າ ມັນຈະ​ເປັນ​ການ​ດີ​ຫຼາຍ ທີ່ຈະ​ເຊື່ອ​ວ່າ ລະບົບ​ຍຸຕິ​ທໍາ​ຂອງ​ຫວຽດນາມ​ມີ​ຄວາມ​ເປັນ​ທໍາ ​ແຕ່​ຄວາມ​ເປັນ​ຈິງ​ແລ້ວ ​ແມ່ນ​ແຕກ​ຕ່າງ​ກັນ​ຫຼາຍ. ທ່ານ Quan ນັກ​ເຄຶ່ອນ​ໄຫວ ​ໄວ 42 ປີ ຖືກ​ຈໍາ​ຄຸກ ​ໃນ​ຂໍ້​ຫາ​ຫຼີກ​ລ່ຽງພາສີ​ ເມື່​ອ​ເດືອນແລ້ວນີ້ ຊຶ່ງ​ພວກ​ສັງ​ເກດ​ການ​ກ່ຽວກັບ​ຂໍ້​ຫາ​ດັ່ງກ່າວ​ນັ້ນ​ເຊື່ອ​ວ່າ ​ມີ​ຈຸດ​ປະ​ສົງ​ທາງ​ການ​ເມືອງ​ຫຼາຍ​ກວ່າ.

ທ່ານ Quyet ​ເວົ້າ​ວ່າ: “ພວກ​ເຂົາ​ເວົ້າ​ວ່າ ການ​ດໍາ​ເນີນ​ຄະດີ​ ຈະ​ເປີດ​ກວ້າງຕໍ່​ມະຫາຊົນ ​ແຕ່​ວ່າ​ພວກ​ສະໜັບສະໜຸນ​ທຸກໆ​ຄົນ​ທີ່ພາກັນໄປ​ສານ ​ແມ່ນຈະ​ຖືກ ກີດ​ກັນ​ບໍ່​ໃຫ້​ໄປ​ສານ ສະ​ນັ້ນ ພວກ​ເຮົາຈຶ່ງບໍ່​ສາ​ມາດເຊື່ອ​ໄດ້ວ່າການ​ ດໍາ​ເນີນ​ຄະດີ​ຈະເປັນ​ໄປ​ຢ່າງອິດສະຫຼະ​ ​ແລະ​ຈະ​ມີຄວາມ​ຍຸຕິ​ທໍາ​.”

ທ່ານ Quyet ​ເວົ້າ​ວ່າ ​ທ່ານ​ເປັນ​ພຽງ​ນັກທຸລະກິດ ​ຄົນ​ນຶ່ງ​ເທົ່າ​ນັ້ນ ​ແຕ່​ຕໍາ ຫຼວດກໍ​ນາບ​ຂູ່​ຮາວີທ່ານ​ຢູ່​ພໍ​ປານ​ນັ້ນ ​ໂດຍ​ມາ​ເຄາະ​ປະຕູ​ເຮືອນ​ໃນຍາມ​ກາງ ຄືນ ​ແລະ​ບາງ​ເທື່ອ​ກໍ​ຕັນ​ທາງເພື່ອ​ບໍ່​ໃຫ້ທ່ານໄປ​ວັດ. ທ່ານ Quyet ​ເຊື່ອ​ວ່າ ​ທ່ານ​ໄດ້​ຕົກ​ເປັນ​ເປົ້າ ພ້ອມ​ກັບ​ສະ ມາຊິກ​ອື່ນໆ​ ໃນ​ຄອບຄົວ​ຂອງ​ທ່ານ​ແລ້ວ ຍ້ອນກິດຈະ​ກໍາ​ຕ່າ​ງໆ​ຂອງ​ອ້າຍ​ທ່ານນັ້ນ​ເອງ.
XS
SM
MD
LG