ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມສິດທິມະນຸດ ຮຽກຮ້ອງ ບໍ່ໃຫ້ ສະຫະພາບ ອາຟຣິກາ ຖອນຕົວ ຈາກສານອາຍາສາກົນ


ທ່ານ Jean-Pierre Bemba ພວມກ້າວເຂົ້າໄປ ໃນສານອາຍາສາກົນ ທີ່ນະຄອນ Hague.
ທ່ານ Jean-Pierre Bemba ພວມກ້າວເຂົ້າໄປ ໃນສານອາຍາສາກົນ ທີ່ນະຄອນ Hague.

ແນວ​ໂຮມ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດໃນ​ວັນ​ພະຫັດ​ມື້ນີ້ ຮຽກຮ້ອງ​ໃຫ້​ພວກ​ຜູ້ນຳ​ຂອງ​ສະຫະ ພາບ​ອາ​ຟ​ຣິກາ ຍົກ​ເລີກ​ການ​ພິຈາລະນາ​ ກ່ຽວ​ກັບ​ແຜນການ ​ທີ່​ຈະ​ຖອນ​ສະມາ​ຊິກ​ຂອງ​ຕົນ​ທັງ​ໝົດ​ອອກ​ຈາກ​ສານ​ອາຍາ​ສາກົ​ນ.

​ໃນ​ເດືອນເມສາ​ຜ່ານ​ມານີ້ ຄະນະ​ກຳມະການ​ນຶ່ງ ​ໄດ້​ເປີດ​ປະຊຸມ​ກັນ ພາຍ​ໃຕ້​ຄຳສະ​ເໜີ​ແນະ​ຂອງ​ສະຫະພາບ​ອາ​ຟຣິກາ ​ໃຫ້​ຖອນ​ສະມາຊິກ​ຂອງ​ຕົນ ອອກ​ຈາກ​ສານ​ອາຍ​າສາ ກົນ ນອກຈາກ​ວ່າ​ ທາງ​ສານ​ອາຍາ​ຈະ​ປະຕິບັດ​ຕາມ​ເງື່ອນ​ໄຂ 3 ຂໍ້ ນຶ່ງ​ໃນນັ້ນ​ແມ່ນ​ການ​ ດຳ​ເນີນ​ຄະດີ​ປະມຸກ​ຂອງ​ປະ​ເທດ​ແລະ​ພວກ​ເຈົ້າໜ້າ​ທີ່​ອະວຸ​ໂສ​ອື່ນໆ.

​ແນວໂຮມ​ດັ່ງກ່າວ ທີ່​ນຳພາ​ໂດຍກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່ ​ມີສຳນັກງານ​ຢູ່​ສະຫະລັດກ່າວ​ວ່າ ການ​ຮຽກຮ້ອງບໍ່​ໃຫ້​ລົງ​ໂທດ​ດັ່ງກ່າວ​ນີ້ແມ່ນ​ເປັນ​ການ ລະ​ເມີດ​ຕໍ່​ກົດ​ບັດ​ຂອງ​ສະຫະພາບ​ອາ​ຟຣິກາແລະ​ຂັດ​ຕໍ່ຂໍ້​ລິ​ເລີ້ມຂອງ​ສະຫະພາບ​ອາ​ຟຣິ ກາທີ່​ອອກ​ເມື່ອ​ໄວໆ​ມານີ້ ​ເພື່ອ​ກຳຈັດ​ປາບ​ປາມການ​ສໍ້​ລາດ​ບັງ​ຫຼວງນັ້ນ.

ທ່ານນາງ Stella Ndirangu ຈາກ​ຄະນະ​ກຳມາ​ທິການ​ຕຸລາການ​ສາກົນ​ ຂອງ​ເຄນ​ຢາ ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ “ການ​ດຳ​ເນີນ​ຄວາມ​ພະຍາຍາມຂອງ​ສະຫະພາບ ​ອາ​ຟຣິກາ ທີ່​ຈະ​ບ່ອນ​ທຳລາຍຕໍ່​ສານ​ອາຍາ​ສາກົນ ທີ່​ມີ​ຢູ່​ແຕ່ ພຽງ​ແຫ່ງ​ດຽວ​ເທົ່າ​ນັ້ນ ສຳ ລັບ​ພວກ​ເຄາະ​ຮ້າຍ​ຈາກ​ການ​ກໍ່​ໂທດ​ກຳ​ຕ່າງໆ​ໂດຍ​ພື້ນຖານ​ແລ້ວ​ແມ່ນ​ຂັດ​ຕໍ່​ການ​ປະຕິ ​ເສ​ດຂອງ​ສະຫະພາບ​ອາ​ຟຣິກາຕໍ່​ການ​ບໍ່​ຖືກ​ລົງ​ໂທດ​ແລະ​ດ້ວຍ​ການ​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ໃນ​ປີ 2016 ​ໃນ​ຂະນະ​ທີ່​ເປັນ​ປີ ​ແຫ່ງ​ສິດທິ​ມະນຸດ​ຂອງ​ສະຫະພາບ​ອາ​ຟຣິການັ້ນ.”

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ວ່າ ການ​ບໍ່​ດຳ​ເນີນ​ຄະດີ​ປະ​ມຸກ​ຂອງ​ປະ​ເທດ ຕ່າງໆ ບໍ່ເຄີຍ​ເປັນ​ບັນຫາ ​ຂອງ​ສານ​ອາຍາ​ສາກົນມາ​ກ່ອນ ​ແລະ​ການ​ຕັດສິນ​ໃຈ​ ທີ່​ຈະ​ຖອນ​ໂຕ​ອອກ​ຈາກ​ສານ​ສາກົນ​ນີ້ ຄວນ​ປ່ອຍ​ໃຫ້​ເປັນ​ການ​ຕັດສິນ​ໃຈ ຂອງ​ແຕ່ລະ​ປະ​ເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG