ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

HRW ຮຽກຮ້ອງ ໃຫ້ປ່ອຍ ພວກນັກເຄື່ອນໄຫວ ທີ່ຖືກຈັບ ຢູ່ກຳປູເຈຍ (ວີດີໂອ)


ພວກຄົນງານ ຊາວກໍາປູເຈຍ ເດີນຂະບວນປະທ້ວງ ໃນວັນແຮງງານສາກົນ ທີ່ກຸງພະນົມເປັນ
ພວກຄົນງານ ຊາວກໍາປູເຈຍ ເດີນຂະບວນປະທ້ວງ ໃນວັນແຮງງານສາກົນ ທີ່ກຸງພະນົມເປັນ
ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ຮຽກຮ້ອງ​ໃຫ້​ປ່ອຍ​ພວກ​ນັກ​
ເຄື່ອນ​ໄຫວ​ຢ່າງ​ສັນຕິ ທີ່​ຖືກ​ຈັບ​ກຸ​ມ​ໃນ​ລະຫວ່າງ​ການ​ທັບ​ມ້າງ
​ປາບປາມ​ຮ້າຍແຮງຕໍ່​ພວກ​ພະນັກງານ​ໂຮງງານ​ຕັດຫຍິບ​
ໃນ​ນະຄອນຫຼວງ​ຂອງ​ກໍ​າປູ​ເຈຍ.

ມີ 5 ຄົນ​ເສ​ຍຊີວິດ​ແລະ​ຫຼາຍ​ສິບ​ຄົນ​ບາດ​ເຈັບ ​ໃນ​ອາທິດ​ແລ້ວ​ນີ້
​ເວລາ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ບຸກ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​
ພວກ​ປະ​ທ້ວງ ທີ່​ຮຽກຮ້ອງ​ຂໍ​ຂຶ້ນ​ເງິນ​ເດືອນ​ສໍາ​ຫຼັບ​ພວກ​ຄົນ​ງານ
​ໃນໂຮງງານ​ແຫ່ງ​ນຶ່ງ​ທີ່​ກຸງ​ພະນົມ​ເປັນ.

ມີ 23 ຄົນ ຮວມທັງ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ແຮງ​ງານ​
ແລະ​ພວກ​ຄົນ​ງານ​ຈໍານວນ​ນຶ່ງ​ຖືກ​ຈັບ ​ໃນ​ລະຫວ່າງ​ການ​ປາບ​ປາມ​ທີ່​ດໍາ​ເນີນ​ຢູ່​ຕໍ່​ມາ ​
ໃນ​ນັ້ນ​ແມ່ນ​ຮວມທັງ​ການ​ຫ້າມບໍ່​ໃຫ້​ມີ​ການ​ເດີນ​ຂະ​ບວນປະ​ທ້ວງ​ນໍາ​ດ້ວຍ.​

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ຮຽກຮ້ອງ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃຫ້​ປ່ອຍ
​ພວກ​ປະ​ທ້ວງ​ຢ່າງ​ສັນຕິ ທີ່​ຖືກ​ກັກ​ຂັງ​ໃນ​ທັນທີ ​ໂດຍ​ປາດ​ສະ​ຈາກ​ເງື່ອນ​ໄຂ​ໃດໆ​ທັງ​ສິ້ນ.
ນອກ​ນັ້ນ ກຸ່ມ​ປົກ​ປ້ອງສິດທິ​ມະນຸດກຸ່ມ​ນີ້ ຍັງ​ໄດ້​ກ່າວ​ຕິຕຽນລັດຖະບານ​ກໍາປູ​ເຈຍ​ທີ່​ໄດ້​ຈັບ
​ກຸ່ມ​ດັ່ງກ່າວ​ໂດຍ​ຫ້າມ​ບໍ່​ໃຫ້​ຜູ້​ຄົນ​ເຂົ້າຢ້ຽມ ​ແລະ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ທີ່​ເໝາະ​ສົມ​ໃດໆ
ຢູ່​ໃນ​ຄຸກ​ທີ່​ຫ່າງ​ໄກສອກຫຼີກ ທີ່​ຮູ້​ກັນ​ດີວ່າ ມີ​ສະພາບ​ທີ່​ຮ້າຍ​ກາດ​ນັ້ນ.

ຫຼັງ​ຈາກ​ໄດ້​ມີ​ການ​ຮຽກຮ້ອງ​ເປັນ​ເວລາ​ຫຼາຍໆ​ມື້​ຈາກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ແລະ​ສະມາ
ຊິກ​ໃນ​ຄອບຄົວ​ຂອງ​ພວກ​ປະ​ທ້ວງ ​ໃນ​ທີ່​ສຸດ ​ໃນວັນພຸດ​ວານ​ນີ້ ພວກ​ເຈົ້າ​ໜ້າ​ທີ່​ກໍ​ໄດ້​
ອະນຸຍາດ​ໃຫ້​ໄປ​ຢ້ຽມຢາມ​ພວກ​ທີ່​ຖືກ​ຄຸມ​ຂັງ​ໄດ້ ຊຶ່ງ​ມີ​ບາງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ
​ປະ​ທະ​ກັນ​ກັບ​ພວກ​ຕໍາຫຼວດ​ນັ້ນ.

ບັນດາທະນາຍຄວາມ​ຂອງ​ກຸ່ມປົກ​ປ້ອງສິດທິ​ມະນຸດ Licadho ກ່າວ​ວ່າ ພວກ​ເຂົ້າ​ເຈົ້າ
​ຈະ​ກະກຽມ​ເອກ​ກະສາ​ນ ​ເພື່ອ​ຂໍ​ຮ້ອງ​ໃຫ້​ໃຫ້​ປ່ອຍ​ພວກ​ທີ່​ຖືກ​ຄຸມ​ຂັງທັງຫຼາຍ ດ້ວຍ​ການ
​ປະກັນ​ໂຕ​ອອກ​ມາ.

CAMBODIA PROTEST CLASH
please wait

No media source currently available

0:00 0:01:12 0:00
XS
SM
MD
LG