ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ຢູເຄຣນ ກ່າວວ່າ ການສູ້ລົບກັນ ໃນພາກຕາເວັນອອກ ຂອງປະເທດ ເບົາບາງລົງແລ້ວ


ປະທານາທິບໍດີຢູເຄຣນ ທ່ານ Petro Peroshenko ກ່າວໃນ
ວັນສຸກວານນີ້ວ່າ ໄດ້ມີການຫລຸດລົງ ເປັນລຳດັບມາ ໃນການ
ສູ້ລົບກັບພວກກະບົດແບ່ງແຍກດິນແດນທີ່ໄດ້ຮັບການໜຸນຫຼັງ
ຈາກຣັດເຊຍ ຢູ່ໃນພາກຕາເວັນອອກຂອງປະເທດ.

ທ່ານ Peroshenko ກ່າວຕໍ່ໂທລະພາບ 1+1 ຂອງຢູເຄຣນວ່າ
ຄວາມຈິງທີ່ວ່າ ພວກເຮົາບໍ່ໄດ້ມີການສູນເສຍ ທາງທະຫານມາ
ເປັນເວລາຫຼາຍມື້ແລ້ວນີ້ແມ່ນຮ່ອງຮອຍທີ່ສະແດງໃຫ້ເຫັນເຖິງ
ການສູ້ລົບກັນທີ່ພວມຄ່ອຍໆຫລຸດລົງ.

ແຕ່ທ່ານກໍກ່າວວ່າ ຖ້າການສູ້ລົບກັນລະເບີດຂຶ້ນອີກ ຢູເຄຣນ
ກໍຈະໄດ້ຮັບອາວຸດທີ່ຮ້າຍແຮງໃນທັນທີຈາກບັນດາປະເທດໃນສະຫະພາບຢູໂຣບ. ທ່ານ ບໍ່ໄດ້ແຈ້ງໃຫ້ຊາບວ່າ ປະເທດໃດໄດ້ໃຫ້ຄຳໝັ້ນສັນຍາເລື້ອງອາວຸດ ແລະເປັນອາວຸດຊະ ນິດໃດກັນແທ້.

ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງທ່ານ Jean-Yves Le Drian ກ່າວໃນເດືອນ
ແລ້ວນີ້ວ່າ ປາຣີບໍ່ມີຄວາມຕັ້ງໃຈທີ່ຈະສະໜອງອາວຸດຮ້າຍແຮງໃຫ້ແກ່ຢູເຄຣນ ໃນເວລາ ນີ້ເທື່ອ. ສ່ວນນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ກ່າວວ່າ ທ່ານ
ນາງຄັດຄ້ານຕໍ່ການສົ່ງອາວຸດໄປໃຫ້ຢູເຄຣນ.

ຢູເຄຣນແລະພວກກະບົດແບ່ງແຍກດິນແດນ ໄດ້ລົງນາມໃນຂໍ້ຕົກລົງຢຸດຍິງເມື່ອເດືອນ
ແລ້ວນີ້ ທີ່ນະຄອນມິງສ໌ ແລະໃຫ້ຄຳໝັ້ນສັນຍາວ່າ ຈະຖອນອາວຸດໜັກ ອອກຈາກເຂດ ແນວໜ້າ. ເຖິງແມ່ນວ່າໄດ້ມີການຍິງປືນໃຫຍ່ໂຈມຕີກັນຢູ່ເລື້ອຍໆກໍຈິງ ແຕ່ພວກນັກສັງ ເກດການກ່າວວ່າ ການຢຸດຍິງໂດຍທົ່ວໄປແລ້ວ ແມ່ນຍັງໄດ້ຮັບການເຄົາລົບຢູ່.

ໃນຂະນະທີ່ຜູ້ນຳຂອງຢູເຄຣນກ່າວວ່າ ການສູ້ລົບກັນພວມຫລຸດຜ່ອນລົງແຕ່ກຸ່ມປົກປ້ອງ ສິດທິມະນຸດ Human Rights Watch ຫຼື HRW ກ່າວໃນວັນສຸກວານນີ້ວ່າ ການຈຳກັດ ຮັດແຄບ ໃນການເດີ​ນທາງ​ມາຂອງລັດຖະບານໄດ້ກໍ່ໃຫ້ເກີດ​ມີ​ການ​ຊັກ​ຊ້າ​ຢ່າງ​ຮ້າຍ​ແຮງ ​ໃນກາ​ນຈັດ​ສົ່ງການຊ່ອຍເຫຼືອທາງດ້ານການແພດ ໄປຍັງ​ເຂດ​ຄວບ​ຄຸມ​ຂອງພວກກະບົດ ຢູ່ໃນ​ພາກ​ຕາ​ເວັນ​ອອກຂອງປະເທດ.

ກຸ່ມ​ດັ່ງກ່າວໄດ້ອີງການສະຫລຸບຂອງຕົນ ໃສ່ການສຳພາດ ເປັນເວລາ 10 ມື້ກັບພວກພະ ນັກງານການແພດ ແລະພວກຄົນເຈັບ ຢູ່ໃນພາກຕາເວັນອອກຂອງຢູເຄຣນ.

HRW ເວົ້າ​ວ່າ ການຈຳກັດດັ່ງກ່າວ ໄດ້ມີການກະທົບໂດຍສະເພາະແລ້ວສຳຫຼັບພວກຄົນ ເຈັບທີ່ກຳລັງ​ໄດ້ຮັບການປິ່ນປົວກ່ຽວກັບການຕິດເຊື້ອ HIV ເປັນໂຣກປອດແຫ້ງແລະ​ຕິດ​ຢາ​ເສບ​ຕິດ.

ກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ກ່າວຕື່ມວ່າ ການຈຳກັດຮັດແຄບ ຍັງເຮັດໃຫ້ມີການຊັກຊ້າ ໃນການຈັດສົ່ງຢາປົວພະຍາດ ຈຶ່ງພາໃຫ້ມີການຂາດແຄນ ຢູ່ຕາມສຸກສາລາ ແລະໂຮງໝໍ ແຫ່ງຕ່າງໆໃນພາກຕາເວັນອອກຂອງປະເທດ.

Ukraine
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG