ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ຮຽກຮ້ອງ ໃຫ້ມຽນມາ ສືບສວນ ພວກຍຸຍົງ ສ້າງຄວາມຮຸນແຮງ (ວີດິໂອ)


ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດກຸ່ມ​ນຶ່ງ ຮຽກຮ້ອງ​ໃຫ້​ມຽນມາສືບສວນ ​
ພວກຜູ້​ທີ່ຍຸຍົງ​ສົ່ງ​ເສີມ​ແລະສ້າງ​ຄວາມ​ຮຸນແຮງ
ທາງ​ສາສະໜາ​
ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດກຸ່ມ​ນຶ່ງ ຮຽກຮ້ອງ​ໃຫ້​ມຽນມາສືບສວນ ​ ພວກຜູ້​ທີ່ຍຸຍົງ​ສົ່ງ​ເສີມ​ແລະສ້າງ​ຄວາມ​ຮຸນແຮງ ທາງ​ສາສະໜາ​
ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດກຸ່ມ​ນຶ່ງ ໄດ້​ຮຽກຮ້ອງ​ໃຫ້​ມຽນມາ​ສືບ
ສວນ ​ແລະ​ເອົາໂຕ​ມາ​ຮັບ​ຜິດ​ຊອບ ພວກຜູ້​ທີ່ຍຸຍົງ​ສົ່ງ​ເສີມ​
ແລະສ້າງຄວາມ​ຮຸນແຮງທາງ​ສາສະໜາ​ທີ່​ຮ້າຍ​ແຮງ​ ພາໃຫ້​
ມີ​ການ​ເສຍ​ຊີວິດ ຢູ່​ພາ​ກກາງຂອງ​ມຽນມາ​ທ້າຍ​ເດືອນແລ້ວນີ້.

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ຕັ້ງ​ຢູ່
ສະຫະລັດ ​ໄດ້ອອກ​ຄໍາ​ຖະ​ແຫລ​ງ​ໃນ​ວັນ​ຈັນ​ມື້​ນີ້​ ຮຽກຮ້ອງ​ໃຫ້​
ລັດຖະບານມຽນມາ ປາບ​ປາມ​ການ​ຈໍາ​ແນ​ກກີດ​ກັນ ​ແລະສົ່ງ​
ເສີມ​ໃຫ້​ມີການ​ອະນຸ​ໂລມ​ຜ່ອນຜັນ​ຕໍ່ກັນ​ແລະ​ກັນ ​ໃນ​ລະຫວ່າງ​
ກຸ່ມ​ສາສະໜາ​ຕ່າງໆ ​ເພື່ອ​ໃຫ້​ຍຸດຕິການ​ໂຈມ​ຕີ​ບັນດາປະຊາ
​ຄົມ​ມຸສລິ​ມນັ້ນ.

ຄໍາ​ຖະ​ແຫລ​ງຍັງ​ໄດ້​ຮຽກຮ້ອງ​ໃຫ້ສືບສວນ ກ່ຽວ​ກັບວ່າເປັນ​ຫຍັງ ​ ຕໍາຫລວດຈຶ່ງ​ບໍ່​ສາມາດ​ຢຸດ​ຢັ້ງ​ການ​ສັງຫານ ​ແລະ​ການຈູດ​ເຜົາ​
ໝູ່​ບ້ານ​ທັງໝົດ ຫລາຍໆ​ແຫ່ງ ທີ່​ເມືອງ Meiktila ​ໃນ​ເຂດ Mandalay.

ກຸ່ມ​ HRW ກ່າວ​ວ່າ ປະມານ 40 ຄົນ​ໄດ້ເສຍ​ຊີວິດ ​ແລະ​ອີກ 61 ຄົນ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ການ​ປະ​ທະ​ກັນ ລະຫວ່າງຊາວ​ມຸສລິ​ມ ​ແລະ​ຊາວພຸດ​ທີ່​ເປັນ​ຊົນກຸ່ມໃຫຍ່​ໃນ​ຂົງເຂດດັ່ງ
ກ່າວ ຈາກ​ວັນ​ທີ 20 ຫາ 22 ເດືອນ​ມີນານັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ໄດ້ອ້າງເຖິງລັດຖະທໍາ​ມະນູນ​ ປີ 2008 ຂອງມຽນມາທີ່​ຄໍ້າປະກັນ
ເສລີ​ພາບທາງສາສະໜາ ​ແລະ​ການ​ປົກປ້ອງ​ຄຸ້ມ​ຄອງ​ ແກ່ສາສະໜາ​ທັງໝົດ.

Burma Rights
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG