ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມປົກປ້ອງ ສິດທິມະນຸດ ລາຍງານ ມີການຂັດແຍ້ງ ເລື້ອງດິນດອນ ເພີ້ມຂຶ້ນ ຢູ່ໃນກຳປູເຈຍ


ດິນດອນ ທີ່ຖືກຕັດໄມ້ ປ່ອຍໃຫ້ເປົ່າຫວ່າງ ຢູ່ແຂວງ Ratanakiri ປະເທດກຳປູເຈຍ.
ດິນດອນ ທີ່ຖືກຕັດໄມ້ ປ່ອຍໃຫ້ເປົ່າຫວ່າງ ຢູ່ແຂວງ Ratanakiri ປະເທດກຳປູເຈຍ.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດກຸ່ມ​ນຶ່ງ ຂອງກຳປູເຈຍ ກ່າວ​ວ່າ ​ຈຳ
ນວນຄະດີ​ຂັດແຍ້ງ ກັນເລື້ອງດິນ​ດອນ ທີ່​ຫ້ອງການ​ເຂົາ​ເຈົ້າ
ເປັນ​ຜູ້​ກຳກັບ​ນຳນັ້ນ ​ໄດ້​ເພີ້​ມທະວີ​ຂື້ນ​ໃນ​ປີ​ກາຍ​ນີ້.

ຢູ່​ໃນ​ຖະ​ແຫລ​ງການທີ່ນຳອອກເຜີຍແຜ່ໃນ​ວັນ​ພະຫັດ​ວາ​ນນີ້
ອົງການ Licadho ກ່າວ​ວ່າ ມີການຮ້ອງທຸກຫລາຍ​ກວ່າ
10,000 ຄະດີ ທີ່​ພົວພັນ​ກັບ 50,000 ​ສ່ວນ​ບຸກຄົນ ​ໄດ້​ຈົດ
ທະບຽນ​ຢູ່ຫ້​ອງການຂອງອົງການດັ່ງກ່າວ ຄືມີການຮ້ອງທຸກ
ເພີ້ມ​ຂຶ້ນ​ຈາກປະມານ 3,500 ຄະດີ ​ໃນ​ປີ 2013 ​ແລະ​ຫລາຍ​
ກວ່າ 5,600 ຄະດີ ​ໃນ​ປີ 2012.

ທ່ານ Am Samath ຫົວໜ້າ​ສືບ​ສວນ​ດ້ານ​ເທັກ​ນິກ ຂອງອົງການ Licadho ກ່າວ​ວ່າ ການ​
ສໍ້​ລາດ​ບັງ​ຫລວງ ​ແລະການບໍ່​ມີ​ລະບົບ​ຍຸຕິ​ທຳ​ທີ່ເປັນອິດສະຫລະ ​ໄດ້​ນຳ​ໄປ​ສູ່ການ​ເກີດ​
ບັນຫາ.

ທ່ານ​ກ່າວ​ວ່າ “ຖ້າ​ຫາກ​ບັນຫາຂັດແຍ້ງເລື້ອດິນ​ດອນ​ເພີ້​ມຂື້ນ​ຢ່າງ​ຫຼວງຫຼາຍແລ້ວ ມື້​ໃດມື້
ນຶ່ງກໍຈະ​ມີ​ການປະຕິວັດເພື່ອປະຕິຮູບ​ເລື້ອງ​ດິນ​ດອນ.”

ທ່ານ​ກ່າວ​ເພີ້​ມ​ອີກ​ວ່າ ຈຳນວນ​ດັ່ງກ່າວ​ມາ​ຈາກພຽງ 13 ຂອງ​ຈຳນວນ​ທັງ​ໝົດ 24 ​ແຂວງ​ຂອງກຳປູ​ເຈຍ ບ່ອນ​ທີ່​ອົງການ Licadho ມີຫ້ອງການຕັ້ງ​ຢູ່ນັ້ນ.

​ໂຄສົກ​ລັດຖະບານ ທ່ານ Phay Siphan ​ໄດ້​ໂຕ້​ແຍ້​ງກ່ຽວກັບ​ໂຕ​ເລກນີ້ ໂດຍ​ກ່າວ​ວ່າ ​ອີງ
​ຕາມ​ບັນທຶກ​ທາງ​ການແລ້ວ ລັດຖະບານໄດ້​ຫລຸດ​ໂຕ​ເລກ ​ຂອງ​ບັນ ຫາ​ທີ່​ດິນ ຢູ່​ໃນ​ປະ​ເທດ
ລົງ ຈາກ 2000 ຄະດີ ລົງ​ມາ​ເຫລືອຢູ່​ແຕ່ພຽງ 300 ຄະດີ.

ທ່ານ​ໄດ້​ກ່າວ​ຫາ ທ່ານ Am Samath ວ່າ ພະຍາຍາມທີ່ຈະຊຸກຍູ້ໃຫ້ເກີດ ຄວາມ​ບໍ່​ສະຫງົບ
ທາງ​ດ້ານການ​ເມືອງ.

ກຳປູ​ເຈຍ ມີ​ປະຫວັດ​ມາດົນນານແລ້ວວ່າ ​ເຈົ້າ​ໜ້າ​ທີ່ ​ແລະພວກທີ່ມີເສັ້ນສາຍ​ໄດ້ ຖືກກ່າວ
ຫາວ່ວາ ​ຍາດ​ເອົາ​ດິນ​ດອນ​ຢ່າງ​ຜິດ​ກົດ​ໝາຍ ​ຈາກປະຊາຊົນ​ທີ່​ທຸກ​ຍາກ ໂດຍໄດ້ຈ່າຍຄ່າ
ຊົດເຊີຍແຕ່ພຽງເລັກນ້ອຍ ຫລື​ບໍ່​ໄດ້ຈ່າຍເລີຍກໍມີ.

XS
SM
MD
LG