ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການສິດທິມະນຸດສາກົນ ໃນໄທ ສືບຕໍ່ ກົດດັນລາວ ໃຫ້ຊອກຫາທ່ານສົມບັດ


ກຸ່ມອົງການສິດທິມະນຸດສາກົນໃນປະເທດໄທ ຍື່ນໜັງສື ຕໍ່ສະຖານທູດລາວ ປະຈໍາບາງກອກ ຮຽກຮ້ອງໃຫ້ລາວເລັ່ງ ດໍາເນີນການສືບສວນ ກ່ຽວກັບການຫາຍສາບສູນຂອງທ່ານ ສົມບັດ ສົມພອນ.
ກຸ່ມອົງການສິດທິມະນຸດສາກົນໃນປະເທດໄທ ຍື່ນໜັງສື ຕໍ່ສະຖານທູດລາວ ປະຈໍາບາງກອກ ຮຽກຮ້ອງໃຫ້ລາວເລັ່ງ ດໍາເນີນການສືບສວນ ກ່ຽວກັບການຫາຍສາບສູນຂອງທ່ານ ສົມບັດ ສົມພອນ.

ກຸ່ມອົງການສິດທິມະນຸດສາກົນໃນໄທ ຍັງສືບຕໍ່ກົດດັນທາງການລາວ ເພື່ອໃຫ້ຊອກຫາທ່ານສົມບັດ ສົມພອນ ຢ່າງຮີບດ່ວນ ແລະເອົາຈິງເອົາຈັງ ໂດຍຫລ້າສຸດກໍໄດ້ຍື່ນໜັງສື ຕໍ່ສະຖານທູດລາວທີ່ບາງກອກ. ຊົງຣິດມີລາຍ ງານມາສະເໜີທ່ານ.

ກຸ່ມອົງການສິດທິມະນຸດສາກົນໃນປະເທດໄທທີ່ໃຊ້ຊື່ວ່າຄະນະ
ທໍາງານໄທຕໍ່ກໍລະນີການຫາຍຕົວໄປຂອງ ທ່ານສົມບັດ ສົມພອນ ນັກພັດທະນາດີເດັ່ນໃນລາວທີ່ໄດ້ຮັບລາງວັນ Magsaysay
ນັ້ນ ໄດ້ພາກັນເດີນທາງໄປຍື່ນໜັງສືຕໍ່ທາງການສະຖານທູດ
ລາວປະຈໍາບາງກອກ ໃນຕອນເຊົ້າຂອງວັນທີ່ 25 ທັນວານີ້
ເພື່ອເປັນ ການສະແດງອອກເຖິງຄວາມເປັນຫ່ວງເປັນໃຍຕໍ່ ການຫາຍຕົວໄປຂອງທ່ານສົມບັດ ສົມພອນ ແລະຮຽກຮ້ອງຂໍ ໃຫ້ທາງການລາວເລັ່ງດໍາເນີນການສືບສວນຫາຄວາມ ຈິງຕໍ່ກໍ
ລະນີດັ່ງກ່າວນີ້ເພື່ອຈະໄດ້ໃຫ້ການຊ່ວຍເຫຼືອແກ່ທ່ານສົມບັດ
ຢ່າງຮີບດ່ວນ ທີ່ສຸດ.

ທ່ານນາງເປຣມຣຶດີ ດາວເຣືອງ ຜູ້ປະສານງານການປຸກຣະດົມ
ໃຫ້ບັນດາອົງການສິດທິມະ ນຸດແລະອົງການພັດທະນາຕ່າງໆ
ທັງໃນອາຊ່ຽນ ແລະລະດັບສາກົນ ເພື່ອຂໍການຮ່ວມມືກັນເຂົ້າ ໃນການສະແຫວງຫາຄວາມ
ຈິງກ່ຽວກັບການຫາຍຕົວໄປຂອງທ່ານສົມບັດດັ່ງກ່າວ ກໍໄດ້ໃຫ້ການຢືນຢັນວ່າການເຄື່ອນ
ໄຫວໃນຄັ້ງນີ້ ຖືເປັນມາດຕະການສ່ວນນຶ່ງ ທີ່ ບັນດາອົງການສາກົນຕ່າງໆຈະໄດ້ຮ່ວມມື
ກັນດໍາເນີນຕໍ່ໄປຢ່າງຕັ້ງໜ້າ ຊື່ງກໍຄືການເພີ່ມມາດຕະການກົດດັນຕໍ່ລັດຖະບານລາວ ໃຫ້
ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ ຈົນກວ່າຈະຮູ້ຄວາມ ຈິງກ່ຽວກັບການຫາຍຕົວໄປຫຼືວ່າໄດ້ໃຫ້ການ ຊ່ວຍເຫຼືອທ່ານສົມບັດ ຈົນປອດໄພແລ້ວ.

ທັງນີ້ໂດຍນອກຈາກມາດຕະການທີ່ໄດ້ດໍາເນີນການມາແລ້ວ ກໍຄືການຈັດສົ່ງໜັງສືຮຽກ ຮ້ອງໄປເຖິງລັດຖະບານລາວເພື່ອໃຫ້ເລັ່ງສືບສວນຫາຄວາມຈິງກ່ຽວກັບກໍລະນີດັ່ງກ່າວນີ້ ເພື່ອທີ່ວ່າຈະໄດ້ໃຫ້ການຊ່ວຍເຫຼືອແກ່ທ່ານສົມບັດ ໄດ້ຢ່າງທ່ວງທັນແລ້ວ ກໍຍັງໄດ້ຍົກລະ ດັບການຮຽກຮ້ອງໄປເຖິງບັນດາຜູ້ນໍາຂອງກຸ່ມອາຊ່ຽນ ອົງການສະຫະປະຊາດແລະບັນດາ
ລັດຖະສະພາຂອງນາໆຊາດ ເພື່ອຂໍໃຫ້ຮ່ວມມືກັນເຂົ້າ ໃນການກົດດັນລັດຖະບານລາວ ຈາກທຸກທິດທຸກທາງດ້ວຍ ຊຶ່ງໃນຕະຫຼອດອາທິດທີ່ຜ່ານມານີ້ ກໍປາກົດວ່າໄດ້ຮັບການ ຕອບສະໜອງເປັນຢ່າງດີ ເຊັ່ນໂຄງການປັນຍາຊົນສາທາລະນະແຫ່ງເອເຊຍ ອົງການ ພາກສ່ວນປະຊາຊົນໄທ 61 ອົງການ ກຸ່ມປະຊາຄົມຂອງລັດຖະບານຕ່າງໆໃນທົ່ວໂລກ ກະຊວງການຕ່າງປະເທດສະຫະລັດອະເມລິກາ ສະຫະພາບຢູ່ໂຣບ ສໍານັກງານຂ້າຫຼວງ ໃຫຍ່ເພື່ອສິດທິມະນຸດແຫ່ງສະຫະປະຊາຊາດ ອົງການນັກກິດຈະກໍາທາງສັງຄົມນາໆຊາດ 55 ອົງການ ແລະອົງການສິດທິມະນຸດສາກົນນັ້ນຕ່າງກໍໄດ້ສົ່ງຈົດໝາຍຮຽກຮ້ອງ ຕໍ່ກໍລະນີດັ່ງກ່າວນີ້ ເຖິງນາຍົກລັດຖະມົນຕີລາວຢ່າງຕໍ່ເນື່ອງ.

ທ່ານສົມບັດ ສົມພອນທີ່ຫາຍສາບສູນໄປ
ທ່ານສົມບັດ ສົມພອນທີ່ຫາຍສາບສູນໄປ

ນອກຈາກນີ້ ເນື່ອງຈາກວ່າພັນລະຍາຂອງທ່ານສົມບັດ ຄືທ່ານ
ນາງ Ng Shui Meng ນັ້ນ ກໍເປັນຄົນໃນສັງກັດຂອງສິງກະໂປ
ອີກດ້ວຍແລ້ວ ກໍຍັງເຮັດໃຫ້ລັດຖະບານສິງຄະໂປ ໄດ້ມອບ ໝາຍໃຫ້ສະຖານທູດສິງກະໂປໃນນະຄອນວຽງຈັນ ເພື່ອໃຫ້ ເປັນຜູ້ຮັບຜິດຊອບໃນການປະສານງານກັບທັງທາງການລາວ
ແລະນານາຊາດ ກ່ຽວກັບກໍລະນີການຫາຍຕົວໄປຂອງທ່ານ
ສົມບັດ ຢ່າງໃກ້ຊິດອີກດ້ວຍ ຊຶ່ງໃນອາ ທິດທີ່ຜ່ານມານີ້ ທ່ານ
Dileep Nair ເອກອັກຄະລັດຖະທູດສິງຄະໂປປະຈໍາລາວ
ກໍໄດ້ເຂົ້າພົບທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າ ການຕ່າງປະເທດ ເພື່ອຂໍຄວາມຊັດເຈນຕໍ່ກໍລະນີດັ່ງກ່າວນີ້ດ້ວຍ ດັ່ງທີ່ທ່ານນາງ ເປຣມຣຶດີ ໄດ້ໃຫ້ການຢືນຢັນວ່າ:

ສະຖານທູດສິງກະໂປນີ້ ທີ່ຜ່ານມານີ້ ກໍມີບົດບາດຫຼາຍສົມຄວນ ຄືໄດ້ພົບແລ້ວ ເລຶ່ອງກໍເຖິງແລ້ວ ຄືວ່າທາງທ່ານທອງລຸນ ກໍໄດ້ຮັບການຕິດຕໍ່ແລ້ວ ບໍ່ແນໃຈວ່າ ຈາກຈັກສາຍ ແຕ່ວ່າຮູ້ແລ້ວ ແຕ່ເທົ່າທີ່ເຮົາເຂົ້າໃຈກໍຄືວ່າ ທ່ານທອງລຸນ ຍັງບໍ່ມີ ທ່າທີອື່ນເລີຍ ທີ່ມັນຜິດແປກໄປຈາກຖະແຫຼງການຂອງລັດຖະບານ.”

ທ່ານສົມບັດ ສົມພອນ ໄດ້ຖືກກຸ່ມຄົນບໍ່ຊາບຝ່າຍຄວບຄຸມຕົວໄປຈາກປ້ອມຕໍາຫຼວດແຫ່ງ ນຶ່ງ ຢູ່ທາງໄປທ່າເດື່ອ ໃນເຂດນະຄອນວຽງຈັນ ນັບຕັ້ງແຕ່ຕອນແລງຂອງວັນທີ 15 ທັນວາ ເປັນຕົ້ນມາ ຊຶ່ງຈາກການກວດສອບຮູບພາບທີ່ບັນທຶກໄວ້ໂດຍກ້ອງວົງຈອນປິດຂອງທາງ ການລາວເອງ ກໍພົບວ່າຜູ້ທີ່ສັ່ງໃຫ້ທ່ານສົມບັດ ຕ້ອງຢຸດຈອດລົດສ່ວນຕົວ ແລະລົງຈາກ ລົດແລ້ວຍ່າງໄປທີ່ປ້ອມຕໍາຫຼວດດັ່ງກ່າວ ກໍຄືເຈົ້າໜ້າທີ່ຕໍາຫຼງດລາວນັ້ນເອງ.

ໃນຂະນະທີ່ທາງການລາວກໍໄດ້ອອກຖະແຫຼງການ ລະບຸແຕ່ພຽງວ່າ ເປັນບັນຫາຄວາມຂັດ ແຍ້ງສ່ວນບຸກຄົນເທົ່ານັ້ນ.
XS
SM
MD
LG